ສະຫະລັດ ໄດ້ຕຳນິຕິຕຽນຈີນ ຕໍ່ການໂຈມຕີທາງອິນເຕີແນັດ ທີ່
ໄດ້ຮັບຄວາມອຸປະຖຳໂດຍທາງການຈີນ ເຊິ່ງເປັນການກ່າວຫາ
ແບບກົງໆບໍ່ອ້ອມແອ້ມ ທີ່ມີຂຶ້ນໃນຂະນະທີ່ບັນດາເຈົ້າໜ້າທີ່ໃນ
ວໍຊິງຕັນສືບຕໍ່ທຳການສືບສວນສອບສວນ ກ່ຽວກັບການໂຈມຕີ
ເຈາະເອົາຂໍ້ມູນຂະໜາດໃຫຍ່ຂອງພະນັກງານລັດຖະບານກາງ
ສະຫະລັດ.
ລັດຖະມົນຕີການເງິນ ທ່ານ Jack Lew ໄດ້ຖະແຫລງ ເມື່ອວັນ
ອັງຄານວານນີ້ ໃນລະຫວ່າງວັນທີສອງ ຂອງການເຈລະຈາລະ
ດັບສູງ ດ້ານຄວາມໝັ້ນຄົງແລະເສດຖະກິດກັບບັນດາເຈົ້າໜ້າ
ທີ່ຈີນ.
ທ່ານ Lew ເວົ້າວ່າ “ພວກເຮົາ ຍັງມີຄວາມກັງວົນ ຢ່າງເລິກເຊິ່ງ ກ່ຽວກັບ ການລັກ
ຂະໂມຍເອົາຂໍ້ມູນທາງອິນເຕີແນັດ ທີ່ລັດຖະບານຈີນໃຫ້ການອຸປະຖຳນັ້ນ.”
ຢູ່ໃນການໃຫ້ຄວາມເຫັນຕໍ່ມວນຊົນນັ້ນ ທ່ານ Lew ບໍ່ໄດ້ກ່າວຢ່າງເຈາະຈົງ ເຖິງການໂຈມຕີທາງອິນເຕີແນັດຫຼາຍໆບັ້ນ ທີ່ໄດ້ຖືກເປີດເຜີຍ ເມື່ອຕົ້ນເດືອນນີ້ ເຊິ່ງໃນລະຫວ່າງນັ້ນ ພວກລັກເຈາະເອົາຂໍ້ມູນ ທາງຄອມພິມເຕີ້ ຫຼື hackers ສາມາດເຂົ້າເຖິງ ຫຼືລັກຂະໂມຍເອົາຂໍ້ມູນສ່ວນຕົວ ທີ່ມີຄວາມສຳຄັນ ຂອງບັນດາພະນັກງານ ລັດຖະບານກາງສະຫະລັດ ທັງໃນປັດຈຸບັນ ແລະ ອະດີດ ຫຼາຍລ້ານຄົນ.
ລັດຖະບານ ທ່ານໂອບາມາ ບໍ່ໄດ້ກ່າວຫາລັດຖະບານຈີນ ຢ່າງເປີດເຜີຍ ວ່າ ຢູ່ເບື້ອງຫຼັງການໂຈມຕີ ຕໍ່ຫ້ອງການຄຸມຄອງພະນັກງານ ລັດຖະບານກາງ ສະຫະລັດ ຫຼື OPM ແຕ່ເຈົ້າໜ້າທີ່ຫຼາຍທ່ານ ກ່າວວ່າ ພວກເຂົາເຈົ້າ ເຊື່ອໝັ້ນຫຼາຍຂຶ້ນ ວ່າ ມັນເປັນກໍລະນີຂອງຈີນທີ່ກ່າວນັ້ນ.
ກ່ອນໜ້າການເຈລະຈາປະຈຳປີ ກັບບັນດາເຈົ້າໜ້າທີ່ປັກກິ່ງ ຢູ່ວໍຊິງຕັນ ໃນອາທິດນີ້ ເຈົ້າໜ້າທີ່ອາວຸໂສ ຂອງກະຊວງການຕ່າງປະເທດ ທ່ານນຶ່ງ ໄດ້ໃຫ້ຄຳໝັ້ນສັນຍາວ່າ ເຫດການລັກເຈາະຂໍ້ມູນດັ່ງກ່າວ ຈະຖືກນຳຂຶ້ນມາປຶກສາຫາລືກັນ “ໂດຍຈະໃຊ້ຖ້ອຍຄຳ ໂດຍກົງ ທີ່ສຸດ.” ລາຍລະອຽດຂອງການສົນທະນາ ເຫຼົ່ານັ້ນ ບໍ່ໄດ້ຖືກເປີດເຜີຍໃຫ້ຊາບເທື່ອ.