ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດຢືນຢັນຄວາມປາດຖະໜາ ຢາກໃຫ້ ແຫລມເກົາຫລີ ເປັນເຂດປອດອາວຸດນິວເຄລຍ


ທ່ານ Robert Einhorn ທູດພິເສດສະຫະລັດວ່າດ້ວຍການຫ້າມ ແຜ່ຜາຍອາວຸດນິວເຄລຍ ຕອບຄໍາຖາມຂອງພວກນັກຂ່າວທີ່ກະຊວງ ການຕ່າງປະເທດເກົາຫລີໃຕ້ ທີ່ກຸງໂຊລ, ວັນທີ 2 ມີນາ 2011.
ທ່ານ Robert Einhorn ທູດພິເສດສະຫະລັດວ່າດ້ວຍການຫ້າມ ແຜ່ຜາຍອາວຸດນິວເຄລຍ ຕອບຄໍາຖາມຂອງພວກນັກຂ່າວທີ່ກະຊວງ ການຕ່າງປະເທດເກົາຫລີໃຕ້ ທີ່ກຸງໂຊລ, ວັນທີ 2 ມີນາ 2011.














ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ດ້ານ​ການ​ຄວບ​ຄຸມ​ກໍາລັງ​ອາວຸດ​ຂອງ
ສະຫະລັດທ່ານ​ນຶ່ງ ກ່າວ​ວ່າ ສະຫະລັດ​ບໍ່​ມີ​ເຈດ​ຕະນາ​ທີ່
ຈະ​ສົ່ງພວກ​ອາວຸດນິວເຄລຍສະໜາມ ຫລື​ອາວຸດ​ນິວ​ເຄລຍ​ອື່ນໆ ຄືນ​ໄປ​ຍັງເກົາຫລີ​ໃຕ້.

ທ່ານ Robert Einhorn ທູດ​ພິ​ເສດ​ຂອງ​ລັດຖະບານ​ກຸງ​ວໍ​ຊິງ​ຕັນ​ວ່າ​ດ້ວຍການ​ຫ້າມ​ແຜ່ຜາຍ​ອາວຸດ​ນີວ​ເຄລຍ​ແລະ​ຄວບ​ຄຸມ​ອາວຸດຂອງສະຫະລັດ ໃຫ້ຄວາມເຫັນດັ່ງກ່າວໃນ​ວັນ​ພຸດ​ມື້​ນີ້ ຫລັງ​ຈາກທໍາ​ການ​ພົບ​ປະ​ຕ່າງໆ​ກັບ​ເຈົ້າ​ໜ້າ​ທີ່​ເກົາຫລີ​ໃຕ້ໃນ​ກຸງ​ໂຊນ​ເພື່ອ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ສົນທິສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ທາງດ້ານນິວະເຄລຍ​ ລະຫວ່າງ​ສອງຝ່າຍ.

ພວກ​ສະມາຊິກ​ບາງ​ທ່ານ​ໃນ​ພັກ​ລັດຖະບານຂອງເກົາຫຼີໃຕ້​ ທີ່​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນ​
ສະ​ເໜີ​ແນະ​ໃຫ້​ສະຫະລັດ​ສົ່ງ​ພວກ​ອາວຸດ​ນີວເຄລຍ​ຄືນ​ໄປ​ຍັງເກົາຫລີ​ໃຕ້​ຕື່ມ​ອີກ ​ເພື່ອ​ຊ່ອຍ
ຕ້ານ​ການ​ຂົ່ມຂູ່​ດ້ານ​ນີວເຄລຍ​ທີ່​ກໍາລັງ​ເພີ່ມ​ທະວີ​ຂຶ້ນ​ ຈາກ​ເກົາຫລີ​ເໜືອ​ນັ້ນ.

ແຕ່​ທ່ານ Eihorn ກ່າວ​ວ່າ ສະຫະລັດ​ສືບ​ຕໍ່​ໃຫ້ການ​ສະໜັຍສະ​ໜຸນເປົ້າ​ໝາຍ​ຂອງ​ການ​ເຮັດ​ແຫລມ​ເກົາຫລີ​ເປັນ​ເຂດ​ປອດ​ອາວຸດ​ນີວເຄລຍແລະ​ເຊື່ອ​ວ່າ ຕົນ​ສາມາດ​ໃຫ້ການ​ຊ່ອຍ​ເຫລືອ​ໃນ​ການຍັຍຍັ້ງຢ່າງ​ແຂງແຮງ​ໄດ້ ​ໂດຍ​ບໍ່​ຕ້ອງ​ສົ່ງ​ອາວຸດ​ນີວເຄລຍ​ໄປ​ຍັງ​ເກົາຫລີ​ໃຕ້​ນັ້ນ.

XS
SM
MD
LG