ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ພົບ​ປະພັນທະມິດ ອິນໂດ-ປາຊີຟິກ, ກ່ອນການໄປຢ້ຽມຢາມປັກກິ່ງ ຂອງທ່ານບລິງເກັນ


ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານເຈກ ຊູລລີວານ ພ້ອມດ້ວຍເອກອັກຄະລັດຖະທູດສະຫະລັດ ປະຈຳຍີ່ປຸ່ນ ທ່ານ ຣາມ ອີ​ມາ​ນູ​ແອ​ລ (Rahm Emanuel) ໃນຂະນະທີ່ທ່ານອອກຈາກຫ້ອງການນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ (Fumio Kishida), ທີ່ໂຕກຽວ, ວັນທີ 15 ມິຖຸນາ 2023
ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານເຈກ ຊູລລີວານ ພ້ອມດ້ວຍເອກອັກຄະລັດຖະທູດສະຫະລັດ ປະຈຳຍີ່ປຸ່ນ ທ່ານ ຣາມ ອີ​ມາ​ນູ​ແອ​ລ (Rahm Emanuel) ໃນຂະນະທີ່ທ່ານອອກຈາກຫ້ອງການນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ (Fumio Kishida), ທີ່ໂຕກຽວ, ວັນທີ 15 ມິຖຸນາ 2023

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງທຳນຽບຂາວ ທ່ານເຈກ ຊູລລີວານ (Jake Sullivan) ກຳລັງ​ເຄື່ອນ​ໄຫວທາງດ້ານການທູດຂອງເອເຊຍແບບສາຍຟ້າແລບ ໃນອາທິດນີ້, ໂດຍໄດ້ເຂົ້າຮ່ວມກອງປະຊຸມສາມຝ່າຍ ກັບຄູ່ຕຳແໜ່ງຈາກ ຍີ່ປຸ່ນ ແລະເກົາຫຼີໃຕ້ ໃນວັນພະຫັດ. ອີງຕາມທຳນຽບຂາວ.

​ໃນ​ວັນ​ສຸກມື້ນີ້ ທ່ານ​ກຳລັງ​ພົບ​ປະ​ກັບ​ຄູ່​ຮ່ວມ​ມື​ຂອງ​ທ່ານ​ຈາກ​ຍີ່ປຸ່ນ ​ແລະ​ຟີ​ລິບ​ປິນ ​ໃນ​ການຫາລື​ສາມ​ຝ່າຍ​ຄັ້ງ​ທໍາ​ອິດ​ຂອງ​ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ກຸ່ມ​ດັ່ງກ່າວ.

ກອງປະຊຸມຂອງທ່ານຊູລລີວານ ​ທີ່ໂຕກຽວ ​ມີ​ຂຶ້ນລຸນຫຼັງການຢຸດຢູ່ທີ່ນະຄອນນິວເດລີ ໃນຕົ້ນອາທິດນີ້ ເພື່ອສະຫຼຸບລາຍລະອຽດສໍາລັບການຢ້ຽມຢາມທໍານຽບຂາວຢ່າງເປັນທາງການໃນອາທິດຫນ້າ ຂອງນາຍົກລັດຖະມົນຕີ ນາເຣນດຣາ ໂມດີ ຂອງອິນເດຍ - ເຊິ່ງໄດ້ກາຍເປັນປະເທດທີ່ຂາດບໍ່ໄດ້ ສໍາລັບເປົ້າຫມາຍຂອງວໍຊິງຕັນໃນພາກພື້ນນີ້.

ເຈົ້າໜ້າທີ່ຝ່າຍບໍລິຫານກ່າວວ່າ ກໍານົດເວລາແມ່ນ "ບັງເອີນ" ທີ່ກອງປະຊຸມຂອງທ່ານຊູລລີວານ ເກີດຂຶ້ນພຽງແຕ່ສອງສາມມື້ກ່ອນທີ່ລັດຖະມົນຕີການຕ່າງປະເທດ ທ່ານແອນໂທນີ ບລິງເກັນ (Antony Blinken) ຈະເດີນທາງໄປປັກກິ່ງໃນທ້າຍອາທິດນີ້.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ກ່າວ​ວ່າ ການ​ຢ້ຽມ​ຢາມ​ປັກ​ກິ່ງ​ໄດ້​ເລື່ອນ​ເວ​ລາ​ໂດຍ​ວໍ​ຊິງ​ຕັນ ຫຼັງ​ຈາກ​ໄດ້​ຍິງບາລລູນ​ສອດ​ແນມ​ຂອງ​ຈີນ ​ທີ່ບິນ​ຢູ່​ເໜືອນ່ານຟ້າຂອງສະຫະ ລັດ​ໃນ​ເດືອນ​ກຸມ​ພາ​ຜ່ານ​ມາ, ເປັນ​ສ່ວນ​ໜຶ່ງ​ຂອງ​ຄວາມ​ພະ​ຍາ​ຍາມ​ຂອງລັດຖະບານທ່ານໄບເດັນ ໃນ​ການ​ປົວແປງ​ສາຍ​ພົວ​ພັນ​ທີ່​ຊຸດ​ໂຊມ​ລົງ ແລະ​ເປີດ​ຊ່ອງທາງກາສື່ສານ​ລະ​ຫວ່າງ ວໍ​ຊິງ​ຕັນ ແລະ ປັກ​ກິ່ງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG