ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ທ​ຣຳ ກຳລັງລໍ​ຖ້າ​ງົບ​ປະ​ມານ​ ສຳ​ລັບ​ກຳ​ແພງ ​ເຂດ​ຊາຍ​ແດນ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ ຢູ່​ເດີ່ນ​ຫຍ້າ​ທິດ​ໃຕ້​ຂອງ​ທຳ​ນຽບ​ຂາວ ໃນ​ຂະ​ນະ​ທີ່​ທ່ານ ຍ່າງອອກ​ຈາກ​ເຮ​ລິ​ຄັອບ​ເຕີ ມາ​ຣີນ ວັນ (Marine One), 6 ມັງ​ກອນ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ ຢູ່​ເດີ່ນ​ຫຍ້າ​ທິດ​ໃຕ້​ຂອງ​ທຳ​ນຽບ​ຂາວ ໃນ​ຂະ​ນະ​ທີ່​ທ່ານ ຍ່າງອອກ​ຈາກ​ເຮ​ລິ​ຄັອບ​ເຕີ ມາ​ຣີນ ວັນ (Marine One), 6 ມັງ​ກອນ, 2019.

ການ​ປິດ​ລັດ​ຖະ​ບານ ສະ​ຫະ​ລັດ ສ່ວນ​ນຶ່ງລົງ ​ໄດ້​ດຳ​ເນີນ​ມາ​ເຖິງມື້​ທີ 17 ໃນ​ວັນ​ຈັນ​ມື້ນີ້
ໂດຍທີ່ປະທານາທິບໍດີ ດໍໂນລ ທຣຳ ຍັງຢືນຢັດຕໍ່ການຮຽກຮ້ອງຂອງທ່ານ ເພື່ອເງິນ
ສ້າງກຳແພງເຂດຊາຍແດນ ແລະ ພັກເດໂມແຄຣັດ ກໍກຽມພ້ອມທີ່ຈະລົງຄະແນນສຽງ
ກ່ຽວກັບ ຮ່າງກົດໝາຍສະບັບໃໝ່ ທີ່ເພັ່ງເລັງໃສ່ການເປີດຄືນ ອົງການຕ່າງໆທີ່ຖືກປິດ.

ໃນ​ຂະ​ນະ​ທີ່​ການ​ເຮັດ​ວຽກໃນ​ສັບ​ປະ​ດາ​ໃໝ່​ໄດ້​ເລີ່ມ​ຂຶ້ນ​ ໃນສະ​ຫະ​ລັດເວລານີ້, ພະ​ນັກ
ງານລັດຖະບານຫຼາຍພັນຄົນ ແມ່ນຍັງຄົງຢູ່ບ້ານຂອງເຂົາເຈົ້າ, ແລະ ອີກຫຼາຍພັນຄົນ
ໄດ້ສືບຕໍ່ລາຍງານຕົວເພື່ອໄປເຮັດວຽກ ໂດຍບໍ່ຮູ້ວ່າມື້ໃດເຂົາເຈົ້າຈະໄດ້ຮັບເງິນເດືອນ
ຄັ້ງຕໍ່ໄປ.

ປະ​ທານ​ສະ​ພາ​ຕ່ຳ ທ່າ​ນ​ນາງ ແນນ​ຊີ ເພ​ໂລ​ຊີ ໄດ້​ກ່າວ​ໃນ​ອາ​ທິດນີ້​ວ່າ ເພິ່ນ​ຈະ​ຈັດ​ການ​
ລົງຄະແນນສຽງ ກ່ຽວກັບ ກົດໝາຍຄ່າໃຊ້ຈ່າຍສ່ວນບຸກຄົນ ເພື່ອເປີດຄືນອົງການຕ່າງໆ
ທີ່ຖືກປິດ. ທ່ານນາງໄດ້ເວົ້າວ່າ ບູລິມະສິດສູງສຸດກໍຈະແມ່ນກະຊວງການເງິນ ແລະ
ຫ້ອງການເກັບພາສີ, “ເປັນການດຳເນີນການ ທີ່ຈຳເປັນເພື່ອຮັບປະກັນວ່າ ຄອບຄົວ
ຂອງພະນັກງານທັງຫຼາຍ ຈະໄດ້ຮັບການຊົດໃຊ້ພາສີຄືນຕາມເວລາ”

ຜູ້​ນຳ​ສຽງ​ສ່ວນຫຼາຍ​ສະ​ພາ​ສູງ ທ່ານ ມິ​ຈ໌ ແມັກ​ຄອນ​ແນ​ລ ໄດ້​ປະ​ຕິ​ເສດ​ຮ່າງ​ກົດ​ໝາຍ​
ຂອງສະພາຕ່ຳກ່ອນໜ້ານີ້ ທີ່ຈະອອກງົບປະມານໃຫ້ອົງການສ່ວນຫຼາຍຈົນຮອດທ້າຍ
ເດືອນກັນຍາ ແລະ ກະຊວງຮັກສາຄວາມປອດໄພພາຍໃນ ເດືອນນຶ່ງ ເພື່ອເຮັດໃຫ້ມີ
ເວລາໃນການເຈລະຈາ ກ່ຽວກັບ ການຮັກສາຄວາມປອດໄພຢູ່ເຂດຊາຍແດນຕໍ່ໄປ.
ທ່ານ ແມັກຄອນແນລ ໄດ້ເອີ້ນແຜນການນັ້ນວ່າ “ບໍ່ມີໂອກາດທີ່ຈະໄດ້ຜົນ.”

ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ສະ​ພາ​ຕ່ຳ ທ່ານ ສ​ເຕ​ນີ ຮອຍ​ເຢີ ໄດ້​ຮຽກ​ຮ້ອງ​ໃຫ້​ທ່ານ ແມັກ​ຄອນ
ແນລ ນຳເອົາຮ່າງກົດໝາຍຊຸດໃໝ່ມາລົງຄະແນນສຽງ ເມື່ອມັນໄດ້ຮັບຜ່ານຈາກສະ
ພາຕ່ຳ.

ທ່ານ ຮອຍ​ເຢີ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ ໃນ​ວັນ​ອາ​ທິດ​ວານນີ້​ວ່າ “ມັນ​ມີ​ຮ່າງ​
ກົດໝາຍງົບປະມານ ທີ່ຈຳເປັນອັນດຽວກັນ ທີ່ພັກຣີພັບບລີກັນໄດ້ຂຽນລົງ ແລະ ຖືກ
ຮັບຮອງເອົາດ້ວຍຄະແນນ 92-6 ໃນລະຫວ່າງກອງປະຊຸມສະພາຄັ້ງທີ່ຜ່ານມາ.”

ກ່ອນ​ໜ້ານີ້​ພັກ​ເດ​ໂມ​ແຄ​ຣັດ ໄດ້​ສະ​ເໜີທີ່​ຈະ​ຮັບ​ຮອງ​ເງິນ 1 ພັນ 3 ຮ້ອຍ​ລ້ານ​ໂດ​ລາ​
ສຳລັບຂະບວນການຮັກສາຄວາມປອດໄພຕາມເຂດຊາຍແດນຕ່າງໆ, ແຕ່ບໍ່ເກີນ 5
ພັນລ້ານໂດລາຕາມທີ່ທ່ານ ທຣຳ ຕ້ອງການ ສຳລັບກຳແພງຢູ່ເຂດຊາຍແດນ ສະຫະ
ລັດ-ເມັກຊິໂກ, ໂດຍເວົ້າວ່າ ມັນຈະບໍ່ມີປະສິດທິພາບ ແລະ ເປັນການປະຕິບັດການ
ທີ່ແພງຫຼາຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG