ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຳປັ່ນສະຫະລັດ ຍິງປືນເພື່ອເຕືອນ ໃຫ້ກໍາປັ່ນໂຈມຕີຂອງອີຣ່ານ ຖອຍອອກໄປ


ກຳປັ່ນລາດຕະເວນ USS Firebolt ຂອງສະຫະລັດທີ່ໄດ້ຍິງປືນເພື່ອເຕືອນໃຫ້ກໍາປັ່ນຂອງອີຣ່ານ ຖອຍອອກໄປ ຢູ່ທາງເໜືອຂອງທະເລອາຣັບ
ກຳປັ່ນລາດຕະເວນ USS Firebolt ຂອງສະຫະລັດທີ່ໄດ້ຍິງປືນເພື່ອເຕືອນໃຫ້ກໍາປັ່ນຂອງອີຣ່ານ ຖອຍອອກໄປ ຢູ່ທາງເໜືອຂອງທະເລອາຣັບ

ກຳປັ່ນສະຫະລັດລໍານຶ່ງຢູ່ທາງເໜືອຂອງທະເລອາຣັບ ໄດ້ຍິງປືນເຕືອນເພື່ອໃຫ້ກໍາປັ່ນໂຈມຕີຂອງອີຣ່ານ 3 ລໍາ ຖອຍອອກໄປພາຍຫລັງທີ່ໄດ້ເຫັນກັນຢູ່ໃກ້ໆໃນເຂດນ່ານນໍ້າສາກົນ.

ກຳປັ່ນກອງທັບເຮືອທີ 5 ຂອງສະຫະລັດໄດ້ມີຖະແຫຼງການສະບັບນຶ່ງອອກມາໃນວັນອັງຄານວານນີ້ ໂດຍກ່າວຫາກໍາປັ່ນຂອງກອງທັບເຮືອກຳລັງພິທັກປະຕິ ວັດອິສລາມອີຣ່ານ ຫລື IRGCN ວ່າບໍ່ປະຕິບັດຕາມຄຳເຕືອນທາງວິທະຍຸແລະ ຄວາມພະຍາຍາມທາງອື່ນທີ່ຈະບອກໃຫ້ຮູ້ ໃນຂະນະທີ່ເຂົາເຈົ້າກຳລັງເຂົ້າໄປຢູ່ໃນໄລຍະ 62 ແມັດຫ່າງຈາກກຳປັ່ນລາດຕະເວນ USS Firebolt ແລະ ກໍາປັ່ນຍາມຝັ່ງທະເລ Cutter Baranoff, ຂອງສະຫະລັດ.

ຖະແຫຼງການນັ້ນກ່າວວ່າກໍາປັ່ນສອງລຳຂອງສະຫະລັດກຳລັງປະຕິບັດງານຮັກ ສາຄວາມປອດໄພແບບເປັນປະຈຳຢູ່ ໃນຕອນທີ່ກໍາປັ່ນຂອງອີຣ່ານທີ່ປະກອບອາວຸດ “ເຂົ້າມາໃກ້ແບບບໍ່ຈຳເປັນ” ແລະ “ເພີ່ມຄວາມສ່ຽງໃນການຄິດໄລ່ຜິດແລະ ຫຼືຕໍາກັນ” ໃນໄລຍະທີ່ພົບເຫັນກັນໃນຕອນແລງວັນຈັນຜ່ານມາ.

ຫລັງຈາກທີ່ໄດ້ພະຍາຍາມຫລາຍຄັ້ງໃນການສື່ສານກັບກໍາປັ່ນຂອງອີຣ່ານແຕ່ບໍ່ສໍາເລັດແລ້ວ ພວກລູກເຮືອໃນກໍາປັ່ນ USS Firebolt ກໍໄດ້ຍິງປືນເພື່ອເຕືອນ, ຊຶ່ງໃນເວລານັ້ນກໍາປັ່ນຂອງອີຣ່ານໄດ້ຖອຍອອກໄປ.

ໃນຖະແຫຼງການຂອງກອງທັບເຮືອທີ 5 ກ່າວວ່າ "ຕະຫຼອດໄລຍະທີ່ມີການພົບເຫັນກັນນັ້ນ ກຳລັງທະຫານຂອງສະຫະລັດໄດ້ຕິດຕໍ່ສື່ສານຢ່າງຈິງຈັງ ກັບກໍາປັ່ນ IRGCN ແລະປະຕິບັດການຕອບໂຕ້ທີ່ໄດ້ວາງແຜນໄວ້ລ່ວງໜ້າ ເພື່ອຫຼຸດ ຜ່ອນຄວາມສ່ຽງຂອງການຄິດໄລ່ຜິດ, ຫລີກລ້ຽງການຕໍາກັນ, ແລະເຮັດໃຫ້ສະຖານະການຫລຸດລົງ."

ລາຍງານກ່າວຕື່ມວ່າ "ສະຫະລັດບໍ່ແມ່ນຜູ້ຮຸກຮານ” ໂດຍກ່າວຕໍ່ໄປອີກວ່າ “ຢ່າງໃດກໍຕາມ ກຳລັງຂອງພວກເຮົາໄດ້ຮັບການຝຶກອົບຮົມເພື່ອປະຕິບັດມາດຕະການປ້ອງກັນທີ່ມີປະສິດທິຜົນເມື່ອໃດຫາກຈຳເປັນ."

ເຫດການດັ່ງກ່າວຢ່າງໜ້ອຍກໍເປັນຄັ້ງທີສອງແລ້ວໃນເດືອນນີ້ ທີ່ມີການປະເຊີນໜ້າກັນລະຫວ່າງກໍາປັ່ນຂອງສະຫະລັດແລະກໍາປັ່ນຂອງອີຣ່ານ.

ໃນຕອນເຊົ້າຂອງວັນອັງຄານວານນີ້, ກອງທັບເຮືອຂອງສະຫະລັດໄດ້ເຜີຍແຜ່ວິດີໂອກ່ຽວກັບສິ່ງທີ່ຕົນພັນລະນາວ່າ ເປັນ "ການໂຕ້ຕອບທີ່ບໍ່ແມ່ນມືອາຊີບ" ລະຫວ່າງກໍາປັ່ນຂອງອີຣ່ານ ແລະກໍາປັ່ນຂອງສະຫະລັດໃນອ່າວອາຣັບ.

ໃນເຫດການດັ່ງກ່າວ, ກຳປັ່ນກອງທັບເຮືອຂອງອີຣ່ານ ທີ່ຕິດຕາມດ້ວຍກຳປັ່ນໂຈມຕີແບບວ່ອງໄວ 3 ລຳ ໄດ້ກໍ່ກວນກໍາປັ່ນອີກສອງລຳຂອງສະຫະລັດ ທີ່ຢູ່ໃນໄລຍະ 64 ແມັດຈາກເຂົາເຈົ້າ ກ່ອນຈະຖອຍກັບຄືນໄປ, ອີງຕາມຄໍາເວົ້າຂອງສະຫະລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG