ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແບ່ງປັນຂໍ້ມູນລັບ ເພື່ອໃຫ້ອິສຣາແອລ ພົ້ນຈາກຂໍ້ກ່າວຫາກ່ຽວກັບການຖິ້ມລະເບີດໃສ່ໂຮງໝໍ


ແຟ້ມຮູບ-ແມ່ຍິງຄົນນຶ່ງສະແດງທ່າທາງ ໃນລະຫວ່າງທີ່ນາງອູ້ມໝອນຢູ່ ທ່າມກາງຊາກຫັກເພຢູ່ດ້ານນອກຂອງໂຮງໝໍ Ahli Arab ໃນໃຈກາງແຫຼມກາຊາ, ວັນທີ 18 ຕຸລາ 2023, ລຸນຫຼັງເຫດການໂຈມຕີໃນຕອນກາງຄືນຢູ່ທີ່ນັ້ນ.
ແຟ້ມຮູບ-ແມ່ຍິງຄົນນຶ່ງສະແດງທ່າທາງ ໃນລະຫວ່າງທີ່ນາງອູ້ມໝອນຢູ່ ທ່າມກາງຊາກຫັກເພຢູ່ດ້ານນອກຂອງໂຮງໝໍ Ahli Arab ໃນໃຈກາງແຫຼມກາຊາ, ວັນທີ 18 ຕຸລາ 2023, ລຸນຫຼັງເຫດການໂຈມຕີໃນຕອນກາງຄືນຢູ່ທີ່ນັ້ນ.

ສະຫະລັດ ກໍາລັງພະຍາຍາມຄວບຄຸມຄວາມໂກດແຄ້ນຈໍານວນນຶ່ງ ທີ່ໄດ້ກໍ່​ໃຫ້​ເກີດຄວາມເຄັ່ງຕຶງ ແລະເຮັດໃຫ້ເກີດການປະທ້ວງຫຼາຍແຫ່ງຢູ່ທົ່ວໂລກ ລຸນຫຼັງ ການໂຈມຕີໃສ່ໂຮງຫມໍ ອາລີ ອາຣັບ (Ahli Arab) ຢູ່ແຫຼມກາຊາ ໃນອາທິດທີ່ ຜ່ານມາ.

ຄວາມໂກດແຄ້ນທັງຫຼາຍໄດ້ສຸມໃສ່ ອິສຣາແອລ, ໂດຍມີຜູ້ປະທ້ວງຫຼາຍຄົນປະ ຕິບັດຕາມການນໍາພາຂອງກຸ່ມຫົວຮຸນແຮງປາແລັສະໄຕນ໌ຮາມາສ, ເຊິ່ງກ່າວຫາ ອິສຣາແອລ ວ່າດໍາເນີນການໂຈມຕີທາງອາກາດ, ໂດຍຮ້ອງເຫດການດັ່ງກ່າວ ນີ້ວ່າເປັນ "ການສັງຫານຂ້າລ້າງເຜົ່າພັນ."

ແຕ່ ​ສະ​ຫະ​ລັດ ​ໄດ້​ໃຫ້ການສະໜັບສະໜູນ​ຕອບ​ໂຕ້ຄືນ, ດ້ວຍກ​ານ​ເຜີຍ​ແຜ່​ການ​ປະ​ເມີນ​ຂໍ້ມູນ​ລັບ​ເບື້ອງ​ຕົ້ນ​ຂອງ​ຕົນ ​ໃນ​ຂະນະດຽວກັນຍັງ​ໄດ້​ແບ່ງ​ປັນ​ລາຍ​ລະ​ອຽດຂອງການຄົ້ນພົບຕ່າງໆ​ເພີ້ມເຕີມ​ກັບ​ບັນດາລັດ​ຖະ​ບານ​ທີ່​ສຳ​ຄັນ.

ແຟ້ມຮູບ-ພາບຖ່າຍດາວທຽມ ທີ່ໄດ້ຮັບການສະໜອງຈາກ Maxar Technologies ທີ່ຖ່າຍໃນວັນທີ 18 ຕຸລາ 2023, ສະແດງໃຫ້ເຫັນເຖິງຜົນຮ້າຍຫຼັງຈາກການໂຈມຕີໃສ່ໂຮງໝໍ Ahli Arab ແລະບໍລິເວນໃກ້ຄຽງ ໃນແຫຼມກາຊາ, ວັນທີ 17 ຕຸລາ 2023.
ແຟ້ມຮູບ-ພາບຖ່າຍດາວທຽມ ທີ່ໄດ້ຮັບການສະໜອງຈາກ Maxar Technologies ທີ່ຖ່າຍໃນວັນທີ 18 ຕຸລາ 2023, ສະແດງໃຫ້ເຫັນເຖິງຜົນຮ້າຍຫຼັງຈາກການໂຈມຕີໃສ່ໂຮງໝໍ Ahli Arab ແລະບໍລິເວນໃກ້ຄຽງ ໃນແຫຼມກາຊາ, ວັນທີ 17 ຕຸລາ 2023.

"ພວກເຮົາໄດ້ອອກໄປ ແລະແບ່ງປັນການວິເຄາະ ກັບພາຄີຂອງພວກເຮົາທັງ ຫຼາຍຢູ່ໃນທົ່ວໂລກ," ອີງຕາມເຈົ້າໜ້າທີ່ສືບລັບອາວຸໂສຂອງສະຫະລັດ ທີ່ກ່າວ ຕໍ່ບັນດານັກຂ່າວໃນຕອນແລງຂອງວັນອັງຄານວານນີ້, ເຊິ່ງໄດ້ກ່າວໃນສະພາບ ທີ່ບໍ່ສາມາດເປີດເຜີຍຊື່ໄດ້ ຍ້ອນລັກສະນະຂອງເຫດການທີ່ລະອຽດອ່ອນ.

"ມາຮອດປັດຈຸບັນນີ້, ມັນມີຄວາມເຂັ້ມແຂງພໍສົມຄວນໃນສິ່ງທີ່ພວກເຮົາສາມາດ ສະໜອງໄດ້," ເຈົ້າໜ້າທີ່ກ່າວເພີ້ມເຕີມ. "ຂ້າພະເຈົ້າສົງໃສວ່າພວກເຮົາຈະມີ ການຍົກລະດັບມັນ ແລະສົ່ງຂໍ້ມູນອອກໄປເພີ້ມເຕີມ ໃນຂະນະທີ່ພວກເຮົາດໍາເນີນງານໄປຂ້າງຫນ້າ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG