ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ເຊັນ​ຂໍ້​ຕົກ​ລົງ ສ້າງ​ຄ້າຍ​ທະ​ຫານ ໃຫ້​ແກ່ກອງ​ທັບ​ໂຊ​ມາ​ເລຍ


ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​​ການ​ຕ່າງ​ປະ​ເທດ ​ທ່ານ​ນາງ​ໂມ​ລ​ລ​ີ ຟີ ອຸບ​ປະ​ທູດ​ສະ​ຫະ​ລັດ ເຊນ ດິກ​ສັນ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ​ອັບ​ດູນ​ກາ​ເດຍ ໂມ​ຮຳ​ເໝັດ ນົວ ແລະ​ປະ​ທາ​ນາ​ທິ​ບໍ​ດີ​​ຮາ​ສ​ຊານ ຊິກ ໂມ​ຮາ​ມຸດ ໃນ​ພິ​ທີ​ເຊັນ​ຂໍ້​ຕົກ​ລົງຄວາມ​ໝັ້ນ​ຄົງ ທີ່​ໂມ​ກາ​ດິ​ສ​ຊູ ​ທີ 15 ກຸມ​ພາ 2024.
ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​​ການ​ຕ່າງ​ປະ​ເທດ ​ທ່ານ​ນາງ​ໂມ​ລ​ລ​ີ ຟີ ອຸບ​ປະ​ທູດ​ສະ​ຫະ​ລັດ ເຊນ ດິກ​ສັນ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ​ອັບ​ດູນ​ກາ​ເດຍ ໂມ​ຮຳ​ເໝັດ ນົວ ແລະ​ປະ​ທາ​ນາ​ທິ​ບໍ​ດີ​​ຮາ​ສ​ຊານ ຊິກ ໂມ​ຮາ​ມຸດ ໃນ​ພິ​ທີ​ເຊັນ​ຂໍ້​ຕົກ​ລົງຄວາມ​ໝັ້ນ​ຄົງ ທີ່​ໂມ​ກາ​ດິ​ສ​ຊູ ​ທີ 15 ກຸມ​ພາ 2024.

ລັດ​ຖະ​ບານ​ສະ​ຫະ​ລັດ​ ແລະ​ໂຊ​ມາ​ເລຍ ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງດ້ານ​ຄວາມ​ໝັ້ນ​ຄົງ ຊຶ່ງ​ປະ​ເທດ​ທັງ​ສອງ​ສະ​ເໜີ​ວ່າ ເປັນ​ແຜນ​ທີ່​ໄປ​ສູ່​ການ​ສ້າງ​ຕັ້ງກອງ​ທັບ​ແຫ່ງ​ຊາດໂຊ​ມາ​ເລຍ ທີ່​ມີ​ຄວາມ​ສາ​ມາດ ​ໃນ​ການ​ຮັບຮັບ​ຜິດ​ຊອບ​ດ້ານ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ ແລະ​ຕໍ່​ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ​ອາ​ລ-ຊາ​ບາບ.

ໃນ​ພິ​ທີ ​ທີ່​ຈັດ​ຂຶ້ນ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຊ​ມາ​ເລຍ ທ່ານ​ຮາ​ສ​ຊານ ຊິກ ໂມ​ຮຳ​ມຸດ (Hassan Sheik Mohamud) ທີ່​ນະ​ຄອນ​ໂມ​ກາ​ດິ​ສ​ຊູ ປະ​ເທດ​ທັງ​ສອງ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ເພື່ອ​ສ້າງ​ຕັ້ງ​ຄ້າຍ​ທະ​ຫານ​ຂຶ້ນ 5 ແຫ່ງ ສຳ​ລັບ​ກອງ​ທັບ​ແຫ່ງ​ຊາດ​ໂຊ​ມາ​ເລຍ.

ອີງ​ຕາມ​ຖະ​ແຫຼງ​ການ​ຈາກ​ອົງ​ການ​ຂ່າວ​ແຫ່ງ​ຊາດ​ຂອງ​ໂຊ​ມາ​ເລຍ ຫຼື SONNA ຄ້າຍ​ທະ​ຫານ​ເຫຼົ່າ​ນີ້​ແມ່ນ​ສຳ​ລັບກອງ​ພົນ​ດາ​ແນັບ ຊຶ່ງ​ເປັນ​ພວກ​ທະ​ຫານ​ທີ່​ໄດ້​ຮັບ​ການ​ຄັດ​ເລືອກ ​ແລະ​ຝຶກ​ແອບ​ໂດຍສະ​ຫະ​ລັດ.

“ພາຍ​ໃນ​ເວ​ລາ​ຫຼາຍ​ເດືອນ ພວກ​ເຮົາ​ຫວັງ​ວ່າ​ຈະ​ໃຫ້​ໄດ້ຈຳ​ນວນ 3,000 ຄົນ​ ຊຶ່ງ​ເປັນ​ໂຕ​ເລກ​ທີ່​ຕັ້ງ​ໄວ້​ໃນ​ປີ 2017. ນອກນັ້ນ ກອງ​ພົນ​ດາ​ແນັບ​ຍັງ​ໄດ້​ຮັບ​ການ​ກະ​ກຽມ ທີ່​ຈະ​ໃຫ້​ເຂົ້າ​ຮັບ​ໜ້າ​ທີ່​ສຳ​ຄັນ​ຫຼາຍໆ​ຢ່າງທີ່​ມີ​ຄວາມ​ຈຳ​ເປັນ​ ເພື່ອ​ໃຫ້​ມີ​ຄວາມ​ຄົງ​ຕົວ​ແລະ​ເຕີບ​ໃຫຍ່​ຂະ​ຫຍາຍ​ໂຕແລະ​ໃນ​ເວ​ລານີ້​ກໍ​ມີ​ຄວາມ​ຮັບ​ຜິດ​ຊອບ​ຫຼາຍ​ຂຶ້ນ ໃນ​ການ​ເກັບ​ເກນ​ແລະ​ຝຶກ​ແອບ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ນາງ​ໂມ​ລ​ລີ ຟີ (Molly Phee) ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ທີ່​ຮັບ​ຜິດ​ຊອບ​ກິດ​ຈະ​ການ​ອາ​ຟ​ຣິ​ກາ.

ທ່ານ​ນາງ​ໂມ​ລ​ລີ ຟີ ຊຶ່ງ​ໄດ້​ເຂົ້າ​ຮ່ວມ​ໃນ​ພິ​ທີ​ລົງ​ນາມ ກ່າວ​ວ່າ ສະ​ຫະ​ລັດ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ໂຊ​ມາ​ເລຍ ດັ່ງ​ນັ້ນ​ຈຶ່ງ​ໃຫ້​ທາງກອງ​ທັບ​ສາ​ມາດ​ຮັບ​ມື​ກັບ​ກຸ່ມ​ອາ​ລ-ຊາ​ບາບ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG