ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ປະຕິເສດຕໍ່​ການຮຽກຮ້ອງ​ຂອງ​ຈີນ ໃຫ້ຍົກເລີກການລົງໂທດ

ແຟ້ມຮູບ-ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ, ຂວາ, ຈັບມືກັບລັດຖະມົນຕີກະຊວງປ້ອງກັນປະເທດຂອງຈີນ ທ່ານລີ ຊາງຟູ, ຊ້າຍ, ໃນລະຫວ່າງພິທີເປີດອາຫານແລງ ລະຫວ່າງການປະຊຸມປະຈໍາປີຄັ້ງທີ 20 ສໍາລັບສະຖາບັນນານາຊາດ ເພື່ອຍຸດທະສາດການສຶກສາ Shangri-La, ໃນປະເທດສິງກະໂທ, ວັນທີ 2 ມິຖຸນາ 2023.

ມີການຮຽກຮ້ອງຄັ້ງໃໝ່ຈາກເຈົ້າໜ້າທີ່ຈີນ ໃຫ້ຍົກເລີກການລົງໂທດທາງເສດຖະ ກິດ ເພື່ອແລກປ່ຽນກັບການເປີດຊ່ອງທາງສື່ສານກັບກອງທັບສະຫະລັດ ກໍາລັງສະທ້ອນເຂົ້າສູ່ສ່ວນເລິກທາງການທູດ, ເຖິງແມ່ນວ່າ ຄວາມເຄັ່ງຕຶງລະຫວ່າງປະເທດທັງສອງ ຍັງຄົງເພີ້ມສູງຂຶ້ນ.

ທໍານຽບຫ້າແຈ, ໃນວັນພະຫັດວານນີ້ ໄດ້ປະຕິເສດຕໍ່ການ​ຮຽກ​ຮ້ອງດັ່ງກ່າວ, ໂດຍໂຕ້ແຍ້ງວ່າ ບໍ່ມີເຫດຜົນທີ່ດີສໍາລັບເຈົ້າໜ້າທີ່ທາງການລະດັບສູງຂອງຈີນ ທີ່ຈະຫຼີກລ້ຽງການສົນທະນາກັບຄູ່ຕໍາແໜ່ງ​ຂອງສະຫະລັດ.

“ຕາມວິໄສທັດຂອງພວກເຮົາແລ້ວ, ມັນບໍ່ມີອຸປະສັກໃດໆທີ່ພວກເຮົາຈະຮັກສາການເປີດສາຍສົນທະນາສື່ສານ,” ໂຄສົກທໍານຽບຫ້າແຈ ພົນຈັດຕະວາ ແພັດ- ທຣິກ ຣາຍເດີ້ (Patrick Ryder), ກ່າວຕໍ່ບັນດານັກຂ່າວ ໃນ​ການຕອບຄໍາຖາມ ທີ່ຖາມໂດຍ VOA.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອອສຕິນ “ສາມາດສົນທະນາກັບຄູ່ຕໍາແໜ່ງຝ່າຍຈີນຂອງທ່ານໄດ້ດຽວນີ້ເລີຍ,” ທ່ານຣາຍເດີ້ ກ່າວຕື່ມ. “ການລົງໂທດຕ່າງໆເຫຼົ່ານັ້ນ ບໍ່ຈໍາເປັນຕ້ອງຍົກເລີກ ເພື່ອໃຫ້ທ່ານໄດ້ສົນ ທະນາສື່ສານກັບຄູ່ຕໍາແໜ່ງຂອງທ່ານ.”

ທ່ານອອສຕິນ ແລະລັດຖະມົນຕີກະຊວງປ້ອງກັນປະເທດຂອງຈີນ ທ່ານລີ ຊາງຟູ ໄດ້ສົນທະນາສັ້ນໆ ໃນລະຫວ່າງການປະຊຸມປະຈໍາປີ Shangri-La ທີ່ປະ ເທດສິງກະໂປໃນຊ່ວງຕົ້ນເດືອນນີ້, ແຕ່ເຈົ້າໜ້າທີ່ທໍານຽບຫ້າແຈກ່າວວ່າ ເປັນການແລກປ່ຽນທີ່ບໍ່ມີຫຍັງສໍາຄັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG