ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະຫະລັດສົ່ງກໍາປັ່ນລົບໄປ ຮ່ວມຊ້ອມລົບກັບເກົາຫລີໃຕ້


ກໍາປັ່ນບັນທຸກເຮືອບິນລົບ USS Ronald Reagan ຂອງສະຫະລັດ.
ກໍາປັ່ນບັນທຸກເຮືອບິນລົບ USS Ronald Reagan ຂອງສະຫະລັດ.

ສະຫະລັດ​ກ່າວ​ວ່າ ຝຸງກໍາປັ່ນ​ໂຈມ​ຕີ​ກຸ່ມນຶ່ງຂອງກອງທັບ
ເຮືອ ພາຍ​ໃຕ້​ການ​ນໍາພາ​ຂອງກໍາປັ່ນ​ບັນທຸກ​ເຮືອບິນ​ລົບ
USS Ronald Reagan ​ໄດ້​ເຂົ້າ​ໄປ​ໃນ​ເຂດນ່ານນໍ້າ​ທາງ
ພາກ​ຕາ​ເວັນ​ຕົກຂອງມະຫາ​ສະໝຸດ​ປາຊີ​ຟິກ​ແລ້ວ ​ແລະ​ຈະ
ເຂົ້າ​ສົມທົບ​ໃນການ​ຊ້ອມ​ລົບ​ທີ່​ກໍາລັງ​ດໍາ​ເນີນ​ໄປ​ໃນ​ເວລາ​ນີ້
ກັບ​ກອງທັບເກົາຫລີ​ໃຕ້​ນັ້ນ.

ກອງທັບ​ສະຫະລັດ​ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ກໍາ​ປັ່ນ​ບັນທຸກ​ເຮືອບິນ​ລົບຂະໜາດໃຫຍ່​ຂອງ​ສະຫະລັດ​ແມ່ນ​ຕິດຕາມ​ໂດຍ​ເຮືອ​ລາດ​ຕາ​ເວນ​ທີ່ມີລູກ​ສອນ​ໄຟ​ນໍາ​ວິຖີ​ລໍາ​ນຶ່ງ ​ແລະ​ເຮືອ​ພິຄາດ​ກຸ່ມນຶ່ງ. ພວກ​ເຮືອ​ລົບເຫລົ່າ​ນີ້​ຈະໄປ​ຮ່ວມ​ການ​ຊ້ອມ​ລົບ​ປະ​ຈໍາປີ​ທີ່​ມີ​ຊື່ວ່າ Foal Eagle ຊຶ່ງໄດ້​ເລີ້ມ​ມາ​ຕັ້ງ​ແຕ່ສັບປະດາ​ແລ້ວ​ ຊຶ່ງ​ພົວພັນ​ກັບ​ພວກ​ທະຫານ​ເກົາຫລີໃຕ້​ປະມານ 2 ​ແສນ​ຄົນ​ແລະ​ທະຫານ​ສະຫະລັດ 13 ພັນ​ຄົນ.

ເກົາຫລີ​ໃຕ້​ໄດ້​ບັນ​ລະ​ຍາຍ​ການ​ຊ້ອມ​ລົບ​ດັ່ງກ່າວ​ວ່າ ​ເປັນ​ການ​ເຝິກຊ້ອມກ່ຽວກັບການ​ປ້ອງ​ກັນ​ປະ​ຈໍາປີ ​ແຕ່​ທາງ​ຝ່າຍ​ເກົາຫລີ​ເໜືອ​ກ່າວ​ວ່າ ຕົນ​ຈະ​ທໍາ​ການ​ຕອບ​ໂຕ້​ຕໍ່​ການ​ເກາະ​ຜິດ​ໃດໆ ​ໂດຍ​ຈະ​ເຮັດ​ໃຫ້​ກຸງ​ໂຊນ ນະຄອນຫລວງ​ຂອງ​ເກົາຫລີ​ໃຕ້​ກາຍ​ເປັນ​”ທະ​ເລ​ໄຟ.”

ຈີນ​ໄດ້​ຄັດຄ້ານ​ຢ່າງ​ແຂງ​ແຮງ​ຕໍ່​ການ​ຊ້ອມ​ລົບ​ດັ່ງກ່າວ​ໃນ​ປີ​ແລ້ວ​ນີ້ ​ເວລາ​ສະຫະລັດ​ປະກາດ​ແຜນການ​ຕ່າງໆ​ອອກ​ມາ​ທີ່​ຈະ​ສົ່ງ​ກໍາ​ປັ່ນ​ບັນທຸກ​ເຮືອບິນ​ລົບ​ອີກ​ລໍາ​ນຶ່ງຄື USS George
Washington ​ເຂົ້າ​ໄປ​ໃນ​ທະ​ເລ​ເຫລືອງ​ ​ເພື່ອ​ເຂົ້າ​ຮ່ວມ​ການ​ຊ້ອມ​ລົບ ທີ່ໄດ້ປະກາດໄປ ກ່ອນໜ້ານັ້ນ​ກັບ​ເກົາຫລີ​ໃຕ້.

XS
SM
MD
LG