ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ວາງແຜນ ສົ່ງສະບຽງ ອາຫານ ໄປໃຫ້ ກອງທັບຢູເຄຣນ (ວີດີໂອ)


Ukraine Forces Holding Out as Russia Moves on Crimean Bases
please wait

No media source currently available

0:00 0:01:52 0:00
ສະຫະລັດກຳລັງ​ວາງ​ແຜນ ​ສົ່ງອາຫານ​ທີ່​ກິນ​ໄດ້​ໂລດ 300,000
ຫໍ່ ໄປ​ໃຫ້ກອງທັບ​ຢູ​ເຄຣນ ​ເຖິງ​ແມ່ນ​ວ່າໂຄງການ​ຊ່ວຍ​ເຫລືອ
ຂະໜາດໃຫຍ່​ ຫຼາຍ​ພັນ​ລ້ານ​ໂດ​ລ່າ ແກ່ກຸງ Kyiv ຍັງ​ຕົກຄ້າງ​ຢູ່​
ທີ່ລັດຖະສະພາ.

ກະຊວງ​ປ້ອງ​ກັນ​ປະ​ເທດສະຫະລັດ ກ່າວໃນ​ວັນ​ສຸກວານ​ນີ້​ວ່າ
ສະຫະລັດເນັ້ນ​ໜັກ​ໃສ່ການ​ຊ່ວຍ​ເຫລືອ “ທີ່​ບໍ່​ແມ່ນ​ອາວຸດ​ຮ້າຍ
​ແຮງ” ຫລັງ​ຈາກຣັດ​ເຊຍ​ ໄດ້ປະກາດໂຮມເອົາແຫລມ​ໄຄ​ຣ​ເມຍ ​
ຂອງຢູ​ເຄຣນ ເຂົ້າເປັນສ່ວນນຶ່ງຂອງຕົນ.

ກຸງ​ມົສກູໄດ້​ເຄື່ອນໄຫວຢ່າງວ່ອງໄວໃນອາທິດ​ນີ້ເພື່ອ​ຮວມເຂດ​ໄຄຣ​ເມຍເຂົ້າ​ເປັນສ່ວນ
ນຶ່ງຂອງດິນແດນ​ຕົນ ຫລັງ​ຈາກສ່ວນ​ໃຫຍ່​ຂອງພົນ​ລະ​ເມືອງ ທີ່​ປາກ​ພາສາຣັດ​ເຊຍ ໃນ ເຂດດັ່ງກ່າວ ​ໄດ້​ປ່ອນ​ບັດ​ຢ່າງ​ຖ້ວມ​ລົ້ນ​ໃນວັນອາທິດ​ແລ້ວ​ນີ້​ເພື່ອເຂົ້າ​ຮ່ວມກັບຣັດ​ເຊຍ.

​ໂຄສົກກະຊວງປ້ອງ​ກັນ​ປະ​ເທດທ່ານ​ນຶ່ງ​ກ່າວ​ວ່າ ອາຫານ 25,000 ພັນ​ລັງ ປັດ​ຈຸ​ບັນນີ້
​ຢູ່​ທີ່ຢູໂຣບ ​ແຕ່​ຍັງ​ບໍ່​ທັນ​ໄດ້​ສົ່ງ​ໄປຢູ​ເຄຣນເທື່ອ.

ສະຫະລັດ ​ໄດ້​ສະ​ເໜີໃຫ້ການ​ຊ່ວຍເຫລືອ 1 ພັນ​ລ້ານ​ໂດ​ລ່າ​ແກ່ຢູ​ເຄຣນ ​ແຕ່​ວ່າມາດ​ຕະ
ການ​ດັ່ງກ່າວ​ໄດ້​ຕົກ​ຄ້າງ​ຢູ່ທີ່ລັດຖະສະພາ ບ່ອນ​ທີ່ສະມາຊິກສະພາຫຼາຍໆ ​ບໍ່​ເຫັນ​ດີກັບ
ຂໍ້ກຳນົດທີ່ບໍ່ໄດ້​ພົວພັນ​ກັບເລື່ອງ ໃນການຈ່າຍເງິນ 60 ພັນ​ລ້ານ​ໂດ​ລ່າຂອງສະຫະລັດ ແກ່ອົງການກອງທືນສາກົນ IMF​.

XS
SM
MD
LG