ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ະຫະລັດ ຍິງວັດ​ຖຸ​ທີ່ບໍ່​ຮູ້​ວ່າ ​ແມ່ນ​ຫຍັງ ​ຕົກຢູ່​ເທິງ​ທະ​ເລ​ສາບຮູ​ຣັນ


​ໃນ​ພາບນີ້ ທີ່​ສະ​ໜອງ​ໃຫ້​ໂດຍ Chad Fish ສະ​ແດງ​ໃຫ້​ເຫັນ​ຊາກ​ຫັກ​ພັງຈາກ​ບາ​ລ​ລູນ​ທີ່​ຟູຢູ່​ເທິງ​ໜ້າ​ນ້ຳ​ມະ​ຫາ​ສະ​ໝຸດແອັດ​ແລນ​ຕິກ ​ຢູ່ນອກ​ຝັ່ງ​ຂອງ​ລັດ​ຄາ​ໂຣ​ໄລ​ນາ​ເໜືອ, ວັນ​ທີ 4 ກຸມ​ພາ, 2023
​ໃນ​ພາບນີ້ ທີ່​ສະ​ໜອງ​ໃຫ້​ໂດຍ Chad Fish ສະ​ແດງ​ໃຫ້​ເຫັນ​ຊາກ​ຫັກ​ພັງຈາກ​ບາ​ລ​ລູນ​ທີ່​ຟູຢູ່​ເທິງ​ໜ້າ​ນ້ຳ​ມະ​ຫາ​ສະ​ໝຸດແອັດ​ແລນ​ຕິກ ​ຢູ່ນອກ​ຝັ່ງ​ຂອງ​ລັດ​ຄາ​ໂຣ​ໄລ​ນາ​ເໜືອ, ວັນ​ທີ 4 ກຸມ​ພາ, 2023

ປະ​ທາ​ນາ​ທິ​ບໍ​ດີໂຈ ໄບ​ເດັນ ໄດ້​ສັ່ງ​ໃຫ້​ເຮືອ​ບິນ​ລົບອາຍ​ພົ່ນ​ຂອງ​ສະ​ຫະ​ລັດ​ຍິງໃສ່ “ວັດ​ຖຸ​ທີ່​ບໍ່​ຮູ້​ວ່າ​ແມ່ນ​ຫຍັງ” ໃຫ້​ຕົກຢູ່​ເທິງ​ທະ​ເລ​ສາບຮູ​ຣັນ (Huron) ໃນ​ວັນ​ອາ​ທິດ​ວານນີ້.

ທຳນຽບຫ້າ​ແຈ​ກ່າວ​ວ່າ ວັດ​ຖຸ​ດັ່ງ​ກ່າວເຊື່ອ​ວ່າ ​ເປັນ​ວັດ​ຖຸ​ອັນ​ດຽວ​ກັນ​ທີ່​ໄດ້​ຖືກ​ກວດ​ພົບ​ຢູ່​ລັດມອນ​ຕາ​ນາ ໃນ​ວັນ​ເສົາ​ຜ່ານມາ​ນີ້. ມັນ​ເປັນ​ວັດຖຸ​ອັນ​ທີ 4 ທີ່​ຖືກ​ຍິງ​ຕົກ​ພາຍໃນ​ເດືອນ​ນີ້.

​ວັດຖຸ​ດັ່ງກ່າວ​ຖືກ​ພັນ​ລະ​ນາ​ວ່າ​ ເປັນ​ຮູບແປດ​ຫລ່ຽມ ​ໂດຍ​ມີສາຍ​ເຊືອກ​ຫ້ອຍ​ອອກມາ ​ແຕ່​ບໍ່​ຮູ້​ວ່າມັນ​ບັນ​ທຸກ​ຫຍັງ​, ອີງ​ຕາມເຈົ້າ​ໜ້າ​ທີ່​ສະຫະລັດທ່ານ​ນຶ່ງ ​ທີ່​ກ່າວ ​ໂດຍ​ບໍ່​ປະສົງ​ອອກ​ນາມ.

ໂຄສົກທຳນຽບຫ້າແຈ, ທ່ານແພ​ຕ​ຣິກ ຣາຍ​ເດີ ກ່າວຢູ່ໃນຖະແຫຼງການຢ່າງ ເປັນທາງການວ່າ ວັດຖຸດັ່ງກ່າວບໍ່ໄດ້ ເປັນໄພຂົ່ມຂູ່ທາງດ້ານທະຫານ, ແຕ່ໃນ ຂະນະທີ່ມັນເດີນທາງຢູ່ລະດັບຄວາມສູງ 6,100 ແມັດ ມັນເປັນໄພຂົ່ມຂູ່ຕໍ່ ເຮືອບິນພາ​ນິດ.

ນາຍພົນເກ​ລນ ແວນ​ເຮີກ (Glen VanHerck) ຂອງກອງທັບອາກາດສະຫະ ລັດ ຜູ້ທີ່ຮັບຜິດຊອບການ ປົກປ້ອງເຂດນ່ານຟ້າຂອງສະຫະລັດ ກ່າວຕໍ່ບັນດາ ນັກຂ່າວ ໃນການ​ຖະ​ແຫຼງ​ຂ່າວວ່າ ກອງທັບບໍ່ສາມາດ ລະບຸໄດ້ວ່າສິ່ງຂອງສາມອັນສຸດທ້າຍນີ້ແມ່ນຫຍັງ, ພວກມັນບິນຢູ່ໄດ້ແນວໃດ ຫຼື ມາຈາກບ່ອນໃດ, ອີງ​ຕາມລາຍງານຂອງ​ອົງ​ການ​ຂ່າວ​ຣອຍ​ເຕີສ໌.

"ພວກເຮົາເອີ້ນມັນວ່າວັດຖຸ, ບໍ່ແມ່ນບາ​ລ​ລູນ, ກໍເພາະມີ​ເຫດຜົນ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານແວນ​ເຮີກ (VanHerck), ​ຜູ້ບັນຊາການປ້ອງກັນທາງອະວະກາດອາ ເມຣິກາເຫນືອ ຫລື NORAD ແລະກອງບັນຊາການພາກເຫນືອ.

ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຫ້າ​ແຈ​ຍັງ​ກ່າວ​ອີກ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ຮູ້​ວ່າ ການ​ຍິງວັດ​ຖຸທີ່ບໍ່​ຮູ້​ວ່າ​ແມ່ນ​ຫຍັງ​ ຫຼື ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ເທື່ອຫລ້າ​ສຸດ ​ຢູ່​ໃນ​ດິນ​ແດນ​ຂອງ​ສະ​ຫະ​ລັດ ​ໄດ້​ເກີດ​ຂຶ້ນ​ເມື່ອ​ໃດ ກ່ອນ​ຈະ​ມີເຫດ​ດັ່ງ​ກ່າວນີ້ເກີດ​ຂຶ້ນ.

​ໃນ​ຕອນ​ເຊົ້າ​ວັນ​ອາທິດ​ວານ​ນີ້ ​ເຈົ້າ​ໜ້າ​ທີ່​ສະຫະລັດ ​ແລະ​ກາ​ນາ​ດາ ​ໄດ້​ຈຳກັດ​ເຂດ​ນ່ານຟ້າ​ຢູ່​ເທິງ​ທະ​ເລ​ສາບ ຊຶ່ງ​ຕັ້ງ​ຢູ່​ລຽບຕາມ​ຊາຍ​ແດນ​ຂອງ​ສອງ​ປະ​ເທດ ​ໃນ​ຂະນະ​ທີ່​ເຮືອບິນ​ທະຫານ​ໄດ້​ຖືກ​ສົ່ງ​ຂຶ້ນໄປ ເພື່ອ​ໃຫ້​ພະຍາຍາມເບິ່ງ​ວັດຖຸດັ່ງ​ກ່າວວ່າ ​ແມ່ນ​ຫຍັງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG