ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ວາງມາດຕະການລົງໂທດ ຕໍ່ລູກຜູ້ໃຫຍ່ ຂອງຜູ້ນໍາທະຫານມຽນມາ


ຜູ້ປະທ້ວງຕິດຮູບຂອງຜູ້ບັນຊາການສູງສຸດທະຫານມຽນມາ, ທ່ານ ມິນ ອອງ ແລງ ຂະນະທີ່ເຂົາເຈົ້າປະທ້ວງຕໍ່ຕ້ານການລັດຖະປະຫານ ຢູ່ຕໍ່ໜ້າທະນາຄານແຫ່ງນຶ່ງຂອງມຽນມາໃນນະຄອນຢ້າງກຸ້ງ ຂອງມຽນນມາ, ວັນທີ 11 ກຸມພາ, 2021
ຜູ້ປະທ້ວງຕິດຮູບຂອງຜູ້ບັນຊາການສູງສຸດທະຫານມຽນມາ, ທ່ານ ມິນ ອອງ ແລງ ຂະນະທີ່ເຂົາເຈົ້າປະທ້ວງຕໍ່ຕ້ານການລັດຖະປະຫານ ຢູ່ຕໍ່ໜ້າທະນາຄານແຫ່ງນຶ່ງຂອງມຽນມາໃນນະຄອນຢ້າງກຸ້ງ ຂອງມຽນນມາ, ວັນທີ 11 ກຸມພາ, 2021

ລັດຖະບານສະຫະລັດໄດ້ລົງໂທດທ່ານ ອອງ ປີແອ ສອນ (Aung Pyae Sone) ແລະທ່ານຄິນ ທີຣິ ເທດ ມອນ (Khin Thiri Thet Mon), ເຊິ່ງເປັນລູກຜູ້ໃຫຍ່ສອງຄົນຂອງຜູ້ບັນຊາການສູງສຸດທະຫານມຽນມາ, ທ່ານ ມິນ ອອງ ແລງ (Min Aung Hlaing).

ກະຊວງການເງິນຂອງສະຫະລັດ ທີ່ໄດ້ປະກາດການລົງໂທດໃນວັນພຸດວານນີ້ ກ່າວຫາທ່ານ ມິນ ອອງ ແລງວ່າເປັນ "ຜູ້ນຳພາໃນການໂຄ່ນລົ້ມລັດຖະບານທີ່ຖືກເລືອກຕັ້ງແບບປະຊາທິປະໄຕຂອງມຽນມາ."

ກະຊວງການເງິນກ່າວຢູ່ໃນບົດຖະແຫລງຂ່າວສະບັບນຶ່ງວ່າ "ທ່ານ ອອງ ປີແອ ສອນ ແລະທ່ານຄິນ ທີຣິ ເທດ ມີຮຸ້ນສ່ວນ ຢູ່ໃນທຸລະກິດຫຼາຍຢ່າງເຊິ່ງໄດ້ຮັບຜົນປະໂຫຍດໂດຍກົງຈາກຕຳແໜ່ງ ແລະອິດທິພົນທີ່ບໍ່ດີຂອງພໍ່ເຂົາເຈົ້າ".

ທັງສອງຈະຖືກຕັດຂາດຈາກຊັບສິນ ແລະຜົນປະໂຫຍດທັງໝົດໃນຊັບສິນ “ທີ່ເຂົາເຈົ້າເປັນເຈົ້າຂອງໂດຍກົງ ຫລືໂດຍທາງອ້ອມ, ຊັບສິນທີ່ເຂົາເຈົ້າເປັນເຈົ້າຂອງ 50 ເປີເຊັນຂຶ້ນໄປ, ຊຶ່ງເປັນຂອງເຂົາເຈົ້າເອງ ຫຼືຮຸ້ນສ່ວນກັບຜູ້ທີ່ຖືກຕັດຂາດຄົນອື່ນ, ທີ່ຢູ່ໃນສະຫະລັດ ຫລືໃນການຄອບຄອງ ຫລືຄວບຄຸມໂດຍບຸກຄົນ ທີ່ເປັນຄົນສະຫະລັດ.”

ສະຫະລັດໄດ້ຮຽກຮ້ອງໃຫ້ປ່ອຍຕົວທ່ານນາງອອງຊານ ຊູຈີ ຜູ້ນຳພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ, ປະທານາທິບໍດີວິນ ມິນທ໌ (Win Myint) ທີ່ຖືກປົດຈາກຕຳແໜ່ງ, ແລະພວກປະທ້ວງ, ນັກຂ່າວ ແລະນັກເຄື່ອນໄຫວດ້ານສິດທິມະນຸດ ທີ່ຖືກກັກຂັງຢ່າງບໍ່ເປັນທຳ ນັບຕັ້ງແຕ່ວັນທີ 1 ກຸມພາເປັນຕົ້ນມາ.

ໃນເດືອນແລ້ວນີ້ ສະຫະລັດໄດ້ປະກາດການລົງໂທດຕໍ່ລະບອບການທະຫານຂອງມຽນມາ.

ໂດຍໄດ້ເລີ່ມຕົ້ນໃນເດືອນທັນວາປີ 2017, ສະຫະລັດໄດ້ວາງມາດຕະການລົງ ໂທດຕໍ່ຜູ້ກະທຳຜິດທີ່ກໍ່ຄວາມໂຫດຮ້າຍຕໍ່ຊາວໂຣຮິງຢາ, ລວມທັງທ່ານ ມິນ ອອງ ແລງ ແລະຮອງຂອງເພິ່ນຄືນາຍພົນ ໂຊ ວິນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG