ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມືປືນ ທີ່ຍິງ ສະມາຊິກ ສະພາ ສຫລ ຖືກຕັດສິນ ຈຳຄຸກ ຕະຫຼອດຊີວິດ


ທ້າວ Jared Lee Loughner ຖືກສານຕັດສິນ ຈຳ​ຄຸກເປັນ​ເວລາ 7 ຊົ່ວ​ຊີວິດ ສົມ​ໃສ່​ອີກ 140 ປີ​. ​
ທ້າວ Jared Lee Loughner ຖືກສານຕັດສິນ ຈຳ​ຄຸກເປັນ​ເວລາ 7 ຊົ່ວ​ຊີວິດ ສົມ​ໃສ່​ອີກ 140 ປີ​. ​
ມື​ປືນທີ່​ຍິງ​ສະມາຊິກສະພາ​ຕໍ່າບາດ​ເຈັບ ​ແລະ​ສັງຫານ​ອີກ 6
ຄົນ ​ໃນ ການ​ຍິງ​ໂຈມ​ຕີ​ຢ່າງ​ບໍ່​ເລືອກ​ໜ້າ​ໃນ​ປີ 2011 ​ນັ້ນ ​ໄດ້
ຮັບ​ໂທດ​ຕິດຄຸກຕະຫລອດຊີວິດ ທີ່ບໍ່​ມີ​ໂອ​ກາດຈະ​ໄດ້​ຮັບ​ການ
​ປ່ອຍ​ໂຕ.

ສານ​ແຫ່ງ​ນຶ່ງ ທີ່ລັດ Arizona ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ສະ
ຫະລັດ​ໄດ້​ຕັດສິນ​ລົງ​ໂທດ ທ້າວ Jared Lee Loughner ​ໃນ
​ວັນ​ພະຫັດວານ​ນີ້ ໃຫ້​ຈຳ​ຄຸກເປັນ​ເວລາ 7 ຊົ່ວ​ຊີວິດ ສົມ​ໃສ່​ອີກ
140 ປີ​. ​ໃນ​ເດືອນ​ສິງຫາຜ່ານ​ມາ ລາວ​ໄດ້​ຮັບ​ເອົາ ການ​ຕົກລົງ ​
ເພື່ອອະນຸຍາດ​ໃຫ້​ລາວ​ຫລີກ​ລ້ຽງ​ການຖືກ​ໂທດປະຫານ​ຊີວິດ.

​ເວລາ​ນັ້ນທ່ານນາງ Gabrielle Gifford ທີ່​ເປັນສະມາຊິກສະພາ
​ຕໍ່າ ​ໄດ້​ຮັບ​ບາດ​ເຈັບສາຫັດ​ ຈາກ​ການ​ຍິງໂຈມ​ຕີຢ່າງ​ບໍ່​ເລືອກໜ້າ
ທີ່​ເມືອ​ງ Tucson​. ສະມາຊິກ​ສະພາ​ຕໍ່​ຈາກ​ລັດ Arizona ຜູ້​ທີ່​ໄດ້​ຖືກ​ຍິງ​ໃສ່​ຫົວທ່ານ​ນີ້ ໄດ້​ລາ​ອອກ​ຈາກໜ້າ​ທີ່​ຂອງ​ທ່ານ​ນາງໃນ​ປີ​ນີ້​ເພື່ອ​ແນ​ໃ​ສ່ການປິ່ນປົວພະຍາບານຂອງທ່ານນາງ.

ທ່ານ​ນາງ Giffords ​ແມ່ນຜູ້​ນຶ່ງ​ໃນ​ຈໍາ​ນວນ​ຂອງ​ຜູ້ເຄາະ​ຮ້າຍ​ແລະ​ສະມາຊິກ​ຄອບຄົວ​ຂອງ ພວກ​ເຂົາ​ເຈົ້າ ​ໄດ້​ພາກັນເຂົ້າຮ່ວມຮັບ​ຟັງ​ການ​ຕັດສິນ​ຢູ່​ທີ່ສາ​ນ​ ໃນ​ມື້ວານ​ນີ້.
XS
SM
MD
LG