ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະ​ຫະ​ລັດ ວາງ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ຕໍ່​ເຈົ້າ​ໜ້າ​ທີ່ ອີ​ຣ່ານ ກ່ຽວ​ກັບ ການ​ປາບ​ປາມ​ການ​ປະ​ທ້ວງ


ຕຶກ​ກະຊວງ​ການ​ເງິນ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ວ​ໍ​ຊິງ​ຕັນ, 4 ພຶດ​ສະ​ພາ 2021.
ຕຶກ​ກະຊວງ​ການ​ເງິນ ສະ​ຫະ​ລັດ ໃນ​ນະ​ຄອນຫຼວງ ວ​ໍ​ຊິງ​ຕັນ, 4 ພຶດ​ສະ​ພາ 2021.

ສະ​ຫະ​ລັດ ໃນ​ວັນ​ພຸດ​ວານນີ້​ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ໃສ່​ພວກ​ເຈົ້າ​ໜ້າ​ທີ່ ອີ​ຣ່ານ, ລວມ​ທັງ​ໄອ​ຍະ​ການ​ໃຫຍ່ ແລະພວກ​ເຈົ້າ​ໜ້າ​ທີ່​ກອງ​ທັບ​ຄົນ​ສຳ​ຄັນ, ​ກ່ຽວ ​ກັບ ການ​ປາ​ບ​ປາມ​ຕໍ່​ການ​ປະ​ທ້ວງ​ທີ່​ໄດ້​ເກີດ​ຂຶ້ນ​ຍ້ອນ​ການ​ຕາຍ​ຂອງນາງ ມາ​ຊາ ອາ​ມີ​ນີ ໃນ​ການ​ຖືກ​ຄວ​ບ​ຄຸມ​ຕົວ​ໂດຍ​ຕຳຫຼວດ ອີງ​ຕາມ​ລາຍ​ງານ​ ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ.

ກະ​ຊວງ​ການ​ເງິນ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ​ເຂົາ​ເຈົ້າ​ໄດ້​ວາ​ມາດ​ຕະ​ການ​ລົງ​ໂທດ​ຕໍ່​ທ່ານ ໂມ​ຮຳ​ມັດ ມອນ​ຕາ​ເຊ​ຣີ, ໄອ​ຍະ​ການ​ໃຫຍ່​ຂອງ ອີ​ຣ່ານ, ໂດຍ​ກ່າວ​ຫາ​ທ່ານ ກ່ຽວ​ກັບ ການ​ອອກ​ຄຳ​ຊີ້​ນຳ​ຕໍ່​ສານ​ໃນ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ​ເພື່ອ​ປະ​ກາດ​ການ​ລົງ​ໂທດ​ທີ່​ຮຸນ​ແຮງ​ຕໍ່ຫຼາຍ​ຄົນ​ຜູ້​ທີ່​ຖືກ​ຈັບ​ໃນ​ລະ​ຫວ່າງ​ການ​ປະ​ທ້ວງ.

ພ້ອມ​ທັງ​ບໍ​ລິ​ສັດ ອີ​ເມັນ ຊາ​ນາດ ຊາ​ມານ ຟາ​ຣາ ຂອງ ອີ​ຣ່ານ, ເຊິ່ງ​ກະ​ຊວງ​ການ​ເງິນ​ກ່າວ​ວ່າ​ໄດ້​ຜະ​ລິດ​ອຸ​ປະ​ກອນ​ສຳ​ລັບ​ພວກ​ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍ​ຂອງ ອີ​ຣ່ານ, ລວມ​ທັງ​ລົດ​ຫຸ້ມ​ເກາະ ​ທີ່​ຖືກ​ໃຊ້​ປາບ​ປາມ​ຝູງ​ຄົນ.

ວໍ​ຊິງ​ຕັນ ຍັງ​ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ຕໍ່​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງກອງ​ກຳ​ລັງ​ຕໍ່​ຕ້ານ ບາ​ຊິ​ຈ ອີ​ຣ່ານ ສອງ​ຄົນ, ເຊິ່ງ​ແມ່​ນ​ທະ​ຫານ​ບ້າ ນ​ທີ່​ເປັນ​ສະ​ມາ​ຊິກ​ຂອງ​ກອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ ທີ່​ໄດ້​ຖືກ​ສົ່ງ​ອອກ​ໄປ​ຢ່າງກວ້າງ​ຂວາງ​ ໃນ​ລະ​ຫວ່າງ​ກາ​ນ​ປາບ​ປາມ, ແລະ ເຈົ້າ​ໜ້າ​ທີ່ກອງ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອິ​ສ​ລາມ​ສອງ​ຄົນ.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ແມ່ນ​ການ​ດຳ​ເນີນ​ການ​ຄັ້ງຫຼ້າ​ສຸດ​ຈາກຫຼາຍ​ຄັ້ງ ທີ່​ວໍ​ຊິງ​ຕັນ​ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ໃໝ່ ​ຕໍ່​ເຈົ້າ​ໜ້າ​ທີ່ ອີ​ຣ່ານ ຍ້ອນ​ການ​ປາບ​ປາມ​ຂອງ ອີ​ຣ່ານ ໃນ​ຄວາມ​ວຸ້ນ​ວານ​ທີ່​ໄດ້​ເກີດ​ຂຶ້ນ​ຍ້ອນ​ການ​ຕາຍ​ຂອງ​ນາງ ອາ​ມີ​ນີ, ແມ່​ຍິງໄວ​ໜຸ່ມ​ຊາວ​ເຄີດ​ຂອງ ອີ​ຣ່ານ, ໃນ​ລະ​ຫວ່າງ​ການ​ຖືກ​ຄວບ​ຄຸມ​ຕົວ​ໂດຍ​ຕຳຫຼວດ​ສິນ​ທຳ​ໃນ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ.

ການ​ປະ​ທ້ວງ​ຫຼາຍ​ຄັ້ງ​ໂດຍ​ປະ​ຊາ​ຊົນ ອີ​ຣ່ານ ຈາກ​ທຸກ​ສາ​ຂາ​ອາ​ຊີບ ໄດ້​ເປັນ​ຂີດ​ໝາຍ​ຂອງ​ນຶ່ງ​ໃນ​ການ​ທ້າ​ທາຍ​ທີ່​ກ້າ​ຫານ​ທີ່​ສຸດ​ຕໍ່​ລະ​ບອບ​ການ​ປົກ​ຄອງ​ທີ່​ຍຶດ​ຖື​ພະ​ເຈົ້າ​ເປັນ​ຫຼັກ​ນັ້ນ ​ນັບ​ຕັ້ງ​ແຕ່​ການ​ປະ​ຕິ​ວັດ​ອິ​ສ​ລາມ​ໃນ​ປີ 1979. ອີ​ຣ່ານ ໄດ້​ກ່າວ​ຫາ​ບັນ​ດາ​ປະ​ເທດ​ມາ​ຫາ​ອຳ​ນາດ​ຕາ​ເວັນ​ຕົກ ກ່ຽວ​ກັບ ການ​ປຸກ​ລະ​ດົມໃຫ້​ເກີດ​ຄວາມ​ວຸ້ນ​ວາຍ, ເຊິ່ງກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ໄດ້​ປະ​ເຊີນ​ກັບ​ຄວາມ​ຮຸນ​ແຮງ​ເຖິງ​ແກ່​ຊີ​ວິດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG