ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດໄກ້ຈະບັນລຸ ຂໍ້ຕົກລົງການຄ້າ ກັບເກົາຫລີໃຕ້


ທ່ານ Kim Jong-hoon ລັດຖະມົນຕີການຄ້າ ເກົາຫລີໃຕ້ ເດີນທາງໄປຮອດສະໜາມບິນ ທ່ີ່ກຸງໂຊນ ເກົາຫລີໃຕ້
ວັນທີ 4 ທັນວາ.
ທ່ານ Kim Jong-hoon ລັດຖະມົນຕີການຄ້າ ເກົາຫລີໃຕ້ ເດີນທາງໄປຮອດສະໜາມບິນ ທ່ີ່ກຸງໂຊນ ເກົາຫລີໃຕ້ ວັນທີ 4 ທັນວາ.

ທ່ານ Ron Kirk ຜູ້​ແທນ​ການ​ຄ້າ​ສະຫະລັດ ກ່າວ​ວ່າ

ບັນດາເຈົ້າ​ໜ້າ​ທີ່​ເຈລະຈາສະຫະລັດ​ແລະ​ເກົາຫລີ​ໃຕ້​

ກໍາລັງ​ໃກ້​ຈະ​ບັນລຸ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ທີ່ໄດ້​ຊັກ​ຊ້າ​ມາ

ເປັນ​ເວລາ​ດົນ​ນານນັ້ນ​ແລ້ວ.

ທ່ານ Kirk ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ​ໄດ້​ບັນລຸ​ຄວາມ​ຄືບ

ໜ້າ​ຢ່າງ​ຫລວງຫລາຍໃນລະຫວ່າງ​ການ​ເຈລະຈາ​ກັນ​ໃນ​

ສັບປະດາ​ນີ້​ຢູ່​ໃກ້ໆ​ກັບ​ກຸງ​ວໍຊິງ​ຕັນ​ກັບ​ທ່ານ Kim Jong-hoon ລັດຖະມົນຕີ​ການ

ຄ້າ​ເກົາຫລີ​ໃຕ້.

ທ່ານ Kirk ກ່າວ​ວ່າ ບັດ​ນີ້​ມັນ​ແມ່ນ​ເວລາສໍາລັບ​ພວກ​ຜູ້​ນໍາ​ທັງ​ສອງ​ປະ​ເທດ​ຈະ​ເປັນ​ຜູ້​

ທົບທວນຄືນ​ເບິ່ງ​ ຄວາມ​ຄືບ​ໜ້າ​ທີ່​ວ່າ​ກ່ອນ​ຈະ​ທໍາ​ການ​ເຄື່ອນ​ອີກ​ຕໍ່​ໄປ.

ໄດ້ມີ​ການ​ລົງ​ນາມ​ກັນສົນທິ​ການ​ຄ້າ​ກັນ​ໃນ​ປີ 2007 ​ແຕ່ທັງ​ສອງ​ປະ​ເທດ​ຍັງ​ບໍ່​ໄດ້​ໃຫ້​ສັດ

ຕະຍາບັນ​ເທື່ອ.ພວກ​ສະມາຊິກ​ສະພາ​ນິຕິບັນຍັດ​ສະຫະລັດ​ມີ​ຄວາມ​ເປັນ​ຫ່ວງ​ວ່າ ສົນທິ

ສັນຍາສະບັບ​ນີ້ ບໍ່​ໄດ້​ດໍາ​ເນີ​ການ​ພຽງພໍ​ເພື່ອ​ຈະ​ໄຂ​ຕະຫລາດ​ຂອງ​ເກົາຫລີ​ໃຕ້​ສໍາລັບຮັບ

ເອົາ​ລົດ​ສົ່ງ​ອອກ​ຈາກ​ສະຫະລັດ​ນັ້ນ ນອກ​ນັ້ນ​ສະຫະລັດ​ຍັງ​ມີ​ຄວາມ​ບໍ່ພໍ​ໃຈ​ນໍາ​ການ​ຈໍາກັດ

ຮັດ​ແຄບ​ຂອງ​ເກົາຫລີ​ໃຕ້​ກ່ຽວ​ກັບ​ການ​ຂາຍ​ຊີ້​ນງົວ​ຂອງ​ສະຫະລັດ​ໄປ​ຂາຍ​ໃນ​ຕະຫລາດ

ເກົາຫລີ​ໃຕ້​ນັ້ນ​ເຊ່ນ​ກັນ.ຖ້າ​ມີ​ການ​ບັນລຸ​ຂໍ້​ຕົກລົງ​ກັນ​ບັ້ນ​ສຸດ​ທ້າຍ​ໄດ້ ກໍ​ໝາຍ​ຄວາມ​ວ່າ

ການ​ຕົກລົງ​ກັນໄດ້​ນີ້​ກໍ​ຈະ​ເປັນ​ສົນທິສັນຍາ​ການ​ຄ້າ​ເສລີ​ຄັ້ງ​ໃຫຍ່​ທີ່​ສຸດ​ຂອງ​ອະ​ເມ​ລິ​ກາ

ນັບ​ແຕ່ໄດ້​ມີ​ຂໍ້​ຕົກລົງ​ການ​ຄ້າ​ເສລີ​ໃນ​ທະວີບ​ອະ​ເມ​ລິ​ກາ​ເໜືອ​ໃນ​ປີ 1994 ​ເປັນ​ຕົ້ນ​ມາ.

XS
SM
MD
LG