ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດ ຕ້ອງຕິ ອີຣ່ານ ໃນການໂຈມຕີຄົນອາເມຣິກັນ ແລະພື້ນຖານໂຄງລ່າງ 'ແບບບໍ່ຮູ້ສຶກອັບອາຍ'


ແຟ້ມ-ທ່ານນາງລິຊາ ໂມນາໂກ, ຮອງລັດຖະມົນຕີຍຸຕິທໍາຂອງສະຫະລັດ, ກ່າວຖະແຫຼງການຢູ່ໃນນະຄອນຫຼວງວໍຊິງຕັນ, ວັນທີ 6 ພຶດສະພາ 2022. ທ່ານນາງ ໂມນາໂກ ໄດ້ເຕືອນໃນວັນທີ 21 ກັນຍາ 2022.
ແຟ້ມ-ທ່ານນາງລິຊາ ໂມນາໂກ, ຮອງລັດຖະມົນຕີຍຸຕິທໍາຂອງສະຫະລັດ, ກ່າວຖະແຫຼງການຢູ່ໃນນະຄອນຫຼວງວໍຊິງຕັນ, ວັນທີ 6 ພຶດສະພາ 2022. ທ່ານນາງ ໂມນາໂກ ໄດ້ເຕືອນໃນວັນທີ 21 ກັນຍາ 2022.

ສະຫະລັດ ກໍາລັງເຕືອນ ອີຣ່ານ ກ່ຽວກັບ “ການເພີ້ມຂຶ້ນຂອງການກະທໍາທີ່ບໍ່ຮູ້ສຶກອາຍ” ຂອງ ອີຣ່ານ, ໂດຍກ່າວ​ຫາລັດຖະບານເຕຫະຣ່ານ ກ່ຽວກັບການໃຊ້ເຄືອຂ່າຍໂຕແທນ ແລະຜູ້ລັກເຈາະຂໍ້ມູນ ທີ່ກໍາລັງຂະຫຍາຍໂຕເພີ້ມຂຶ້ນ ເພື່ອແນເປົ້າໝາຍໃສ່ທັງປະເທດອາເມຣິກາ ແລະຄົນອາເມຣິກັນ, ຫຼືແມ່ນແຕ່ຢູ່​ໃນດິນຂອງສະຫະລັດ.

ຈາກການປະເມີນຜົນ ກ່ອນໜ້ານີ້ພົບວ່າ ປະ​ຊາ​ຄົມສືບລັບສະຫະລັດແລະກອງ ທັບສະຫະລັດ ໄດ້ມີການປະ​ນາມອີຣ່ານຢ່າງຕໍ່ເນື່ອງກ່ຽວກັບການໃຫ້​ຄວາມສະໜັບສະໜຸນລັດທິກໍ່ການຮ້າຍ, ແລະໃນສິ່ງທີ່ພວກເຂົາເຈົ້າໄດ້ອະທິບາຍວ່າເປັນການກະທໍາຕ່າງໆໃນລັກສະນະ​ທີ່​ປອງ​ຮ້າຍ ຢູ່ໃນຂົງເຂດ​ພາກຕາເວັນອອກກາງ ແລະບ່ອນອື່ນໆ. ມີພຽງຄໍາເຕືອນຫຼ້າສຸດຈາກກະຊວງຍຸຕິທໍາຂອງສະຫະລັດເທົ່ານັ້ນທີ່ຊີ້ບອກວ່າ ການຄຸກຄາມໄດ້ປ່ຽນແປງໄປໃນຊ່ວງບໍ່ເທົ່າໃດເດືອນມານີ້.

“ນີ້ແມ່ນໄພຄຸກຄາມທີ່ຄ່ອຍໆມີການປ່ຽນແປງ ແລະເພີ້ມຂຶ້ນ,” ຮອງ​ລັດ​ຖະ​ມົນ
ຕີ​ຍຸ​ຕິ​ທຳ ທ່ານນາງລິຊາ ໂມນາໂກ (Lisa Monaco), ກ່າວຜ່ານທາງອອນລາຍຢູ່ໃນກອງປະຊຸມສຸດຍອດ ຢູ່ທີ່ນະຄອນນິວຢອກ ໃນມື້ວັນພຸດວານນີ້ ໂດຍອະທິບາຍວ່າ ມັນເປັນລັກສະນະ “ການເພີ້ມຂຶ້ນທີ່ຊັບຊ້ອນ ແລະມີຫຼາຍຂອບເຂດ” ພ້ອມນັ້ນ “ຄວາມໜ້າດ້ານກໍເພີ້ມຂຶ້ນ” ເຊັ່ນກັນ.

ປະທານາທິບໍດີຂອງ ອີຣ່ານ ທ່ານອິບຣາຮິມ ຣາຍຊີ, ຍົກຮູບພາບຂອງນາຍພົນຊາວອີຣ່ານທີ່ຖືກສັງຫານ ທ່ານກາສເຊມ ໂຊລາຍມານີ (Qassem Soleimani), ໃນລະຫວ່າງການກ່າວຄໍາປາໄສຢູ່ທີ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 77, ຢູ່ທີ່ສໍານັກງານໃຫຍ່ອົງການສະຫະປະຊາຊາດໃນນະຄອນນິວຢອກ, ວັນທີ 21 ກັນຍາ 2022.
ປະທານາທິບໍດີຂອງ ອີຣ່ານ ທ່ານອິບຣາຮິມ ຣາຍຊີ, ຍົກຮູບພາບຂອງນາຍພົນຊາວອີຣ່ານທີ່ຖືກສັງຫານ ທ່ານກາສເຊມ ໂຊລາຍມານີ (Qassem Soleimani), ໃນລະຫວ່າງການກ່າວຄໍາປາໄສຢູ່ທີ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດຄັ້ງທີ 77, ຢູ່ທີ່ສໍານັກງານໃຫຍ່ອົງການສະຫະປະຊາຊາດໃນນະຄອນນິວຢອກ, ວັນທີ 21 ກັນຍາ 2022.

“ສິ່ງທີ່ກັງວົນທີ່ສຸດກໍຄື ໄພຄຸກຄາມທີ່ໄດ້ເກີດຂຶ້ນກັບບ້ານເກີດເມືອງນອນ ແລະຄວາມພະຍາຍາມໃນການພັດທະນາ ການນໍາໃຊ້ເຄືອຂ່າຍ ແລະໂຕແທນ” ທ່ານນາງກ່າວ, ພ້ອມທັງລະບຸເພີ້ມເຕີມວ່າ ຄວາມພະຍາຍາມໃນການວາງເປົ້າໝາຍໃສ່ປະຊາຊົນຊາວອາເມຣິກັນ ຢູ່ເທິງແຜ່ນດິນຂອງສະຫະລັດ ແມ່ນເປັນລັກສະນະຂອງ “ການປ່ຽນແປງຢ່າງ​ໃຫຍ່​ຫຼວງ.”

ໂດຍສະເພາະແລ້ວ, ທ່ານນາງ ໂມນາໂກ ໄດ້ກ່າວເຖິງສອງແຜນການທີ່ໄດ້ຕໍ່ຕ້ານ​ສ່ວນບຸກຄົນຂອງສະຫະລັດໃນເດືອນສິງຫາທີ່ຜ່ານມາ, ຜູ້ທີນຶ່ງແມ່ນມຸ້ງເປົ້າໃສ່ອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ໂບລຕັນ (John Bolton), ແລະອີກຄົນນຶ່ງກໍຄື ​ຜູ້​ຈັດ​ລາຍ​ການໂທລະພາບຂອງ VOA ພະແນກພາສາເປີເຊຍ ທ່ານມາຊິນ ອລາຍຈາດ (Masih Alinejad).

ທ່ານ ອລາຍຈາດ ຍັງຕົກເປັນເປົ້າໝາຍ ໃນແຜນການລັກພາໂຕ ເມື່ອເດືອນກໍລະກົດປີ 2021, ເຊິ່ງໄດ້ນໍາໄປສູ່ການຟ້ອງຮ້ອງກ່ຽວກັບການປະຕິບັດງານຂອງໜ່ວຍສືບລັບຊາວອີຣ່ານ 4 ຄົນຢູ່ໃນສະຫະລັດ.

ທ່ານນາງໂມນາໂກ ກ່າວວ່າ “ແຜນການຕໍ່ຕ້ານ ຫຼືຂົ່ມຂູ່ປະຊາຊົນຊາວອາເມຣິກັນ ຄວນຍຸຕິ, ມັນເປັນສິ່ງທີ່ຍອມຮັບບໍ່ໄດ້,” ໂດຍເນັ້ນຢໍ້າວ່າ “ເປັນຜົນ​ຕາມ​ມາທີ່ຮ້າຍແຮງທີ່ສຸດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG