ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລັດຖະບານ ສຫລ ອັດການ ປະຕິບັດງານ ເປັນອາທິດ ທີສອງ (ວີດີໂອ)


Barack Obama
Barack Obama
ລັດຖະບານ​ສະຫະລັດ ​ອັດ​ການ​ປະຕິບັດ​ງານ​ຂອງ​ຕົນ​ມາເປັນ​
ບາງ​ສ່ວນ​ ເລີ້ມເຂົ້າ​ອາທິດທີ​ສອງ​ແລ້ວ ​ໃນ​ວັນ​ອັງຄານ​ມື້​ນີ້ ຊຶ່ງ​
ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໃຫ້​ຄຳ​ປະ​ຕິ​ຍານ​ວ່າ ທ່ານ​ຈະ
ບໍ່​ທຳ​ການ​ເຈລະຈາ​ໃດໆ​ກ່ຽວ​ກັບ​ການ​ຢຸດ​ການ​ປະຕິບັດ​ງານ​
ຂອງ​ລັດຖະບານ ຫຼື​ເພດານ​ໜີ້​ສິນ​ຂອງ​ປະ​ເທດ ພາຍ​ໃຕ້​ການ​
ຂົ່ມຂູ່​ຈາກ​ພວກ​ສະມາຊິກ​ສະພາສັງກັດ​ພັກ Republican.

ປະທານາທິບໍດີໂອ​ບາ​ມາ ​ໃຫ້​ຄວາມ​ເຫັນດັ່ງກ່າວ ທີ່​ກຸງ​ວໍ​ຊິງ​ຕັນ
ໃນ​ວັນ​ຈັນ​ວານ​ນີ້​ ​ຕໍ່​ພວກ​ພະນັກງານ​ຂອງ​ອົງການ​ຄຸ້ມ​ຄອງ​ເຫດ
​ສຸກ​ເສີນຂອງ​ລັດຖະບານ​ກາງ ຫຼື FEMA ຊຶ່ງ​ເປັນ​ພະ​ແນ​ກການ
​ຮັບ​ມືກັບ​ໄພພິບັດ​ແຫ່ງຊາດ​ຂອງລັດຖະບານ​ສະຫະລັດ ​ແລະເປັນ​ນຶ່ງ​ໃນ​ບັນດາ​ຫຼາຍ​ຫ້ອງການ​ຂອງ​ລັດຖະບານ ​ທີ່​ຈຳ​ເປັນ​ຕ້ອງໄດ້ບັງຄັບ​ໃຫ້ພວກ​ພະນັກງານ​ພັກ​ການ​ເປັນ​ການ​ຊົ່ວຄາວ​.

ທ່ານ​ໂອ​ບາ​ມາ​ ໄດ້​ຮຽກຮ້ອງ​ໃຫ້​ພວກ​ສະມາຊິກ​ພັກ Republicanປະ​ຖິ້ມ​ໃນ​ອັນ​ທີ່​ທ່ານເອີ້ນ​
ວ່າ ຄຳ​ຮຽກຮ້ອງ​ໃນ​ດ້ານ​ອຸດົມ​ການ ​ແລະໃຫ້​ພາ​ກັນ​ເຄື່ອນ​ໄຫວກາຍວິ​ກິດ​ການ​ທີ່​ສ້າງ​ຂຶ້ນມາ ຊຶ່ງເກີດຈາກການ​ຢຸດ​ການ​ປະຕິບັດ​ງານ​ຂອງ​ລັດຖະບານລົງ​ນີ້. ທ່ານ​ໂອ​ບາ​ມາ
​ເວົ້າ​ຕື່ມ​ວ່າ ລັດຖະສະພາ​ຕ້ອງ​ຮັບ​ຜ່ານ ​ຮ່າງແຜນການ​ໃຊ້​ຈ່າຍ​ທີ່​ຂາວ​ສະອາດ​ ເພື່ອໃຫ້ລັດຖະບານ​ເລີ້ມການ​ປະຕິບັດ​ງານ​ຄືນອີກ​ໂດ​ຍບໍ່​ໃຫ້​ເອົາ​ເລື້ອງ​ອື່ນ​ມາ​ຕິດ​ພັນໃສ່
ກ່ອນ​ທ່ານ​ຈະ​ທຳ​ການ​ພົບ​ປະ​ເຈລະຈາ​ກັບ​ພວກສະມາຊິກ​ພັກ Republican ກ່ຽວ​ກັບ​
ເລື້ອງຮ່າງ​ງົບປະມານ​ປະຈຳ​ປີ​ອື່ນໆ.

ທ່ານ John Boehner ປະທານ​ສະພາ​ຕ່ຳສັງກັດ​ພັກ Republican ກ່າວ​ວ່າ ມັນ​ແມ່ນປະທາ
ນາທິບໍດີ ບໍ່​ແມ່ນ​ສະມາຊິກພັກ Republican ທີ່​ເປັນ​ຜູ້​ສ່ຽງ​ຈະ​ພາ​ໃຫ້​ເກີດ​ໄພພິ
ບັດ​ດ້ານ​ເສດຖະກິດ ​ໂດຍ​ທີ່​ບໍ່​ຍອມ​ທຳ​ການ​ເຈລະຈາ​ກັນ​ນັ້ນ.

ພວກລັດຖະກອນ​ຫຼາຍ​ແສນ​ຄົນ​ຍັງ​ຖືກສັ່ງ​ໃຫ້​ພາ​ກັນພັກ​ວຽກ​ຢູ່ ​ແລະ​ຫຼາຍ​ພະ​ແນກ
ທີ່​ສຳຄັນ
ຍັງປິດ​ຢູ່. ການ​ຢຸດ​ການ​ປະຕິບັດງານ​ຂອງ​ລັດຖະບານ ​ໄດ້​ເລີ້ມ​ຂຶ້ນ​ເວລາ​ພວກ​ສະມາ
ຊິກລັດຖະສະພາ​ສັງກັດ​ພັກ​ເດ​ໂມແຄຣັດບໍ່​ຍອມຮ່ວມ​ກັບ​ພວກ​ສະມາຊິກ​ພັກ Repu
blican ທີ່​ຮຽກຮ້ອງ​ບໍ່​ໃຫ້​ສະພາ​ ​ໃຫ້​ເງິນ​ສະໜັບສະໜຸນຕໍ່​ໂຄງການ​ຮັກສາສຸຂະພາບ
ຂອງ​ປະທານາ​ທິບໍດີ​ໂອ​ບາ​ມາ​.

ນອກ​ນັ້ນ​ ສະຫະລັດ​ຍັງກຳລັງ​ປະ​ເຊີນ​ໜ້າ​ກັບ​ວັນ​ເສັ້ນ​ຕາຍ ໃນ​ວັນ​ທີ 17 ຕຸລາ​ນີ້ ກ່ຽວ​ກັບການເພີ້ມຂີດ​ຈຳກັດໃນການ​ຢືມ​ເງິນ​ຕື່ມ​ເພື່ອ​ວ່າ​ຕົນ​ຈະ​ສາມາດ​ສຳ​ລະ​ໜີ້​ສິນ​ຕາມ​ພັນທະທາງ​ດ້ານ​ການ​ ເງິນ​ຂອງ​ຕົນ​. ​ເງິນ​ຂອງ​ລັດຖະບານ​ທີ່ໃຊ້ສຳ​ລະ​ໜີ້​ສິນ​ຈະ​ໝົດ​
ລົງ​ໃນ​ໄວໆ​ນີ້ຮວມທັງ​ເງິນ​ເພື່ອ​ຈ່າຍ ດອກ​ເບ້ຍພັນທະບັດ ທີ່​ຈີນ​ ​ຍີ່ປຸ່ນ ​ແລະພວກ​ນັກ​ລົງທຶນ​ອື່ນໆຈາກ​ຕ່າງປະ​ເທດ ຊື້​ໄວ້​ນັ້ນ.

Obama Says He Won't Negotiate Under Threat
please wait

No media source currently available

0:00 0:02:59 0:00
ລິງໂດຍກົງ
XS
SM
MD
LG