ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະມາຊິກ ທິມນັກກິລາສະກີຫິມະ ຂອງສະຫະລັດ 2 ຄົນ ເສຍຊີວິດ ໃນອອສເຕຣຍ


ທິມນັກກິລາສະ​ກີ​ຫິມະ​ຂອງ​ສະຫະລັດ ແມ່ນກຳລັງ ໄວ້ອາໄລ ຕໍ່ການສູນເສຍຊີວິດ ຂອງນັກແຂ່ງຂັນກິລາສະກີຫິມະ 2 ຄົນ ຜູ້ມີຄວາມຫວັງສູງ ຊຶ່ງຢູ່ໃນລະດັບພັດທະນາຢູ່ນັ້ນ ເມື່ອວັນຈັນ ໃນເຫດໂສກນາດຕະກຳ ຫິມະເຈື່ອນ ຢູ່ທີ່ Soelden ປະເທດອອສເຕຣຍ ຄື: Ronnie Berlack ໄວ 20 ປີ ແລະ Bryce Astle ໄວ 19 ປີ.
ທິມນັກກິລາສະ​ກີ​ຫິມະ​ຂອງ​ສະຫະລັດ ແມ່ນກຳລັງ ໄວ້ອາໄລ ຕໍ່ການສູນເສຍຊີວິດ ຂອງນັກແຂ່ງຂັນກິລາສະກີຫິມະ 2 ຄົນ ຜູ້ມີຄວາມຫວັງສູງ ຊຶ່ງຢູ່ໃນລະດັບພັດທະນາຢູ່ນັ້ນ ເມື່ອວັນຈັນ ໃນເຫດໂສກນາດຕະກຳ ຫິມະເຈື່ອນ ຢູ່ທີ່ Soelden ປະເທດອອສເຕຣຍ ຄື: Ronnie Berlack ໄວ 20 ປີ ແລະ Bryce Astle ໄວ 19 ປີ.

ທິມນັກກິລາສະ​ກີ​ຫິມະ​ຂອງ​ສະຫະລັດ ໄດ້​ປະສົບ​ກັບ​ເຫດການ
​ທີ່​ເສົ້າ​ສະ​ລົດ ​ແລະຕົກໃຈຢ່າງ​ໜັກ ​ຫຼັງຈາກ​ເກີດ​ຫິມະ​ເຈື່ອນ​ຢູ່​
ພູ​ເຂົາ Alps ​ໃນ​ປະ​ເທດ​ອອສ​ເຕຣຍ ທີ່​ເອົາ​ຊີວິດ​ສະມາຊິກ​ໃນ
ໂຄງການ​ພັດທະນາ ການ​ສະ​ກີ ຂອງທິມ​ໄປ 2 ຄົນ.

​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ວັນ​ຈັນ​ວານ​ນີ້ ​ໃກ້​ກັບ​ເຂດ​ພູ​ເຂົາ
ນ້ຳກ້ອນ Rettenbach ​ໃນ​ເຂດ​ພູ​ເຂົາ Alps ຢູ່ສະຖານ​ທີ່​ພັກ
ຜ່ອນ Soelden ທາງ​ພາກຕາ​ເວັນ​ຕົກ​ຂອງ​ອອສ​ເຕຣຍ ຊຶ່ງ
​ເປັນ​ບ່ອນຈັດການແຂ່ງຂັນ​ຮອບ​ເປີດ​ການ​ແຂ່ງຂັນ World Cup
ປະຈຳ​ປີ.

ທິມນັກ​ຫຼິ້ນສະ​ກີ​ຫິມະ​ຂອງ​ສະຫະລັດ ທີ່​ມີ 6 ຄົນ​ ​ກຳລັງ​ແລ່ນສະ​ກີ​ໄປ​ນຳ​ກັນ​ເປັນ​ກຸ່ມ
ຊຶ່ງປາ​ກົດ​ວ່າ​ ໄດ້ເຮັດໃຫ້​ຫິມະ​ເຈື່ອນ​ລົງ​ມາ ​ໃນ​ເວລາເຂົາ​ເຈົ້າພາກັນ​ ສະ​ກີ​ອອກ​ມາ​
ຈາກ​ບ່ອນ​ກຽມພ້ອມ​ຢູ່​ຈ້າຍ​ພູນັ້ນ. ນັກ​ສະ​ກີ 4 ຄົນ ສາມາດ​ສະ​ກີ​ອອກໄປທາງ​ຂ້າງ​
ໄດ້ທັນ ເລີຍ​ບໍ່​ໄດ້​ຮັບ​ອັນຕະລາຍ​ ໃດໆ ​ແຕ່ ທ້າວ Ronnie Berlack ໄວ 20 ປີ ​ແລະ
ທ້າວ Bryce Astle ​ໄວ 19 ປີ ​ແມ່ນ​ບໍ່​ສາມາດ​ສະ​ກີອອກ​ມາ​ໄດ້ ​ຈຶ່ງ​ເສຍ​ຊີວິດ.

ບໍ່​ມີ​ຄູ​ເຝິກ​ສອນຕິດຕາມ​ໄປ ນຳ​ເຂົາ​ເຈົ້າໃນ​ເວລາ​ນັ້ນ. ແຕ່ໄດ້​ມີ​ການ​ປະກາດ​ເຕືອນ​ໄພ​
ຫິມະ​ເຈື່ອນ ສຳ​ຫລັບ​ບໍລິ​ເວນ​ນັ້ນ ກ່ອນ​ແລ້​ວ ຫຼັງຈາກ​ໄດ້​ມີ​ຫິມະ​ຕົກລົງ​ມາ​ຢ່າງ​ໜັກ ​ໃນ​
ຫລາຍໆມື້​ຜ່ານ​ມາ ​ແລະ ອຸນຫະພູມ​ທີ່​ບໍ່​ໜາວ​ປານ​ໃດ.

ຜູ້ອຳນວຍການຝ່າຍ​ສະ​ກີພູ​ເຂົາ alpine ຂອງ​ສະຫະລັດ ທ່ານ Patrick Riml ກ່າວ​ວ່າ
ສະມາຊິກ​ທິມນັກ​ສະ​ກີລຸ່ນອາ​ວຸ​ໂສ ຜູ້ທີ່​ໄດ້​ຕັດສິນ​ໃຈຈະ​ເຂົ້າການ​ແຂ່ງຂັນ​ World Cup
ໃນວັນ​ອັງຄານ​ມື້​ນີ້ ຢູ່​ທີ່​ເມືອງ Zagreb ປະ​ເທດ Croatia ມີ​ແຜນ​ທີ່​ຈະ​ໃສ່​ຜ້າພັນ​ແຂນ​
ເພື່ອໄວ້ອາ​ໄລ.

AUTRIA US SKIER DEATH VIDEO
please wait

No media source currently available

0:00 0:01:01 0:00

XS
SM
MD
LG