ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຍິງທຳ​ລາຍ ລູກສອນໄຟ​ຕໍ່ຕ້ານກໍາປັ່ນຂອງພວກຫົວຮຸນແຮງຮູຕີ ຈາກການໂຈມຕີຫຼ້າສຸດ ໃນຂົງເຂດທະເລແດງ


ກໍປັ່ນພິຄາດຊັ້ນ Arleigh Burke USS Gravely ກໍາລັງເຂົ້າຈອດຢູ່ທ່າກໍາປັ່ນ Norfolk ເຊິ່ງເປັນຖານທັບທະຫານເຮືອ Norfolk ໃນນະຄອນ Norfolk ລັດເວີຈີເນຍ. ວັນອັງຄານທີ 14 ມີນາ 2023. ເຈົ້າໜ້າທີ່ສະຫະລັດກ່າວວ່າ ກໍາປັ່ນດັ່ງກ່າວໄດ້ຍິງລູກສອນໄຟຂີປະນາວຸດຕ້ານກຳປັ່ນທີ່ຍິງມາຈາກເຢເມນໂດຍພວກຫົວຮຸນແຮງຮູຕີ.
ກໍປັ່ນພິຄາດຊັ້ນ Arleigh Burke USS Gravely ກໍາລັງເຂົ້າຈອດຢູ່ທ່າກໍາປັ່ນ Norfolk ເຊິ່ງເປັນຖານທັບທະຫານເຮືອ Norfolk ໃນນະຄອນ Norfolk ລັດເວີຈີເນຍ. ວັນອັງຄານທີ 14 ມີນາ 2023. ເຈົ້າໜ້າທີ່ສະຫະລັດກ່າວວ່າ ກໍາປັ່ນດັ່ງກ່າວໄດ້ຍິງລູກສອນໄຟຂີປະນາວຸດຕ້ານກຳປັ່ນທີ່ຍິງມາຈາກເຢເມນໂດຍພວກຫົວຮຸນແຮງຮູຕີ.

ກຸ່ມພວກ​ຫົວ​ຮຸນ​ແຮງຮູຕີຂອງ​ເຢ​ເມນ ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ພວກ​ເຂົາໄດ້​ຍິງ​ລູກ​ສອນ​ໄຟ​ຈໍານວນ​ຫຼາຍ​ລູກ ​ໃສ່​ກຳ​ປັ່ນລົບ​ຂອງ​ສະຫະລັດຢູ່​ໃນຂົງເຂດ​ທະ​ເລ​ແດງ, ແລະ​ນັ້ນ ​ພວກ​ເຂົາຍັງມີແຜນທີ່ຈະແນ​ເປົ້າ​ໝາຍໃສ່​ຂະບວນເຮືອ​ຂອງ​ສະຫະລັດ ແລະ​ ອັງກິດ ຕໍ່ໄປ.

ຖະແຫຼງການດັ່ງກ່າວມີຂຶ້ນບໍ່ເທົ່າໃດຊົ່ວໂມງ ລຸນຫຼັງສູນບັນຊາການກອງທັບສະ ຫະລັດໃນພາກຕາເວັນອອກກາງ ຫຼື CENTCOM ກ່າວວ່າ ກ່ຳປັ່ນ USS Gravely ໄດ້ຍິງທຳ​ລາຍລູກສອນໄຟນໍາວິຖີຕໍ່ຕ້ານກຳປັ່ນທີ່ຍິງມາຈາກເຢເມນໂດຍພວກຫົວຮຸນແຮງຮູຕີ ທີ່ໄດ້ຮັບການໜຸນຫຼັງໂດຍອີຣ່ານ.

ສູນບັນຊາການ CENTCOM ກ່າວ​ໃນ​ຖະ​ແຫຼງການ​ຂອງ​ຕົນ​ວ່າ ບໍ່​ມີ​ຜູ້ໄດ້ຮັບ​ບາດ​ເຈັບ ຫຼື ເກີດ​ຄວາມ​ເສຍ​ຫາຍ​ໃດໆຈາກ​ການ​ໂຈມ​ຕີ​ດັ່ງກ່າວ.

ກຸ່ມພວກຫົວຮຸນແຮງຮູຕີ ໄດ້ທຳການໂຈມຕີດ້ວຍລູກສອນໄຟ ແລະເຮືອບິນບໍ່ມີຄົນຂັບຫຼາຍກວ່າ 30 ຄັ້ງຢູ່ໃນຂົງເຂດທະເລແດງ ນັບຕັ້ງແຕ່ກາງເດືອນພະຈິກ ເປັນຕົ້ນມາ, ເຊິ່ງໄດ້ສ້າງຄວາມຫຍຸ້ງຍາກອັນໃຫຍ່ຫຼວງ ຕໍ່ການຂົນສົ່ງສິນຄ້າຢູ່ໃນເສັ້ນທາງນ້ຳທີ່ສຳຄັນແຫ່ງນີ້.

ບໍລິສັດຂົນສົ່ງຈໍານວນຫຼາຍ ໄດ້ພາກັນປ່ຽນການດໍາເນີນງານເພື່ອ​ຮັບ​ມື​ກັບ​ສະ​ຖາ​ນະ​ການຂອງພວກເຂົາເຈົ້າ ໂດຍ​ສົ່ງກໍາປັ່ນຫຼາຍລໍາ ໄປໃນເສັ້ນທາງທີ່ໄກກວ່າ ແລະມີລາຄາທີ່ແພງກວ່າ ເພື່ອແລ່ນ​ອ້ອມ ​ທະ​ວີບອາຟຣິກາ ແທນທີ່ຈະໃຊ້ເສັ້ນ ທາງເຊື່ອມຕໍ່ ລະຫວ່າງທະເລແດງ ແລະທະເລເມດີເຕຣານຽນ.

Houthi Ship Attacks Disrupting Global Supply Chain
please wait

No media source currently available

0:00 0:02:07 0:00

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG