ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ເພັ່ງເລັງໃສ່ ການຫລີກເວັ້ນ ມາດຕະການລົງໂທດຕໍ່ຣັດເຊຍ ໂດຍເຕືອນທະນາຄານ ແລະທຸລະກິດຕ່າງໆ ຂອງເທີກີ


ແຟ້ມພາບ - ພາບທົ່ວໄປ ສະແດງໃຫ້ເຫັນທ່າເຮືອ ໃນເມືອງວລາດີໂວສຕອກ ຂອງຣັດເຊຍ, ວັນທີ 5 ກັນຍາ 2022.
ແຟ້ມພາບ - ພາບທົ່ວໄປ ສະແດງໃຫ້ເຫັນທ່າເຮືອ ໃນເມືອງວລາດີໂວສຕອກ ຂອງຣັດເຊຍ, ວັນທີ 5 ກັນຍາ 2022.

ລັດຖະບານທ່ານໄບເດັນ ກຳລັງເຮັດວຽກໃນການວາງມາດຕະການລົງໂທດທີ່ແນໃສ່ຣັດເຊຍ ໃຫ້ມີປະສິດທິພາບຫຼາຍຂຶ້ນ ໂດຍໄດ້ກ່າວເຕືອນຄູ່ການຄ້າຂອງ ຣັດເຊຍ ຢ່າງຊັດເຈນວ່າ ພວກເຂົາເຈົ້າຕົກຢູ່ໃນຄວາມສ່ຽງທາງດ້ານກົດໝາຍ ໃນການເຮັດທຸລະກິດກັບອົງການຈັດຕັ້ງທີ່ໄດ້ຖືກຫ້າມ.

ທ່ານບຣາຍແອນ ແນລສັນ ຮອງລັດຖະມົນຕີກະຊວງການເງິນສະຫະລັດ ຮັບ ຜິດຊອບການກໍ່ການຮ້າຍ ແລະການສືບລັບດ້ານການເງິນ ເມື່ອບໍ່ດົນມານີ້ ໄດ້ພົບປະກັບບັນດາເຈົ້າໜ້າທີ່ລັດຖະບານ ແລະບັນດາຜູ້ຕາງໜ້າຂອງພາກສ່ວນທະນາຄານ ໃນເທີກີ ເພື່ອປຶກສາຫາລື ວິທີທີ່ມາດຕະການຂອງສະຫະລັດ ຕໍ່ ຣັດເຊຍ ມີຜົນກະທົບຕໍ່ທຸລະກິດຕ່າງໆຂອງເທີກີ ຊຶ່ງເປັນສ່ວນນຶ່ງຂອງການເດີນທາງໄປຍັງພາກພື້ນ ທີ່ຍັງລວມທັງ ສະຫະລັດອາຣັບເອເມີເຣັສ ນຳດ້ວຍ.

ບັນດານັກຊ່ຽວຊານດ້ານການຄ້າ ໄດ້ກ່າວຕໍ່ວີໂອເອ ວ່າ ສະຫະລັດ ຈະເພັ່ງເລັງໃສ່ການກີດກັ້ນຍຸດໂທປະກອນທີ່ລ້ຳໜ້າຂອງກອງທັບຣັດເຊຍ ໂດຍການຂົ່ມຂູ່ທີ່ຈະອອກມາດຕະການລົງໂທດຮອບສອງຕໍ່ພວກທຸລະກິດ ທີ່ຍັງຄ້າຂາຍກັບຣັດເຊຍ.

“ໃນການພົວພັນກັບມາດຕະການລົງໂທດຕໍ່ອົງການຈັດຕັ້ງຂອງຣັດເຊຍ, ພວກທຸລະກິດແລະທະນາຄານຂອງເທີກີ ອາດເຮັດໃຫ້ພວກຕົນຕົກຢູ່ໃນຄວາມສ່ຽງຂອງມາດຕະການລົງໂທດ ແລະເປັນໄປໄດ້ສູງ ທີ່ຈະສູນເສຍການເຂົ້າຫາຕະ ຫຼາດຂອງ G7” ນັ້ນແມ່ຄຳເວົ້າຂອງທ່ານແນລສັນ ທີ່ໄດ້ກ່າວຕໍ່ສະມາຄົມທະນາຄານຂອງເທີກີ ໃນການໃຫ້ຄຳເຫັນທີ່ຍັງໄດ້ຖືກພິມອອກເຜີຍແຜ່ທາງອອນໄລນ໌ ພາຍຫຼັງຈາກນັ້ນ.

ໂດຍການຊີ້ໃຫ້ເຫັນເຖິງການສົ່ງອອກທີ່ສູງຂຶ້ນຂອງເທີກີ ໄປຍັງຣັດເຊຍເມື່ອປີກາຍນີ້ ທ່ານແນລສັນ ໄດ້ຮຽກຮ້ອງບັນດາບໍລິສັດໃຫ້ເອົາຄວາມລະມັດລະວັງຕື່ມຂຶ້ນ ໂດຍສະເພາະເມື່ອເປັນເລື້ອງຂອງການຖ່າຍໂອນເທັກໂນໂລຈີທີ່ໃຊ້ໄດ້ທັງສອງທາງ ທີ່ອາດຖືກນຳໃຊ້ໂດຍອຸດສາຫະກຳດ້ານການທະຫານຂອງຣັດເຊຍທີ່ຊັບຊ້ອນ.

ຂໍ້ບັງຄັບໃນການນຳໃຊ້ສອງທາງ ທີ່ໝາຍເຖິງສິ່ງຂອງໃດໆ ຫຼື ຮູ້ຈັກ-ວິທີ ທີ່ອາດເປັນໄປໄດ້ສູງຈະຖືກນຳໃຊ້ສຳລັບວັດຖຸປະສົງທາງດ້ານພົນລະເຮືອນ ແລະດ້ານການທະຫານ ເຊັນວ່າ ເຊມີຄອນດັກເຕີ.

ການກ່າວເຕື່ອນດັ່ງກ່າວ ມີຂຶ້ນນຶ່ງອາທິດຫຼັງຈາກທີ່ ຫ້ອງການຄວບຄຸມຊັບສິນຕ່າງປະເທດຂອງກະຊວງການເງິນສະຫະລັດ ທີ່ຮູ້ຈັກກັນຄື OFAC ໄດ້ແນເປົ້າໝາຍໃສ່ ບໍລິສັດເອກະຊົນດ້ານການທະຫານຂອງຣັດເຊຍ Wagner Group ພ້ອມດ້ວຍອົງການຈັດຕັ້ງອື່ນໆ ທີ່ເຫັນວ່າ ສະໜັບສະໜຸນກອງທັບຂອງຣັດເຊຍທີ່ຊັບຊ້ອນ.

ການກຳນົດເມື່ອອາທິດແລ້ວນີ້ ທີ່ລວມມີ Aviacon Zitotrans ຊຶ່ງເປັນບໍລິສັດຂົນສົ່ງການບິນຂອງຣັດເຊຍ ໂດຍອີງຕາມກະຊວງການເງິນ ໄດ້ສະແຫວງຫາການນຳໃຊ້ບໍລິສັດຂອງເທີກີ ແລະພວກນັກການທູດຂອງເທີກີ ເພື່ອອຳນວຍຄວາມສະດວກໃນການຂາຍອຸບປະກອນ ການປ້ອງກັນຂອງຣັດເຊຍ ໄປຕ່າງ ປະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG