ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ຕຸລາ ໒໐໒໓

ຍານ Enterprise ໄປຮອດ ນິວຢອກແລ້ວ (ເບິ່ງສະໄລດ໌ກັບວີດີໂອ)


ຍານອະວະກາດໄປກັບ Enterprise ທີ່ຢອງຢູ່ເທິງເຮືອບິນໂບອິ້ງ 747 ຂະໜາດໃຫຍ່ຂອງອົງການ NASA ເດີນທາງໄປເຖິງສະໜາມບິນນາໆຊາດ JFK ທ່າມກາງການໄປຕ້ອນຮັບຂອງຝູງຊົນ (27 ເມສາ 2012)

ຍານ​ອະ​ວະ​ກາດ​ໄປ​ກັບ Enterprise ຂອງສະຫະລັດ ໄດ້​ເດີນທາງໄປ​ເຖິງນະຄອນ New
York ຫຼັງ​ຈາກ​ໄດ້​ຂີ່​ຢູ່​ເທິງຫລັງ​ເຮືອ​ບິ​ນ​ ໂບອີ້ງຂະ​ໜາດ​ໃຫ່ຍ ຂອງອົງການ​ອະວະກາດ​ສະ
ຫະລັດ​ ຫຼື NASA ຊຶ່ງ​ເປັນ​ຍານ​ອະ​ວະ​ກາດໄປ​ກັບ ລໍາ​ທີ​ສອງ ທີ່ໄດ້​ທຳ​ການບິນໃນ​ລະຍະ​
ສອງ​ອາທິດ​ທີ່​ຜ່ານ​ມານີ້ຫຼັງ​ຈາກຍານ​ Discovery ​ໄດ້​ຖືກ​ສົ່ງ​ມາ​ຢູ່ແທນຍານ​ Enterprise
ທີ່ຫໍ​ພິພິດ​ທະພັນ​ໃນ​ເຂດນະຄອນຫລວງວໍ​ຊິງ​ຕັນ.

ອົງການ​ອະວະ​ກາດສະຫະ​ລັດໄດ້​ວາງ​ແຜນ​ຍົກຍ້າຍຍານ​ອະ​ວະ​ກາດ Enterprise ​ໃນ​ຕົ້ນ
ອາທິດ​ນີ້​ແຕ່ວ່າການ​ຂົນ​ສົ່ງ​ໄດ້​ມີ​ການ​ຊັກ​ຊ້າ​ຍ້ອນວ່າ​ດີ​ນ​ຟ້າ​ອາກາດ​ບໍ່​ອໍາ​ນວຍ.

ເຮືອບິນ​ໂບອິ້ງ​ຂະໜາດ​ໃຫ່ຍ 747 ​ໄດ້​ນໍ​າ​ເອົາ​ຍານ​ Enterprise ບິນ​ຂື້ນ​ຈາ​ກສະໜາມ​ບິນ
ນາໆ​ຊາດ Dulles ​ທີ່​ຕັ້ງຢູ່​ນອກ​ກຸງ​ວໍ​ຊິງ​ຕັນ ໃນ​ຕອນ​ເຊົ້າ​ວັນ​ສຸກວານ​ນີ້.

ດັ່ງ​ດຽວ​ກັນ​ກັບ​ຍານ Discovery ທີ່​ໄດ້​ບິນ​ຜ່ານ​ຈຸດ​ສຳຄັນ​ຕ່າງໆ​ ໃນ​ກຸງວໍ​ຊິງ​ຕັນ​ເມື່ອ​ໄວ​ໆ
ມານີ້ຍານ Enterprise ກໍ​ໄດ້​ບິນ​ຜ່ານ​ຈຸດ​ສຳຄັນໆຂອງ​ນະຄອນນິວຢອກຮວມທັງອະ​ນຸສາ​
ວະລີອິດສະຫຼະພາບ ກ່ອນ​ຈະ​ລົງສູ່​ ສະໜາມບິນນາໆ​ຊາດ John F. Kennedy ​ໃນ​ນະ
ຄອນນິວຢອກ.

ໃນ​ອີກ​ບໍ່​ດົນ​ນີ້ຍານ​ Enterprise ກໍ​ຈະ​ໄດ້​ບ່ອນຢູ່ໃໝ່ທີ່ຫໍພິພິດທະພັນ Intrepid ຫຼືຄວາມ
ກ້າຫານ​ໃນ​ການ​ເດີນ​ທະ​ເລ ການບິນ ​ແລະ​ອະວະ​ກາດ ​ໃນ​ຂະ​ນະ​ທີ່ຍານ​ Discovery ກໍາ
ລັງ​ວາງສະ​ແດງ​ ຢູ່​ທີ່​ບ່ອນຢູ່​ເກົ່າ ຄືທີ່​ສູນ​ກາງ Udvar-Hazy ຂອງຫໍ​ພິພິດ​ທະພັນການບິນ
ແລະ​ອາ​ວະ​ກາດ​ແຫ່ງ​ຊາດຂອງ​ສະຫະລັດໃນ​ເຂດຊານ​ເມືອງ​ຂອງນະຄອນຫຼວງວໍ​ຊິ​ງຕັນ.

ຍານ​ Enterprise ​ໄດ້​ໃຊ້​ທົດ​ລອງໃນ​ການບິນ​ກັບ​ຄືນ​ສູ່​ໂລ​ກ​ເທົ່າ​ນັ້ນ ແລະ​ບໍ່ເຄີຍຖືກ​ສົ່ງ​ຂື້ນ
ສູ່ອະ​ວະ​ກາດ​.

ອົງການ NASA ​ໄດ້​ປົດ​ຝູງ​ຍານ​ອະ​ວະ​ກາດ​ໄປ​ກັບ​ອອກ​ຈາກ​ປະຈຳການໃນ​ປີ​ແລ້ວ​ນີ້ ​ເພື່ອ
ເພັ່ງ​ເລັງ​ໃສ່ການ​ພັດທະນາ ຍານ​ອະ​ວະ​ກາດ​ຮຸ້ນ​ໃໝ່ ທີ່​ຈະ​ເດີນທາງໄກໄປ​ກວ່າການ​ບິນ​ໂຄ
ຈອນ​ອ້ອມໂລກ​ໃນ​ລະ ດັບ​ຕໍ່າ​ນັ້ນ.

XS
SM
MD
LG