ສະຫະລັດແລະເກົາຫຼີໃຕ້ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງຄວາມກ້າວໜ້າໃຫ້ແກ່ການກຽມພ້ອມ ໃນການສູ້ລົບຢູ່ໃກ້ໆບໍລິເວນທະເລທີ່ມີການຂັດແຍ້ງກັນກັບເກົາຫຼີເໜືອ ໂດຍເຕືອນວ່າ ການ ຮຸກຮານໃດໆກໍຕາມໂດຍພຽງຢາງແມ່ນຈະບໍ່ຍອມປ່ອຍໃຫ້ມີຂຶ້ນໄດ້.
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດທ່ານ Leon Panetta ແລະຄູ່ຕຳແໜ່ງຝ່າຍ
ເກົາຫຼີໃຕ້ທ່ານ Kim Kwan-jin ໄດ້ອອກຖະແຫຼງການສະບັບນຶ່ງທີ່ກຸງໂຊລໃນວັນສຸກມື້ນີ້.
ທ່ານ Panetta ກ່າວຕໍ່ພວກນັກຂ່າວວ່າ ເກົາຫຼີເໜືອໄດ້ສະແດງໃຫ້ເຫັນເຖິງຄວາມພ້ອມໃນ
ການທີ່ຈະທຳການທ້າທາຍເກາະຜິດ ຊຶ່ງຈະເຮັດໃຫ້ປະຊາຊົນທີ່ບໍ່ມີຄວາມຜິດເສຍຊີວິດໄປ.
ນອກນັ້ນລັດຖະມົນຕີປ້ອງກັນປະເທດທັງ 2 ທ່ານຍັງໄດ້ໃຫ້ຄຳໝັ້ນສັນຍາທີ່ຈະກຳນົດຍຸດທະ
ສາດສອງຝ່າຍເພື່ອຮັບມືກັບໄພຂົ່ມຂູ່ຈາກອຳນາດການປົກຄອງທີ່ໂດດດ່ຽວຂອງເກົາຫຼີເໜືອ.
ພວກທ່ານກ່າວເຖິງໂຄງການກັ່ນທາດຢູເຣນຽມຂອງເກົາຫຼີເໜືອວ່າເປັນໄພຂົ່ມຂູ່ອັນຮ້າຍແຮງ
ທີ່ເປີດເສັ້ນທາງທີ 2 ໃຫ້ພຽງຢາງໄປສູ່ການພັດທະນາອາວຸດນິວເຄລຍແລະເພີ່ມຄວາມເປັນ
ໄປໄດ້ຫຼາຍຂຶ້ນທີ່ວ່າເທັກໂນໂລຈີໃນການສ້າງອາວຸດນິວເຄລຍຈະຖືກໂອນໄປໃຫ້ພັກຝ່າຍອື່ນ.