ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຕ້ອງຕິຢ່າງໜັກ ເລື້ອງປະຫວັດ ສິດທິ ມະນຸດ ຂອງ ອີຣ່ານ ເພື່ອເປັນຍຸດທະວິທີ ກົດດັນ


ຜູ້ຕາງໜ້າພິເສດ ຮັບພິດຊອບເລື້ອງອີຣ່ານ ຂອງສະຫະລັດ ທ່ານ ບຣາຍແອນ ຮຸກຄ໌ ກ່າວໃນກອງປະຊຸມຖະແຫລງຂ່າວ ເມື່ອວັນທີ 28 ກັນຍາ 2018, ໃນນະຄອນ ນິວ ຢອກ, ໃນຂະນະຖື ສຳເນົາ ບົດລາຍງານ ຂອງ ກະຊວງ ການຕ່າງປະເທດ ໃນຫົວຂໍ້ "ລະບອບນອກກົດໝາຍ ຫຼື Outlaw Regime".
ຜູ້ຕາງໜ້າພິເສດ ຮັບພິດຊອບເລື້ອງອີຣ່ານ ຂອງສະຫະລັດ ທ່ານ ບຣາຍແອນ ຮຸກຄ໌ ກ່າວໃນກອງປະຊຸມຖະແຫລງຂ່າວ ເມື່ອວັນທີ 28 ກັນຍາ 2018, ໃນນະຄອນ ນິວ ຢອກ, ໃນຂະນະຖື ສຳເນົາ ບົດລາຍງານ ຂອງ ກະຊວງ ການຕ່າງປະເທດ ໃນຫົວຂໍ້ "ລະບອບນອກກົດໝາຍ ຫຼື Outlaw Regime".

ຄະນະລັດຖະບານ ທ່ານທຣຳ ກຳລັງຫັນຄວາມສົນໃຈໄປຍັງ ຄວາມເປັນຫ່ວງ ກ່ຽວກັບ
ສິດທິມະນຸດ ຢູ່ໃນອີຣ່ານ ຫຼາຍຂຶ້ນ ອັນເປັນສ່ວນນຶ່ງ ຂອງການປະຕິບັດການຂອງຕົນ
ເພື່ອຈະກົດດັນໃຫ້ເຕຫະຣ່ານ ຮັບເອົາຂໍ້ຕົກລົງນິວເຄລຍ ສະບັບໃໝ່ ຍ້ອນກິດຈະກຳ
ຫວັງປອງຮ້າຍຕ່າງໆ ຂອງອີຣ່ານນັ້ນ.

ບັນດາເຈົ້າໜ້າທີ່ອາວຸໂສ ຂອງກະຊວງການຕ່າງປະເທດ ໄດ້ກ່າວຢໍ້າເຖິງຄວາມເປັນ
ຫ່ວງຕ່າງໆເຫຼົ່ານັ້ນ ໃນວັນສຸກວານນີ້ ທີ່ກອງປະຊຸມຖະແຫລງຂ່າວ ຊຶ່ງກຳນົດໃສ່ເລື້ອງ
ປະຫວັດສິດທິມະນຸດຂອງອີຣ່ານ ໂດຍສະເພາະ ຢູ່ນອກກອງປະຊຸມສະມັດຊາໃຫຍ່
ສະຫະປະຊາຊາດ ໃນນະຄອນ ນິວ ຢອກ.

ໃນການຕອບຄຳຖາມ ຂອງພະແນກພາສາເປີເຊຍ ຂອງວີໂອເອ ກ່ຽວກັບວ່າ ຄະນະ
ລັດຖະບານທ່ານທຣຳ ເຫັນຄວາມສຳຄັນຫຼາຍຊ່ຳໃດ ທີ່ໄດ້ນຳເອົາປະຫວັດສິດທິ
ມະນຸດຂອງອີຣ່ານ ເຂົ້າໃນກອງປະຊຸມ ແທນທີ່ຈະເປັນກິດຈະກຳອື່ນໆ ຂອງອີຣ່ານ
ຊຶ່ງ ຜູ້ຕາງໜ້າພິເສດຂອງສະຫະລັດ ຮັບຜິດຊອບເລື້ອງອີຣ່ານ ທ່ານ ບຣາຍແອນ ຮຸກຄ໌
ໄດ້ກ່າວອ້າງວ່າ ການລະເມີດສິດທິມະນຸດຂອງອີຣ່ານ ແມ່ນເທົ່າກັນກັບ ອັນທີ່ທ່ານໄດ້
ເອີ້ນວ່າ ໄພຂົ່ມຂູ່ທີ່ “ເປັນອັນຕະລາຍ” ຂອງອີຣ່ານ ເຊັ່ນວ່າ ການແຜ່ຜາຍລູກສອນໄຟ
ແລະ ການທຳລາຍສະພາບແວດລ້ອມຂອງປະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG