ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວໂລກ ສະແດງ ຄວາມເສົ້າສະເທືອນໃຈ ຕໍ່ການຍິງສັງຫານໝູ່ ຢູ່ໂຮງຮຽນ ໃນສະຫະລັດ


ພວກສະໜັບສະໜຸນໃຫ້ມີ ການຄວບຄຸມການຂາຍປືນ ພາກັນໄປໂຮມຊຸມນຸມ ຢູ່ຖະໜົນ Pennsylvania ຕໍ່ໜ້າທໍານຽບຂາວ ໃນນະຄອນວໍຊິງຕັນ ໃນວັນສຸກ ທີ 14 ທັນວາ 2012 ໃນລະຫວ່າງການຈຸດທຽນໄວ້ອາໄລແກ່ດວງວິນຍານ ຂອງຜູ້ໄດ້ຮັບເຄາະຮ້າຍ ຈາກການຍິງສັງຫານໝູ່ ໃນໂຮງຮຽນ ປະຖົມ Sandy Hook ໃນເມືອງ Newton ຂອງລັດ Connecticut.
ພວກສະໜັບສະໜຸນໃຫ້ມີ ການຄວບຄຸມການຂາຍປືນ ພາກັນໄປໂຮມຊຸມນຸມ ຢູ່ຖະໜົນ Pennsylvania ຕໍ່ໜ້າທໍານຽບຂາວ ໃນນະຄອນວໍຊິງຕັນ ໃນວັນສຸກ ທີ 14 ທັນວາ 2012 ໃນລະຫວ່າງການຈຸດທຽນໄວ້ອາໄລແກ່ດວງວິນຍານ ຂອງຜູ້ໄດ້ຮັບເຄາະຮ້າຍ ຈາກການຍິງສັງຫານໝູ່ ໃນໂຮງຮຽນ ປະຖົມ Sandy Hook ໃນເມືອງ Newton ຂອງລັດ Connecticut.
ການຍິງສັງຫານໝູ່ ຢູ່ໃນໂຮງຮຽນປະຖົມແຫ່ງນຶ່ງຂອງສະຫະ
ລັດ ໃນເມືອງ Newton ຂອງລັດ Connecticut ໃນວັນສຸກ
ວານນີ້ ທີ່ໄດ້ເຮັດໃຫ້ 28 ຄົນເສຍຊີວິດ ໂຮມທັງເດັກນ້ອຍ
20 ຄົນນັ້ນ ໄດ້ເຮັດໃຫ້ ຄົນທົ່ວໂລກ ພາກັນເກີດຄວາມສະ
ທ້ານ ສະເທືອນໃຈ ແລະສົງສານນໍາ.

ນາຍົກລັດຖະມົນຕີອອສເຕຣເລຍ ທ່ານນາງ Julia Gillard
ໄດ້ບັນລະຍາຍ ການໂຈມຕີດັ່ງກ່າວວ່າ ເປັນ “ການກະທໍາທີ່
ຊົ່ວຮ້າຍຂອງຜີມານແບບທີ່ບໍ່ສາມາດເຂົ້າໃຈໄດ້ເລີຍ.” ແລະ
ທ່ານນາງກ່າວຕື່ມວ່າ ຄືກັນກັບປະທານາທິບໍດີ ໂອບາມາແລະ ເພື່ອນປະຊາຊົນອາເມຣິກັນຂອງທ່ານ “ຫົວໃຈຂອງ ພວກເຮົາ
ກໍແຕກສະຫລາຍຍ້ອນເຫດການດັ່ງກ່າວເຊັ່ນກັນ.”

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ກໍໄດ້ເວົ້າເຊັ່ນກັນວ່າ ທ່ານ “ຕົກໃຈ ຢ່າງທີ່ສຸດ ແລະມີຄວາມໂສກເສົ້າຢ່າງສຸດຊຶ້ງ” ເມື່ອຮູ້ຂ່າວກ່ຽວ ກັບອັນທີ່ທ່ານເອີ້ນວ່າ “ເຫດການຍິງທີ່ໜ້າສະຫຍອງຂວັນ.”

ພ້ອມດຽວກັນ ປະທານາທິບໍດີຝຣັ່ງ ທ່ານ Francois Halland ເວົ້າວ່າ ທ່ານເກີດຄວາມ ສະທ້ານຕົກໃຈ ເມື່ອໄດ້ຍິນຂ່າວການຍິງດັ່ງກ່າວ.

ຫົວໜ້າດ້ານການທູດຂອງສະຫະພາບຢູໂຣບ ທ່ານນາງ Catherine Ashton ກໍໄດ້ສະ ແດງຄວາມສະທ້ານສະເທືອນໃຈອອກມາ ຕໍ່ເຫດການດັ່ງກ່າວ ພ້ອມກັບຫົວໜ້າຄະນະ ກໍາມາທິການຂອງສະຫະພາບຢູໂຣບ ທ່ານ Jose Manual Barroso ທີ່ເວົ້າວ່າ ທ່ານ “ຕົກສະທ້ານ ແລະຫວາດກົວ ຢ່າງເລິກເຊິ່ງ” ຕໍ່ການຍິງດັ່ງກ່າວ.

ທາງດ້ານພະລາຊີນີ Elizabeth ຂອງອັງກິດ ກໍໄດ້ຊົງສົ່ງສານເຖິງປະທານາທິບໍດີໂອບາ ມາ ໂດຍຊົງກ່າວວ່າ ພະນາງ “ຊົງຕົກສະທ້ານ ແລະມີຄວາມເສຍໃຈຢ່າງເລິກເຊິ່ງ” ນໍາເຫດ ຮ້າຍດັ່ງກ່າວ.

ສະໄລດ໌ປະມວນພາບການຍິງທີ່ໂຮງຮຽນປະຖົມແຫ່ງນຶ່ງໃນສະຫະລັດ:
XS
SM
MD
LG