ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ຫະ​ລັດ ວິ​ຈານ​ກຸ່ມ ຕາ​ລີ​ບານ ສຳ​ລັບ​ການ​ຂ້ຽນ​ຕີ​ຜູ້​ຊາຍ ແລະ ແມ່​ຍິງ ອັ​ຟ​ກາ​ນິ​ສ​ຖານ ໃນ​ສາ​ທາ​ລະ​ນະ


ແຜນ​ທີ່​ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ.
ແຜນ​ທີ່​ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ.

ທູດພິເສດ ສະຫະລັດ ທີ່ຮັບຜິດຊອບສຳລັບສິດທິແມ່ຍິງ, ເດັກຍິງ ແລະ ມະ ນຸດໃນອັຟການິສຖານ ໄດ້ຕຳໜິວິຈານກຸ່ມອິສລາມຕາລີບານທີ່ກຳລັງປົກຄອງປະເທດສຳລັບການຈັດການຂ້ຽນຕີປະຊາຊົນໃນທີ່ສາທາລະນະ, ລວມທັງແມ່ຍິງ, ທີ່ຖືກກ່າວຫາ ກ່ຽວກັບ “ອາຊະຍາກຳທາງສິນທຳ” ເຊັ່ນ ການລັກເຄື່ອງ ແລະ ຫຼິ້ນຊູ້.

ທ່ານນາງ ຣີນາ ອາມີຣີ ໄດ້ກ່າວໃນທວິດເຕີວ່າ “ມັນເປັນສອງສັນຍານທີ່ໜ້າ ຕົກໃຈ ແລະ ອັນຕະລາຍທີ່ກຸ່ມຕາລີບານໄດ້ສ້າງຄວາມທ້າທາຍຫຼາຍຂຶ້ນ ໃນການສະແດງໃຫ້ໂລກເຫັນວ່າ ພວກເຂົາກຳລັງໃຊ້ນະໂຍບາຍໃນອະດີດ.”

ການສະແດງປະຕິກິລິຍາຂອງທ່ານນາງໄດ້ມີຂຶ້ນນຶ່ງວັນຫຼັງຈາກສານສູງສຸດຕາລີບານໄດ້ກ່າວວ່າຜູ້ຊາຍ 11 ​ຄົນ ແລະ ແມ່ຍິງສາມຄົນໄດ້ຖືກຕີ “ສຳລັບບາບທີ່ຕ່າງກັນ, ລວມມີການຫຼິ້ນຊູ້, ລັກເຄື່ອງ ແລະ ການສໍ້ລາດບັງຫຼວງໃນຮູບແບບ ອື່ນໆ” ໃນສະໜາມກິລາເຕະບານທາງພາກຕາເວັນອອກຂອງປະເທດ.

ການປະກາດດັ່ງກ່າວໄດ້ເນັ້ນໃຫ້ເຫັນວ່າການລົງໂທດນັ້ນໄດ້ຖືກຕິດຕາມໃນ ຕອນເຊົ້າວັນພຸດທີ່ຜ່ານມາ “ດ້ວຍການປາກົດຕົວຂອງນັກວິຊາການທີ່ຖືກເຄົາ ລົບ, ກອງກຳລັງຮັກສາຄວາມປອດໄພ, ຜູ້ອາວຸໂສຊົນເຜົ່າ ແລະ ປະຊາຊົນທີ່ອາໄສຢູ່ໃນທ້ອງຖິ່ນ.”

ມັນເປັນສັນຍານຄັ້ງຫຼ້າສຸດ ທີ່ກຸ່ມຕາລີບານໄດ້ໃຊ້ການຕີຄວາມໝາຍຂອງກົດ ໝາຍອິສລາມຂອງພວກເຂົາ, ເຊິ່ງຮູ້ຈັກ​ໃນ​ຊື່ ຊາເຣຍ, ຕໍ່ການລົງໂທດອາ ຊະຍາກອນ, ແລະ ນຳເອົານະໂຍບາຍຂອງລະບອບການປົກຄອງແຕ່ກ່ອນ ຂອງເຂົາເຈົ້າຈາກປີ 1996 ຫາ 2001 ກັບຄືນມາ, ເວລາທີ່ການຂ້ຽນຕີຄົນໄດ້ເກີດຂຶ້ນໃນຫຼາຍພາກສ່ວນຂອງ ອັຟການິສຖານ.

ທ່ານນາງ ອາມີຣີ ໄດ້ເຕືອນວ່າ “ມັນບໍ່ໄດ້ຈົບລົງດ້ວຍດີ ແລະ ມັນຈະນຳ ເອົາປະເທດກັບໄປສູ່ເສັ້ນທາງທີ່ອັນຕະລາຍອີກຄັ້ງນຶ່ງ.”

ໃນຕົ້ນເດືອນນີ້, ຫົວໜ້າກຸ່ມຕາລີບານທີ່ສັນໂດດ ຮີບາຕຸລລາ ອາຄຸນຊາດາ ໄດ້ສັ່ງໃຫ້ຜູ້ພິພາກສາອາວຸໂສໃຊ້ກົດໝາຍ ຊາເຣຍ ເພື່ອລົງໂທດໃນຄະດີ ທີ່ຖືກສະຫຼຸບແລ້ວ. ພວກເຈົ້າໜ້າທີ່ ຕາລີບານ ນັບຕັ້ງແຕ່ນັ້ນມາໄດ້ປະຕິບັດການຂ້ຽນຕີຄົນໃນສາທາລະນະໃນຢ່າງໜ້ອຍສອງແຂວງສຳລັບອາຊະຍາກຳເຊັ່ນການຫຼິ້ນຊູ້, ການກ່າວຫາທີ່ຜິດ ກ່ຽວກັບ ການຫຼິ້ນຊູ້, ການລັກເຄື່ອງ, ການປຸ້ນສະດົມ, ການບໍລິໂພກເຫຼົ້າ, ການບໍ່ຈົງຮັກພັກດີ ແລະ ການຍຸແຍ່ຄວາມບໍ່ສະຫງົບ.

ສານສູງສຸດໄດ້ກ່າວວ່າປະມານ 2 ອາທິດທີ່ຜ່ານມາ 19 ຄົນ, ລວມທັງແມ່ຍິງ 9 ຄົນ, ໄດ້ຖືກໄມ້ແສ້ຟາດໃນແຂວງ ຕາຄາ ທາງພາກຕາເວັນອອກສຽງເໜືອ ຂອງປະເທດສຳລັບການຫຼິ້ນຊູ້ ແລະ ແລ່ນໜີຈາກບ້ານ. ເຂົາເຈົ້າທັງໝົດ ຖືກຕີຄົນລະ 39 ເທື່ອ, ອີງຕາມການກ່າວຂອງສານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG