ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປັກກິ່ງ ພ້ອມແລ້ວ ທີ່ຈະຕອບໂຕ້ ຕໍ່ ສະຫະລັດ ດ້ວຍ ການເກັບພາສີ ສິນຄ້າ ຂາເຂົ້າ


ໂຕຢ່າງຖົງໝາກຖົ່ວເຫຼຶອງ ທີ່ເກັບໄວ້ ຢູ່ຟາມເດຍຟຽວ ທີ່ເມືອງ ໂລລັນ ລັດເພັນຊິນເວເນຍ ທີ 5 ເມສາ 2018.
ໂຕຢ່າງຖົງໝາກຖົ່ວເຫຼຶອງ ທີ່ເກັບໄວ້ ຢູ່ຟາມເດຍຟຽວ ທີ່ເມືອງ ໂລລັນ ລັດເພັນຊິນເວເນຍ ທີ 5 ເມສາ 2018.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ພວມດຳ​ເນີນການ​ໄປ​ໜ້າ​ໃນ​ການ​ເກັບ​ພາ
ສີ 25 ​ເປີ​ເຊັນ ​ທີ່​ມີ​ມູນ​ຄ່າ​ 50 ພັນ​ລ້ານ​ໂດ​ລາ ໃນການນຳເຂົ້າ​ສິນ​ຄ້າ​ ​ດ້ານ​ເທັກ​ໂນ​ໂລ​ຈີ​
ຂອງ​ຈີນ ຊຶ່ງພວມເຮັດໃຫ້ການຜິດ​ຖຽງ​ທາງດ້ານການຄ້າ ​ລະ ຫວ່າງ​ສອງ​ປະເທດ​ທີ່ມີ
ເສດຖະກິດໃຫຍ່​ສຸດ​ຂອງ​ໂລກເພີ້ມທະວີຄວາມຮ້າຍແຮງຂຶ້ນ.

ປະທານາທິບໍດີ​ທຣໍາ​ໃນ​ວັນ​ສຸກ​ວານ​ນີ້​ ໄດ້​ປະຕິບັດຕາມ​ຄຳ​ໝັ້ນ​ສັນຍາ ​ທີ່​ຈະ​ທັບ​ມ້າງ​ຕໍ່
ອັນທີ່ທ່ານ​ພິຈາລະນາ​ວ່າ​ ເປັນການ​ປະຕິບັດ​ດ້ານການ​ຄ້າ ທີ່ບໍ່​ມີ​ຄວາມ​ທ່ຽງທໍາ​ຂອງ​ຈີນ
ໂດຍວາງມາດ​ຕະການ​ເກັບ​ພາສີຕໍ່​ສີນ​ຄ້າ​ທີ່ “ປະກອບ​ດ້ວຍອຸດ ສາຫະກຳ​ເທັກ​ໂນ​ໂລ​ຈີ​
ທີ່​ສໍາຄັນ.”

ປະທານາທິບໍດີ​ທຣໍາກ່າວ​ຢູ່​ໃນ​ຖະ​ແຫຼງການ​ທີ່ນຳອອກເຜີຍ​ແຜ່​ໂດຍ​ທຳນຽບຂາວ ວ່າ
"ການ​ເກັບ​ພາ​ສີ​ເຫລົ່ານີ້ ​ມີ​ຄວາມຈຳເປັນເພື່ອ​ປ້ອງ​ກັນ​ບໍ່ໃຫ້ມີການ​ໂອນເທັກ​ໂນ​ໂລ​ຈີ
ຂອງ​ອາ​ເມຣິກາ ​ແລະຊັບ​ສິນ​ດ້ານ​ສະຕິ​ປັນຍາ​ ແບບບໍ່ເປັນທຳໄປໃຫ້​ຈີນ ຊຶ່ງ​ຈະປົກ​ປ້ອງ
ວຽກເຮັດງານທຳຂອງຊາວ​ອາ​ເມຣິກັນ.”

​ໂຄສົກ ​ກະຊວງ​ການ​ຄ້າ​ຈີນ​ຄົນ​ນຶ່ງ​ ກ່າວ​ວ່າ ສະຫະລັດ​ໄດ້ “​ກໍ່ສົງຄາມ​ການ​ຄ້າ ແລ້ວ.”
​ອົງການ​ຂ່າວ​ຊິນ​ຫົວຂອງທາງການຈີນ ​ໄດ້ອ້າງ​ຄຳ​ເວົ້າ​ ຂອງ​ໂຄສົກ​ທີ່ ກ່າວໃນວັນ​ສຸກ
ວານ​ນີ້ວ່າ “ພວກ​ເຮົາຈະ​ເອົາ​ມາດ​ຕະການ​ເກັບ​ພາສີ ​ໂດຍ​ທັນທີ ຢູ່​ໃນ​ລະດັບ​ ​ແລະເພີ້ມ
ທະວີຄວາມຮ້າຍແຮງຂຶ້ນ ແບບດຽວ​ກັນ. ຜົນ​ຂອງ​ການ​ເຈລະຈາ ກ່ອນໜ້ານີ້ ​ກ່ຽວ​ກັບ
ເລື້ອງ​ເສດຖະກິດ ​ແລະ​ການ​ຄ້າ​ທັງໝົດ ບັດ​ນີ້ຈະ​ບໍ່ມີຜົນບັງຄັບໃດໆເລີຍ”.

ຈີນ​ຍັງ​ໄດ້​ຈັດ​ລາຍ​ຊື່ຜະລິດ​ຕະພັນສະຫະລັດ ທີ່​ມີ​ມູນ​ຄ່າ 50 ພັນ​ລ້ານ​ໂດ​ລາ ທີ່​ຈະໄ
ຮັບ​ການ​ຕອບ​ໂຕ້ ທາງດ້ານ​ພາສີ ຮວມທັງ​ພະ​ລິດ​ຕະພັນ​ກະ​ເສດ​ຕະກຳ ທີ່​ສຳຄັນໆຊຶ່ງ
ອາດ​ຈະສ້າງຄວາມເສຍຫາຍຕໍ່ບັນດາຜູ້​ລົງ​ຄະ​ແນນ​ສຽງ​ສ່ວນໃຫຍ່​ຂອງ​ທ່ານ​ທຣໍາຢູ່
ໃນ​ເຂດ​ຊົນ​ນະ​ບົດນັ້ນ.

​ໃນ​ຂະນະ​ດຽວ​ກັນ ຫ້ອງການຜູ້​ຕາງ​ໜ້າການ​ຄ້າ​ສະຫະລັດ ​ໄດ້​ພິມເຜີ​ຍແຜ່​ລາຍ​ຊື່​ສິນ
ຄ້າ​ເຂົ້າຂອງ​ຈີນ 1,102 ຊະນິດ ທີ່​ຈະ​ຖືກ​ເກັບ​ພາສີ​ເພີ້​ມຕື່ມ.

ຫ້ອງການຜູ້ຕາງໜ້າທາງດ້ານການສະຫະລັດ ​ໄດ້​ປະກາດ​ຢູ່​ໃນ​ຖະ​ແຫລ​ງການທີ່​ອອກ
ໃນ​ວັນ​ສຸກ​ວານ​ນີ້​ວ່າ “ໂດຍທົ່ວໄປແລ້ວ ແມ່ນເພັ່ງເລັງໃສ່​ຜະລິດ​ຕະພັນ​ທີ່ຢູ່ໃນ​ພາກ
ສ່ວນອຸດສາຫະກຳ ​ທີ່ປະກອບເປັນຫຼື​ໄດ້​ຮັບ​ກຳ​ໄລ ​ຈາກນະໂຍບາຍເສດຖະກິດ “​ຜະ
ລິດຢູ່​ຈີນ ປີ 2025 ຊຶ່ງ​ຮວມທັງອຸດ​ສາ​ຫະກຳຕ່າງໆ​ເຊັ່ນວ່າ ອະວະ ກາດ ຂໍ້​ມູນແລະການ
ສື່ສານ​ເທັກ​ໂນໂລ​ຈີ​ ​ເຄື່ອງ​ຈັກ​ໂຣບັດ ​ເຄື່ອງ​ຈັກ​ອຸດສາຫະ ກຳ ວັດຖຸຊະນິດໃໝ່ ​ແລະ
ບັນດາ​ລົດຍົນ.”

ລາຍ​ຊື່​ດັ່ງກ່າວນີ້ ບໍ່​ຮວມ​ໂທລະສັບ​ມື​ຖື ຫຼື​ໂທລະທັດ ຊຶ່ງ​ມັກ​ຊື້ໂດຍ​ຜູ້​ບໍລິ​ໂ​ພກ ຊາວ​ອາ
​ເມຣິກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG