ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນ ບໍ່ມີຄົນຂັບ ຂອງ ອີຣ່ານ ຖືກ ສຫລ ຍິງຕົກ ໃນ ຊີເຣຍ


ເຮືອບິນຮົບ ສະຫະລັດ F-15E Strike Eagles ສອງລຳ ບິນຢູ່ເທິງພາກເໜືອຂອງປະເທດ ອີຣັກ ຫຼັງຈາກໄດ້ດຳເນີນການໂຈມຕີທາງອາກາດໃນ ຊີເຣຍ.
ເຮືອບິນຮົບ ສະຫະລັດ F-15E Strike Eagles ສອງລຳ ບິນຢູ່ເທິງພາກເໜືອຂອງປະເທດ ອີຣັກ ຫຼັງຈາກໄດ້ດຳເນີນການໂຈມຕີທາງອາກາດໃນ ຊີເຣຍ.

ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວຕໍ່ວີໂອເອວ່າ ພວກເຂົາເຈົ້າໃກ້້ແລ້ວທີ່ຈະຢືນຢັນ
ວ່າ ເຮືອບິນບໍ່ມີຄົນຂັບຂອງ ອີຣ່ານ ທີ່ໄດ້ຖືກຍິງຕົກໂດຍເຮືອບິນຮົບ ອາເມຣິກັນ ໃນ
ຕອນເຊົ້າວັນອັງຄານວານນີ້ ແມ່ນຄວບຄຸມໂດຍກອງກຳລັງພິທັກປະຕິວັດ ອີຣ່ານ.

ແຫຼງຂ່າວ ສະຫະລັດ ຫຼາຍແຫ່ງໄດ້ກ່າວຕໍ່ວີໂອເອໂດຍບໍ່ປະສົງອອກຊື່ວ່າ ເຮືອບິນບໍ່ມີ
ຄົນຂັບນີ້ ແມ່ນຄວບຄຸມໂດຍສະຖານີພາກພື້ນດິນຂອງກອງກຳລັງພິທັກປະຕິວັດ ອີຣ່ານ
ໃນປະເທດຊີເຣຍ. ສະຖານີດັ່ງກ່າວ ຕັ້ງຢູ່ໃກ້ກັບເມືອງ Hama, ອີງຕາມຄຳເວົ້າຂອງ
ເຈົ້າໜ້າທີ່ຄົນໜຶ່ງ.

ໂຄສົກທຳນຽບຫ້າແຈ ພັນເອກ Jeff Davis ໄດ້ກ່າວວ່າ ເຮືອບິນ F-15E Strike
Eagle ໄດ້ຍິງເຮືອບິນບໍ່ມີຄົນຂັບ Shahed 129 ທີ່ຜະລິດໃນປະເທດ ອີຣ່ານ ຕົກປະ
ມານ 12:30 ກາງຄືນ ຕາມເວລາໃນທ້ອງຖິ່ນ ໃນຂະນະທີ່ເຮືອບິນດັ່ງກ່າວ ໄດ້ບິນເຂົ້າ
ໃກ້ຄ້າຍທະຫານ ຂອງແນວໂຮມ ໃກ້ກັບເມືອງ al-Tanf, ບ່ອນທີ່ ສະຫະລັດ ໄດ້ທຳ
ການຝຶກແອບພວກນັກຮົບ ເພື່ອຕໍ່ສູ້ກັບພວກລັດອິສລາມ.

ທ່ານ Davis ໄດ້ກ່າວວ່າ ເຮືອບິນບໍ່ມີຄົນຂັບ ທີ່ຖືກທຳລາຍ ໃນວັນອັງຄານວານນີ້ ໄດ້
ຖືກພົບເຫັນຢູ່ບ່ອນທີ່ເຮືອບິນບໍ່ມີຄົນຂັບອີກລຳໜຶ່ງຂອງ ອີຣ່ານ ໄດ້ຖືກຍິງຕົກ ໃນວັນ
ທີ 8 ມິຖຸນາທີ່ຜ່ານມາ.

ທ່ານໄດ້ກ່າວຕໍ່ບັນດານັກຂ່າວຢູ່ທຳນຽບຫ້າແຈ ດ້ວຍການໃຊ້ຊື່ຫຍໍ້ຂອງ ກຸ່ມກໍ່ການ
ຮ້າຍລັດອິສລາມວ່າ “ພວກເຮົາບໍ່ໄດ້ພະຍາຍາມສ້າງຄວາມຂັດແຍ້ງກັບຝ່າຍໃດໆໃນ
ຊີເຣຍ ນອກຈາກພວກ ISIS, ແຕ່ພວກເຮົາຈະບໍ່ລັງເລໃຈທີ່ຈະປ້ອງກັນຕົນເອງ ຫຼື ພັນ
ທະມິດຂອງພວກເຮົາຖ້າມີຄວາມຈຳເປັນ.”

ໃນຂະນະທີ່ ສະຫະລັດ ແລະ ຣັດເຊຍ ໄດ້ໃຊ້ລະບົບການສື່ສານໂດຍກົງ ທີ່ຖືກຕັ້ງຂຶ້ນ
ມາ ເພື່ອຫຼຸດຄວາມສ່ຽງໃນການປະຕິບັດການທາງອາ ກາດໃນ ຊີເຣຍ ແລະປ້ອງກັນ
ການຄິດໄລ່ຜິດ ໃນລະຫວ່າງມະຫາອຳ ນາດໃຫຍ່ສອງປະເທດນັ້ນ, ທ່ານ Davis ໄດ້
ກ່າວວ່າ ລະບົບສື່ສານເພື່ອຫຼຸດຄວາມສ່ຽງດັ່ງກ່າວ ແມ່ນບໍ່ໄດ້ຖືກນຳໃຊ້ກ່ອນການຍິງ
ເຮືອບິນບໍ່ມີຄົນຂັບ ໃນວັນອັງຄານວານນີ້, ຍ້ອນຄວາມສຸກເສີນຂອງໄພຂົ່ມຂູ່.

ທ່ານໄດ້ກ່າວວ່າ “ນັກບິນ ໄດ້ລົງມືຢ່າງກະທັນຫັນ ເພື່ອຍິງເຮືອບິນບໍ່ມີຄົນຂັບລຳນັ້ນ
ໃນຂະນະທີ່ມັນໄດ້ເດີນທາງເຂົ້າໃກ້ກອງກຳລັງຂອງພວກ ເຮົາດ້ວຍເຈຕະນາຮ້າຍ.”

ການຍິງເຮືອບິນບໍ່ມີຄົນຂັບຕົກໄດ້ມີຂຶ້ນໃນວັນດຽວກັບທີ່ປະເທດ ອອສເຕຣເລຍ ໄດ້ປະ
ກາດວ່າ ພວກເຂົາເຈົ້າຈະຢຸດການໂຈມຕີທາງອາກາດໂດຍກອງກຳລັງຂອງພວກເຂົາ
ເຈົ້າໃນ ຊີເຣຍ ໄວ້ຊົ່ວຄາວ, ຫຼັງຈາກ ຣັດເຊຍ ທີ່ເປັນພັນທະມິດກັບ ຊີເຣຍ ໄດ້ຂົ່ມຂູ່ທີ່
ຈະແນເປົ້າໝາຍໃສ່ເຮືອບິນຂອງແນວໂຮມ ພາຍໃຕ້ການນຳພາຂອງ ສະຫະລັດ ທີ່ກຳ
ລັງປະຕິບັດການ ໃນທ້ອງຟ້າຂອງປະເທດ ຊີເຣຍ ເພື່ອຕອບໂຕ້ກັບການຍິງເຮືອບິນຮົບ
ຊີເຣຍ ລຳໜຶ່ງຕົກ ໂດຍກອງທັບອາກາດ ສະຫະລັດ ໃນວັນອາທິດທີ່ຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG