ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະລັດ ຕ້ອງ​ການ​ ລາຍລະ​ອຽດ ຢູ່ໃນ​ສື່​ສັງ​ຄົມ ຈາກຜູ້​​ຂໍ​ວີ​ຊາ


ແມ່​ຍິງ​ຄົນ​ນຶ່ງກວດ​ເບິ່ງ​ເອກ​ກະ​ສານ​ຂອງ​ລາວ ໃນ​ຂະ​ນະ​ທີ່​ຍ່າງ
ຜ່ານ ສະ​ຖານ​ທູດ​ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ​ປັກ​ກິ່ງ ປະ​ເທດ​ຈິນ ວັນ​ທີ 6, 2011.
ແມ່​ຍິງ​ຄົນ​ນຶ່ງກວດ​ເບິ່ງ​ເອກ​ກະ​ສານ​ຂອງ​ລາວ ໃນ​ຂະ​ນະ​ທີ່​ຍ່າງ ຜ່ານ ສະ​ຖານ​ທູດ​ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ​ປັກ​ກິ່ງ ປະ​ເທດ​ຈິນ ວັນ​ທີ 6, 2011.

ເກືອບ​ທຸກໆ​ຄົນ​ທີ່​ຍືນ​ຂໍ​ວີ​ຊາເຂົ້າ​ມາ​ ສະ​ຫະ​ລັດ ຈະ​ຕ້ອງ​ແຈ້ງ​ບັນ​ຊີສື່​ສັງ​ຄົມຂອງ​ເຂົາ​
ເຈົ້າ ພ້ອມ​ດ້ວຍ​ລາຍ​ລະ​ອຽດ​ຂໍ້​ມູນ​ສ່ວນ​ໂຕ​ອື່ນໆ ອັນ​ເປັນ​ພາກ​ສ່ວນ​ຂອງຂັ້ນ​ຕອນ​
“ການກວດ​ສອບ​ທີ່​ຮຸ​ນ​ແຮງ” ຂອງລັດ​ຖະ​ບານ​ທ່ານ ທ​ຣຳ, ສຳ​ລັບ​ຄົນ​ເຂົ້າ​ເມືອງ ແລະ
​ຜູ້​ມາ​ຢ້ຽມ​ຢາມທຸກ​ຄົນ.

ກະ​ຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ວ່າ ຕົນ​ໄດ້ປັບ​ປຸງ ​ເອ​ກະ​ສານຂໍ​ວີ​ຊາສຳ​ລັບຄົນ
​ເຂົ້າ​ເມືອງ, ​ເພື່ອ​ຕ້ອງ​ການ​ໃຫ້​ຜູ້​ຍື່ນຄຳ​ຮ້ອງໃຫ້​ລາຍ​ລະ​ອຽດ​ບັນ​ຊີ​ສື່​ສັງ​ຄົມໃນ​ໄລ​ຍະ​
ຫ້າ​ປີ​ທີ່​ຜ່ານ​ມາ, ນ້ຳ​ເບີໂທ​ລະ​ສັບ, ທີ່​ຢູ່​ອີ​ແມ​ລ ການ​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ ແລະ​
ສະຖາ​ນະ ​ການ​ເນ​ລະ​ເທດ. ເຂົາ​ເຈົ້າ​ຍັງ​ຈະ​ຖືກຖາມ​ວ່າ​ມີ​ບັນ​ດາ​ສະ​ມາ​ຊິກ​ຄອບ​ຄົວ​
ໃດ ທີ່​ໄດ້​ພົວ​ພັນ​ກັບ​ກິດ​ຈະ​ການ​ກໍ່​ການ​ຮ້າຍຫຼືບໍ່.

ກົດ​ລະ​ບຽບ​ໃໝ່ ໄດ້​ຖືກ​ສະ​ເໜີ​ເປັນ​ເທື່ອ​ທຳ​ອິດ​ໃນ​ປີ 2018 ຄາດ​ວ່າ​ຈະມີຜົນ​ກະ​ທົບ​ຕໍ່
15 ລ້ານ​ຄົນ ຮວມ​ທັງ​ບັນ​ດາ​ຜູ້​ຍື່ນ​ຂໍ​ຍົກ​ຍ້າຍເຂົ້າ​ມາ​ຢູ່ ​ສະ​ຫະ​ລັດ ພ້ອມ​ທັງ​ບັນ​ດາ​ຜູ້​ທີ່
​ຫວັງຈະ​ມາ​ຮຽນ, ເຮັດ​ທຸ​ລະ​ກິດ, ເຮັດ​ວຽກ ຫຼື​ພຽງ​ແຕ່​ຢ້ຽມ​ຢາມ. ມີພຽງ​ຜູ້​ຂໍ​ວີ​ຊາ​ສຳ​ລັບ
​ການ​ທູດ ​ແລະ ທາງ​ການ ທີ່​ອາດຖືກ​ຍົກ​ເວັ້ນ​ຈາກ​ກົດ​ລະ​ບຽບ​ໃໝ່ດັ່ງ​ກ່າວ.

ກ່ອນ​ໜ້າ​ນັ້ນ ລາຍ​ລະ​ອຽດ​ຂໍ້​ມູນ ​ກ່ຽວ​ກັບ​ ກິດ​ຈະ​ກຳ​ສ່ວນ​ໂຕ ແມ່ນ​ໄດ້​ຖືກ​ຖາມ​ສຳ​ລັບ​
ຜູ້​ສະ​ໝັກ ທີ່​ເບິ່ງ​ຄື​ວ່າ​ອາດ​ມີ​ຄວາມ​ສ່ຽງ​ດ້ານ​ຄວາມ​ປອດ​ໄພ. ເປັນ​ທີ່​ຄາດ​ຄະ​ເນ​ວ່າຜູ້
​ສະ​ໝັກ 65,000 ຄົນ​ຈະ​ຕົກ​ຢູ່ໃນ​ກໍ​ລະ​ນີ​ດັ່ງ​ກ່າວ.

ຜູ້​ຊາຍ​ຄົນ​ນຶ່ງ​ກຳ​ລັງ​ພິ​ມລາຍ​ມື ໃນ​ຂະ​ນະ​ທີ່​ເຮັດ​ໃຫ້​ເປັນ​ໂຕ​ຢ່າງ ຢູ່​ສະ​ຖານ​ທູດ​ອາ​ເມ​ຣິ​ກາ ທີ່​ນະ​ຄອນ​ລີ​ມາ ປະ​ເທດ​ເປ​ຣູ ວັ​ນທີ 3 ຕຸ​ລາ 2014.
ຜູ້​ຊາຍ​ຄົນ​ນຶ່ງ​ກຳ​ລັງ​ພິ​ມລາຍ​ມື ໃນ​ຂະ​ນະ​ທີ່​ເຮັດ​ໃຫ້​ເປັນ​ໂຕ​ຢ່າງ ຢູ່​ສະ​ຖານ​ທູດ​ອາ​ເມ​ຣິ​ກາ ທີ່​ນະ​ຄອນ​ລີ​ມາ ປະ​ເທດ​ເປ​ຣູ ວັ​ນທີ 3 ຕຸ​ລາ 2014.

ກະ​ຊວງ​ຕ່າງ​ປະ​ເທດ​ກ່າວ​ຢູ່​ໃນຖະ​ແຫຼງ​ການ​ວ່າ “ຄວາມ​ປອດ​ໄພ​ແຫ່ງ​ຊາດ ແມ່ນ​ບຸ​ລິ​
ມະ​ສິດ​ສູງ​ສຸດ​ຂອງ​ພວກ​ເຮົາ ໃນເວ​ລາ​ດຳ​ເນີນ​ຄຳ​ຮ້ອງ​ຂໍ​ວີ​ຊາ ແລະຄົນ​ທີ່​ຈະ​ເດີນ​ທາງ
​ທຸກ​ຄົນ ແລະ​ຄົນ​ເຂົ້າ​ເມືອງ​ມາ​ສະ​ຫະ​ລັດ ຕ້ອງ​ດຳ​ເນີນ​ການກວດ​ສອບ​ທີ່​ຍາວ​ນານ.”

ນອກ​ຈາກ​ເວ​ທີ​ສື່​ສັງ​ຄົມ​ທີ່​ຢູ່​ໃນ ​ສະ​ຫະ​ລັດ ເຊັ່ນ​ວ່າ​ Facebook, Flickr, Google+, Instagram, Linkedln, Reddit, Tumblr, Twitter ແລະ Youtube ນັ້ນ, ຜູ້​ຮ້ອງ​
ຂໍ​ຍັງ​ຈະ​ຖືກ​ຖາມ​ ກ່ຽວ​ກັບ ​ກິດ​ຈະ​ກຳ​ໃນ​ສື່​ສັ​ງ​ຄົມ​ສາ​ກົນ ເຊັ່ນ​ ແອັບ​ພ​ລີ​ເຄ​ຊັນ
Douban, QQ ແລະ Sina Weibo ຂອງ ຈີນ.

​ອ່ານ​ຂ່າ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG