ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານ Discovery ຖືກນຳມາສະແດງ ທີ່ຫໍພິພິດທະພັນ ເຂດວໍຊິງຕັນ (ເບິ່ງສະໄລດ໌ກັບວີດີໂອ)


Shia Muslim boys flagellate themselves during a Muharram procession ahead of Ashura in Amroha, in the northern Indian state of Uttar Pradesh. Ashura, which falls on the 10th day of the Islamic month of Muharram, commemorates the death of Imam Hussein, grandson of Prophet Mohammad, who was killed in the 7th century battle of Kerbala.
Shia Muslim boys flagellate themselves during a Muharram procession ahead of Ashura in Amroha, in the northern Indian state of Uttar Pradesh. Ashura, which falls on the 10th day of the Islamic month of Muharram, commemorates the death of Imam Hussein, grandson of Prophet Mohammad, who was killed in the 7th century battle of Kerbala.

ຍານ​ອະວະກາດ​ໄປກັບ Discovery ຂອງ​ສະຫະລັດ ​ທີ່​ປົດ​ກະສຽນ​ປະຕິ ບັດ​ງານ​ແລ້ວ
ໄດ້​ຖືກ​ນໍາ​ມາລົງ​ທີ່​ສະໜາມ​ບິນ​ນາໆຊາດ Dulles Inter-national Airport ​ໃນ​ເຂດ​ພາກ
ເໜືອ​ຂອງ​ລັດ​ເວີ​ຈີ​ເນຍ ທີ່​ຈະ​ຖືກ​ນໍາ​ໄປ​ຕັ້ງສະ​ແດງເປັນ​ການ​ຖາວອນ​ທີ່​ຫໍພິພິດທະພັນ​ການ
ບິນໃນຂົງ​ເຂດນະຄອນ ຫຼວງວໍ​ຊິງຕັນ.

ຍານ​ອະວະກາດ ​ທີ່​ມີ​ອາຍຸ 28 ປີລຳ​ດັ່ງກ່າວ​ ​ໄດ້​ອອກເດີນທາງຈາກ​ສູນ​ກາງ​ຄວບ​ຄຸມອະ
ວະກາດ​ເຄນ​ເນ​ດີ້ ​ລັດ​ຟລໍຣິດາ ​ເມື່ອ​ວັນ​ອັງຄານວານ​ນີ້ໂດຍ​ໄດ້ຕິດ​ຕັ້ງ​ຢອງ​ໃສ່​ເທິງຫລັງເຮືອ
ບິນໄອ​ພົ່ນ​ໂບອິ້ງ 747 ທີ່​ອອກ​ແບບ​ພິ​ເສດ​ເພື່ອ​ຕິດ​ຕັ້ງຍານ​ອະວະ​ກາດ​ປະ​ເພດ​ນີ້​ຂອງ​ອົງ
ການ​ອະວະກາດ​ສະ ຫະລັດ ຫລື NASA ນັ້ນ.

ຍານ​ອະວະກາດ​ໄປ​ກັບ Discovery ​ໄດ້​ບິນ​ຜ່ານ​ສະຖານ​ສໍາຄັນໆຂອງ​ຂົງ​ເ​ຂດວໍ​ຊິງ​ຕັນ
ກ່ອນ​ຈະ​ລົງຈອດ​ທີ່​ສະໜາ​ມບິນ​ Dulles ຊຶ່ງ​ໂຮມ​ທັງ​ບິນ​ຜ່ານ ສະໜາມ​ຫລວງ​ແຫ່ງ​ຊາດ
ທີ່ພວກ​ຝຸງ​ຊົນ​ໄດ້ພາກັນ​ເຕົ້າ​ໂຮມ​ກັນ​ຊົມຫລື​ຖ່າຍຮູບຍານ​ດັ່ງກ່າວ​ຂະນະ​ທີ່ບິນ​ເວີ່ນ​ຢູ່​ເທິງ​
ຟ້າ​ນັ້ນ.

ຈາກ​ສະໜາມ​ບິນນາໆ​ຊາດ Dulles ຍານ Discovery ຈະ​ຖືກ​ນໍາ​ໄປຕັ້ງ ສະ​ແດງຢູ່ໃກ້​ສູນ
Udvar-Hazy ອັນ​ເປັນ​ພາກສ່ວນ​ນຶ່ງ​ຂອງຫໍພິພິດທະ​ພັນ​ອະວະກາດ​ແລະ​ການ​ບິນ​ແຫ່​ງ
ຊາດ​ Smithsonian ນັ້ນ.

ຖ້ຽວ​ບິນ​ຂຶ້ນສູ່​ອະວະກາດ​ຖ້ຽວ​ສຸດ​ທ້າ​ຍຂອງ​ຍານ​ Discovery ນີ້​ແມ່ນ​ເມື່ອ​ ນຶ່ງ​ປີກວ່າໆ
ຜ່ານມາ ທີ່​ບິນທະ​ຍານ​ຂຶ້ນ​ຈາກ​ສູນ​ກາງອະວະກາດ​ເຄນ​ເນ​ດີ້.

ອົງການ ນາ​ຊາ ​ໄດ້​ປົດ​ກະສຽນພວກ​ຍານ​ອະວະກາດ​ໄປ​ກັບ​ເມື່ອ​ປີຜ່ານມາ ​ເພື່ອ​ເພັ່ງ​ເລັງ
ໃສ່ ການ​ພັດທະນາ​ຍານ​ອະວະກາດ​ລຸ້ນ​ໃໝ່​ທັນ​ສະໄໝ ທີ່​ສາ ມາດ​ເດີນທາງ​ໄປ​ໄກ​ກວ່າ​ວົງ
ໂຄຈອນ​ອ້ອມ​ໂລກ​ນັ້ນ.

ເມື່ອ​ວັນ​ທີ່ 19 ​ເດືອນ​ເມສາ​ນີ້ ຍານ​ Discovery ຈະ​ຖືກນໍາ​ອອກ​ສະ​ແດງ ອັນ​ເປັນ​ພາກສ່ວນ
ການ​ສະ​ສົມ​ ຂອງ​ສູນ​ກາງ Udvar-Hazy ຕັ້ງຢູ່​ບໍ່​ໄກ ນອກ​ເຂດ​ນະ​ຄອນ​ຫລວງ​ວໍ​ຊິງ​ຕັນ​.
ບັນດາ​ອະດີດ​ຜູ້​ໂດຍສານ​ທີ່​ມີຊື່ສຽງ​ບາງຄົນ​ຂອງ​ຍານ​ Discovery ນີ້ ກໍ​ຈະ​ເຂົ້າຮ່ວມ​ໃນ​
ພິທີ ທີ່​ໂຮມ​ທັງ​ນັກ​ບິນອະວະກາດ John Glen ຊຶ່ງ​ເປັນ​ນັກບິນ​ອະວະກາດ​ຄົນ​ທໍາ​ອິດທີ່​ບິນ​
ໂຄ​ຈອນ​ອ້ອມ​ໂລກ​ໃນ​ປີ 1962 ແລະ​ທ່ານ​ໄດ້​ກັບ​ຄືນ​ໄປ​ທ່ອງ​ອະວະກາດ​ ອີກ​ກັບ​ຍານ
Discovery ​ໃນ​ປີ 1998.

XS
SM
MD
LG