ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ຫະ​ລັດ ວາງ​ມາດ​ຕະ​ການ​ລົງ​ໂທດ ກ່ຽວ​ກັບ ຂໍ້​ຕົກ​ລົງ​ຄ້າ​ຂາຍ​ອາ​ວຸດ ລະ​ຫວ່າງ ເກົາຫຼີ​ເໜືອ ແລະ ຣັດ​ເຊຍ


ຮອງ​ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງ ຣັດ​ເຊຍ ທ່ານ ດິ​ມິ​ທ​ຣີ ເມັດ​ເວ​ເດັ​ຟ, ຊ້າຍ, ຢ້ຽມ​ຢາມ​ສະ​ຖານ​ທີ່​ຝຶກ​ຊ້ອມ​ທະ​ຫານ​ໃນ​ເມືອງ ໂວ​ລ​ໂກ​ຣາດ, ຣັດ​ເຊຍ, 1 ມິ​ຖຸ​ນາ 2023.
ຮອງ​ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງ ຣັດ​ເຊຍ ທ່ານ ດິ​ມິ​ທ​ຣີ ເມັດ​ເວ​ເດັ​ຟ, ຊ້າຍ, ຢ້ຽມ​ຢາມ​ສະ​ຖານ​ທີ່​ຝຶກ​ຊ້ອມ​ທະ​ຫານ​ໃນ​ເມືອງ ໂວ​ລ​ໂກ​ຣາດ, ຣັດ​ເຊຍ, 1 ມິ​ຖຸ​ນາ 2023.

ສະ​ຫະ​ລັດ ໃນ​ວັນ​ພຸດ​ວານນີ້ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ ​ໃສ່​ສາມ​ອົງ​ກອນ​ທີ່​ເຂົາ​ເຈົ້າ​ໄດ້​ກ່າວ​ຫາ​ວ່າ ​ມີ​ສາຍ​ພົວ​ພັນ​ກັບ​ຂໍ້​ຕົກ​ລົງ​ຊື້​ຂາຍ​ອາ​ວຸດ​ລະ​ຫວ່າງ ເກົາຫຼີເໜືອ ແລະ ຣັດ​ເຊຍ ໃນ​ຂະ​ນະ​ທີ່ ວໍ​ຊິງ​ຕັນ ປາບ​ປາມ​ຕໍ່​ພວກ​ທີ່​ພະ​ຍາ​ຍາມ​ສະ​ໜັບ​ສະ​ໜູນ​ສົງ​ຄາມ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ.

ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ຣັດ​ເຊຍ ຖືກ​ບັງ​ຄັບ​ໃຫ້​ຫັນ​ໄປ​ຫາ ເກົາຫຼີ​ເໜືອ ແລະ ພັນ​ທະ​ມິດ​ອື່ນໆຫຼາຍ​ຂຶ້ນ ເພື່ອສືບ​ຕໍ່​ເຮັດສົງ​ຄາມ​ຂອງ​ພວກເຂົາ​ໃນ ຢູ​ເຄ​ຣນ ​ໃນ​ຂະ​ນະ​ທີ່​ພວກເຂົ​າ​ໄດ້​ສິ້ນ​ເປືອງ​ລູກ​ປືນ​ ແລະ ສູນ​ເສຍ​ອຸ​ປະ​ກອນ​ໜັກ​ຢູ່​ສະ​ໜາມ​ລົບ.

ການ​ກະ​ທຳ​ດັ່ງ​ກ່າວ​ເປັນ​ຄັ້ງຫຼ້າ​ສຸດ​ໂດຍ ວໍ​ຊິງ​ຕັນ, ເຊິ່ງ​ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ຢ່າງຫຼວງຫຼາຍ​ທີ່​ແນ​ເປົ້າ​ໃສ່ ມົ​ສ​ກູ ແລະ ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ນັບ​ຕັ້ງ​ແຕ່​ຕອນ​ເລີ່ມ​ຕົ້ນ​ຂອງ​ສົງ​ຄາມ, ເຊິ່ງ​ໄດ້​ສັງ​ຫານ​ປະ​ຊາ​ຊົນຫຼາຍ​ສິບ​ພັນ​ຄົນ ແລະ ໄດ້​ເຮັດ​ໃຫ້​ເມືອງ​ຕ່າງໆ​ກາຍ​ເປັນ​ຊາກ​ຫັກ​ພັງ.

ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນທີ່​ຮັບ​ຜິດ​ຊອບ ກ່ຽວ​ກັບ ລັດ​ທິ​ກໍ່​ການ​ຮ້າຍ ແລະ ການ​ສືບ​ລັບ​ດ້ານ​ການ​ເງິນ ທ່ານ ບຣາຍ​ແອນ ແນ​ລ​ສັນ, ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ສະ​ຫະ​ລັດ ຈະ​ສືບ​ຕໍ່​ກຳ​ຈັດ​ເຄືອ​ຂ່າຍ​ການ​ເງິນ​ທີ່​ຜິດ​ກົດ​ໝາຍ​ທີ່​ພະ​ຍາ​ຍາມ​ຫາ​ຊ່ອງ​ທາງ​ການ​ສະ​ໜັບ​ສະ​ໜູນ​ຈາກ ເກົາຫຼີ​ເໜືອ ໃຫ້​ເຄື່ອງ​ຈັກ​ສົງ​ຄາມ​ຂອງ ຣັດ​ເຊຍ.”

ທ່ານ​ກ່າວ​ຕື່ມ​ວ່າ “ຄຽງ​ຂ້າງ​ພັນ​ທະ​ມິດ​ ແລະ ຄູ່​ຮ່ວມ​ຂອງ​ພວກ​ເຮົາ, ພວກ​ເຮົາ​ຍັງ​ຄົງ​ມີ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ​ເປີດ​ເຜີຍ​ ແລະ ຂັດ​ຂວາງ​ການ​ຊື້​ຂາຍ​ອາ​ວຸດ​ສຳ​ລັບ​ສົ່ງ​ເສີມ​ສົງ​ຄາມ​ທີ່​ໂຫດ​ຮ້າຍ​ຂອງ​ທ່ານ ປູ​ຕິນ ໃນ
ຢູ​ເຄ​ຣນ.

ອົງ​ກອນ​ທີ່​ຕົກ​ເປັນ​ເປົ້າ​ໝາຍ​ໃນ​ການ​ດຳ​ເນີນ​ການ​ຂອງວັນ​ພຸດ​ວານນີ້ແມ່ນ​ບໍ​ລິ​ສັດ Limited Liability Company Verus, Defense Enginerring Limited Liability Partnership ແລະ Versor S.R.O.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG