ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສປຊ ກ່າວປະນາມ ການຄາດຕະກຳ ໃນສົງຄາມຢາເສບຕິດ ຂອງປະທານາທິບໍດີ ໂຣດຣິໂກ ດູເຕີເຕ


ພີ່ນ້ອງຂອງຜູ້ເຄາະຮ້າຍໃນສົງຄາມຢາເສບຕິດຂອງປະທານາທິບໍດີ ໂຣດຣິໂກ ດູເຕີເຕ ປອບໃຈກັນແລະກັນ ຢູ່ໂບດໂຣມັນ ກາໂຕລິກ, ເມືອງ ເກຊອນ ທາງພາກຕາເວັນອອກສຽງເໜືອຂອງນະຄອນຫຼວງ ມະນີລາ, ຟີລິບປິນ. 15 ມີນາ, 2019.
ພີ່ນ້ອງຂອງຜູ້ເຄາະຮ້າຍໃນສົງຄາມຢາເສບຕິດຂອງປະທານາທິບໍດີ ໂຣດຣິໂກ ດູເຕີເຕ ປອບໃຈກັນແລະກັນ ຢູ່ໂບດໂຣມັນ ກາໂຕລິກ, ເມືອງ ເກຊອນ ທາງພາກຕາເວັນອອກສຽງເໜືອຂອງນະຄອນຫຼວງ ມະນີລາ, ຟີລິບປິນ. 15 ມີນາ, 2019.

ລາຍງານສະບັບນຶ່ງທີ່ຖືກມອບໃຫ້ສະພາສິດທິມະນຸດ ອົງການສະຫະປະຊາຊາດ ໄດ້ກ່າວປະນາມ ສິ່ງທີ່ເອີ້ນວ່າ ສົງຄາມຢາເສບຕິດ ໂດຍລັດຖະບານຂອງປະທານາທິບໍດີ ຟີລິບປິນ ທ່ານ ໂຣດຣິໂກ ດູເຕີເຕ, ເຊິ່ງໄດ້ສົ່ງຜົນໃຫ້ມີ ການເຂັ່ນຂ້າ ຜູ້ຖືກກ່າວຫາ ຕ້ອງສົງໄສຄ້າຢາເສບຕິດ. ນັກຂ່າວວີໂອເອ ລີຊາ ສໄລນ໌ ມີລາຍ ງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບ ຕໍ່ໄປ.


ອົງການສະຫະປະຊາຊາດແມ່ນບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປໃນປະເທດ ຟີລິບ ປິນ ເພື່ອດຳເນີນການສືບສວນສອບສວນຂອງເຂົາເຈົ້າ. ສະນັ້ນ, ລາຍງານ ຂອງເຂົາເຈົ້າຈຶ່ງອີງໃສ່ຂໍ້ມູນທີ່ຖືກທ້ອມໂຮມຈາກເອກະສານຫຼາຍຮ້ອຍສະບັບ, ແຫຼ່ງຂ່າວສັງຄົມພົນລະເຮືອນ ແລະ ລັດຖະບານ, ພ້ອມກັບການສຳພາດກັບຜູ້ ເຄາະຮ້າຍ ແລະ ຜູ້ເຫັນເຫດການ.

ເອກະສານດັ່ງກ່າວໄດ້ນຳສະເໜີການອະທິບາຍ ທີ່ເປັນຕາຂົນຫົວລຸກ ກ່ຽວກັບ ສົງຄາມຫ້າປີຕໍ່ຢາເສບຕິດ ເຊິ່ງດຳເນີນໂດຍທ່ານ ດູເຕີເຕ ໂດຍບໍ່ຄຳນຶງເຖິງຂະບວນການທີ່ເໝາະສົມຂອງສິດທິ ແລະ ລະບຽບກົດໝາຍ. ຕົວເລກຢ່າງເປັນ ທາງການຂອງລັດຖະບານໄດ້ສະແດງໃຫ້ເຫັນຢ່າງໜ້ອຍ 8,663 ຄົນໄດ້ຖືກຂ້າຕາຍ. ແຕ່ແນວໃດກໍຕາມ, ການຄາດຄະເນບາງອັນໄດ້ກະວ່າ ຕົວເລກແມ່ນ ຫຼາຍກວ່ານັ້ນສາມເທົ່າ.

ຂ້າຫຼວງໃຫຍ່ອົງການສະຫະປະຊາຊາດເພື່ອສິດທິມະນຸດ, ທ່ານນາງ ມິແຊລ ບາຊາແລັດ, ກ່າວວ່າ ລາຍດັ່ງກ່າວໄດ້ຄົ້ນພົບການລະເມີດສິດທິມະນຸດຢ່າງຮ້າຍແຮງ, ລວມທັງການຄາດຕະກຳແບບຮວບຮັດຕັດຕອນ ແລະ ການຍຸແຍ່ ໃຫ້ເກີິດຄວາມຮຸນແຮງ ແມ່ນຖືກອະນຸມັດຈາກເຈົ້າໜ້າທີ່ລະດັບສູງສຸດຂອງລັດ ຖະບານ.

ທ່ານນາງ ບາຊາແລັດ ກ່າວວ່າ “ລາຍງານໄດ້ພົບວ່າ ການຂ້າຄົນແມ່ນໄດ້ເກີດ ຂຶ້ນຢ່າງກວ້າງ ຂວາງ ແລະ ຢ່າງເປັນລະບົບ ແລະ ມັນກໍກຳລັງເກີດຂຶ້ນຢູ່. ພວກເຮົາໄດ້ພົບການຄຸ້ມກັນເກືອບວ່າຢ່າງເຕັມທີ່, ເຊິ່ງລະບຸໃຫ້ເຫັນຄວາມບໍ່ເຕັມໃຈຂອງລັດ ທີ່ຈະນຳເອົາຜູ້ກະທຳຜິດ ກ່ຽວກັບ ການວິສາມັນຄາດຕະກຳ ມາລົງໂທດ. ຄອບຄົວຂອງຜູ້ເຄາະຮ້າຍຮູ້ສຶກວ່າເຂົາເຈົ້າບໍ່ມີອຳນາດ, ດ້ວຍ ການມີຄວາມເສຍປຽບຢ່າງຫຼວງຫຼາຍ ຕໍ່ການໄດ້ຮັບຄວາມເປັນທຳ.”

ທ່ານນາງ ບາຊາແລັດ ໄດ້ກ່າວຢໍ້າວ່າ ພວກເຈົ້າໜ້າທີ່ອາວຸໂສລັດຖະບານຮັບຮູ້ວ່າ ການຕໍ່ສູ້ທີ່ເຂັ້ມງວດນັ້ນ ບໍ່ໄດ້ມີປະສິດທິຜົນ ໃນຫຼຸດຜ່ອນການຈຳໜ່າຍຢາທີ່ຜິດກົດໝາຍນັ້ນ. ທ່ານນາງໄດ້ຮຽກຮ້ອງລັດຖະບານດັ່ງກ່າວ ໃຫ້ດຳເນີນການສືບສວນສອບສວນອິດສະຫຼະ ກ່ຽວກັບ ການລະເມີດຢ່າງໃຫຍ່ຫຼວງທີ່ຖືກບັນທຶກໃນລາຍງານນັ້ນ.

ລັດຖະມົນຕີກະຊວງຍຸຕິທຳ ຟີລິບປິນ ທ່ານ ເມນາໂດ ກູເອວາຣາ ກ່າວວ່າ ລັດຖະບານຂອງລາວ, ຄືກັບລັດຖະບານອື່ນໆ, ໄດ້ປະເຊີນກັບຫຼາຍບັນຫາ ຕ່າງໆ, ລວມທັງຢາເສບຕິດ, ການສໍ້ລາດບັງ ຫຼວງ, ການກໍ່ອາຊະຍາກຳ ແລະ ການກໍ່ການຮ້າຍ.

ໃນການກ່າວຜ່ານທາງວິດີໂອຈາກນະຄອນຫຼວງ ມະນີລານັ້ນ, ທ່ານໄດ້ກ່າວຕໍ່ສະພາວ່າ ປະເທດຂອງທ່ານຮັກຫອມປະຊາທິປະໄຕທີ່ໄດ້ຕໍ່ສູ້ຢ່າງຍາກລຳບາກ ທີ່ເຂົາເຈົ້າຫາກໍໄດ້ຊະນະມາໃໝ່ໆນັ້ນ. ທ່ານເວົ້າວ່າລັດຖະບານຂອງທ່ານແມ່ນ ເປັນຫ່ວງຢ່າງຍິ່ງ ກ່ຽວກັບ ການໂຈມຕີທີ່ເກີດຂຶ້ນຈາກການຄ້າຂາຍຢາເສບຕິດ ແລະ ມີຄວາມມຸ່ງໝັ້ນທີ່ຈະຕໍ່ສູ້ກັບການລະບາດນີ້. ທ່ານກ່າວຕື່ມວ່າ, ຕະຫຼອດມາເຂົາເຈົ້າປະຕິບັດຕາມກົດໝາຍ ແລະ ເຄົາລົບຢ່າງເຕັມທີ່ ກ່ຽວກັບ ສິດທິມະ ນຸດ.

ທ່ານ ກູເອວາຣາ ກ່າວວ່າ “ປະທານາທິບໍດີຂອງພວກເຮົາໄດ້ດຳເນີນການຕໍ່ສູ້ ແລະ ໄດ້ຊະນະມັນ ທີ່ທ່ານໄດ້ສັນຍາວ່າຈະເຮັດໃຫ້ ຟີລິບປິນ ເປັນປະເທດທີ່ ປອດຢາເສບຕິດ ບ່ອນທີ່ປະຊາຊົນຂອງພວກເຮົາມີຄວາມປອດໄພ. ຫຼັງຈາກ 4 ປີ, ທ່ານປະທານາທິບໍດີ ແລະ ການຕໍ່ສູ້ຕໍ່ຕ້ານຢາເສບຕິດຂອງທ່ານແມ່ນໄດ້ຮັບ ການສະໜັບສະໜູນທີ່ແຂງແກ່ນ ແລະ ກວ້າງຂວາງ ຫຼື ປະຊາຊົນຂອງພວກເຮົາ.”

ທ່ານ ກູເອວາຣາ ໄດ້ປະຕິເສດການກ່າວອ້າງວ່າ ບັນດາເຈົ້າໜ້າທີ່ ຟີລິບປິນ ແລະ ເຈົ້າໜ້າທີ່ຮັກສາຄວາມປອດໄພ ໄດ້ປະຕິບັດການດ້ວຍການໄດ້ຮັບການ ປົກປ້ອງຢ່າງຫຼວງຫຼາຍ. ທ່ານກ່າວວ່າ ການກະທຳທີ່ບໍ່ຖືກຕ້ອງແຕ່ລະກໍລະນີ ແມ່ນໄດ້ຖືກນຳມາລົງວິໄນຕາມຄວາມເໝາະສົມຂອງມັນ. ທ່ານຍັງໄດ້ປະຕິເສດ ການຮຽກຮ້ອງສຳລັບກົນໄກການສືບສວນສອບສວນອິດສະຫຼະ, ໂດຍກ່າວເນັ້ນ ວ່າ ຄະນະກຳມາທິການ ກ່ຽວກັບ ສິດທິມະນຸດຂອງປະເທດ ແມ່ນອົງການສິ້ງ ຊອມອິດສະຫຼະທີ່ແຂງແກ່ນ, ເຊິ່ງເປັນຜູ້ຮັບໃຊ້ໜ້າທີ່ດັ່ງກ່າວນັ້ນ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG