ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພາ​ຍຸ​ ທີ່​ຮຸນ​ແຮງ ເຮັດ​ໃຫ້​ເກີດ ທໍ​ເນ​ໂດ ໃກ້​ກັບ​ເມືອງ ແຄນ​ຊັ​ສ ຊິີຕີ້


ປະ​ຊາ​ຊົນ​ຢືນ​ເບິ່ງ​ທ້ອງ​ຟ້າ​ຈາກ​ອະ​ນຸ​ສອນ​ສະ​ຖານ ລີ​ເບີ​ຕີ້ ໃນ​ຂະ​ນະ​ທີ່​ພາ​ຍຸ​ທີ່​ໄດ້​ກໍ່​ໃຫ້​ເກີດ​ລົມ​ທໍ​ເນ​ໂດ ຫຼາຍ​ຫົວ​ກ່ອນ​ໜ້ານີ້ ໄດ້​ເຄື່ອນ​ໃກ້​ເຂົ້າ​ຕົວ​ເມືອງ ແຄນ​ຊັ​ສ ຊີ​ຕີ້, ລັດ ມິ​ສ​ຊູ​ຣີ. 28 ພຶດ​ສະ​ພາ, 2019.
ປະ​ຊາ​ຊົນ​ຢືນ​ເບິ່ງ​ທ້ອງ​ຟ້າ​ຈາກ​ອະ​ນຸ​ສອນ​ສະ​ຖານ ລີ​ເບີ​ຕີ້ ໃນ​ຂະ​ນະ​ທີ່​ພາ​ຍຸ​ທີ່​ໄດ້​ກໍ່​ໃຫ້​ເກີດ​ລົມ​ທໍ​ເນ​ໂດ ຫຼາຍ​ຫົວ​ກ່ອນ​ໜ້ານີ້ ໄດ້​ເຄື່ອນ​ໃກ້​ເຂົ້າ​ຕົວ​ເມືອງ ແຄນ​ຊັ​ສ ຊີ​ຕີ້, ລັດ ມິ​ສ​ຊູ​ຣີ. 28 ພຶດ​ສະ​ພາ, 2019.

ພາ​ຍຸ​ທໍ​ເນ​ໂດ ໄດ້​ທຳ​ລາຍ​ບ້ານ​ເຮືອນຫຼາຍຫຼັງ ແລະ ເຮັດ​ໃຫ້​ຕົ້ນ​ໄມ້​ ແລະ ​ເສົາ​ໄຟ​ຟ້າ
ຈຳນວນນຶ່ງໂຄ່ນ ໃນວັນອັງຄານວານນີ້ ທີ່ລັດ ແຄນຊັສ ຂອງ ສະຫະລັດ, ໃນສະພາບ
ອາກາດທີ່ຮຸນແຮງຮອບຫຼ້າສຸດ ທີ່ໄດ້ເກີດຂຶ້ນຢ່າງຊ້ຳແລ້ວຊ້ຳອີກ ໃນເຂດພາກກາງ
ຂອງປະເທດ ນັບຕັ້ງແຕ່ສັບປະດາທີ່ຜ່ານມາ.

ລົມ​ພາ​ຍຸ ທໍ​ເນ​ໂດ ທີ່​ໄດ້​ເກີດ​ຂຶ້ນ​ໃນ​ທິດ​ຕາ​ເວັນ​ຕົກ​ຂອງ​ເມືອງ ແຄນ​ຊັ​ສ ຊີ​ຕີ້ ​ເຮັດ​ໃຫ້ມີ
ຜູ້ບາດເຈັບຢ່າງໜ້ອຍ 12 ຄົນ, ໃນຂະນະທີ່ພາຍຸທີ່ຮຸນແຮງ ໄດ້ເຮັດໃຫ້ມີຄຳເຕືອນ
ອອກໄປ ທາງພາກຕາເວັນອອກ ໄກເຖິງລັດ ນິວຢອກ.

​ບັນ​ດາຜູ້​ອາ​ໄສ​ຢູ່​ໃນເຂດ​ພາກ​ກາງ ​ຄື​ລັດ ໂອ​ໄຮ​ໂອ ແລະ ອິນ​ເດຍ​ນາ ໄດ້​ໃຊ້​ເວ​ລາ​ໃນ
ວັນອັງຄານວານນີ້ ທຳການຄົ້ນຫາໃນຊາກຫັກພັງຈາກພາຍຸທໍເນໂດທີ່ຮຸນແຮງຫຼາຍ
ຫົວ ທີ່ໄດ້ສັງຫານຢ່າງໜ້ອຍນຶ່ງຄົນ, ບາດເຈັບຫຼາຍກວ່າ 130 ຄົນ ແລະ ໄດ້ທຳລາຍ
ບ້ານເຮືອນ, ໂຮງຮຽນ ແລະ ຫ້າງຮ້ານທຸລະກິດຕ່າງໆ.

ທໍ​ເນ​ໂດ​ທີ່​ຮຸນ​ແຮງ​ສອງ​ຫົວ​ໄດ້​ພັດ​ເຂົ້າ​ໃນ​ເມືອງ ເດ​ຕັນ, ລັດ ໂອ​ໄຮ​ໂອ, ເມືອງ ບີ​ເວີ​
ຄຣີກ ແລະ ທຣັອດວູດ ທີ່ຕັ້ງຢູ່ເຂດຊານເມືອງ, ໃນຂະນະທີ່ຫົວທີສາມໄດ້ພັດເຂົ້າ
ຖະຫຼົ່ມ ເມືອງ ເຊລີນາ 128 ກິໂລແມັດທາງພາກຕາເວັນຕົກສຽງເໜືອຂອງ ລັດໂອ
ໄຮໂອ. ກົມອຸຕຸຍິຍົມແຫ່ງຊາດ ໄດ້ຈັດພາຍຸທັງສາມຫົວນັ້ນໃນລະດັບ EF3s ໃນການ
ວັດແທກຄວາມແຮງພາຍຸທໍເນໂດ ຟູຈິຕະ, ໝາຍຄວາມວ່າ ມັນມີຄວາມໄວຂອງລົມ
ລະຫວ່າງ 218266 ກິໂລແມັດຕໍ່ຊົ່ວໂມງ ແລະ ສາມາດທີ່ຈະສ້າງຄວາມເສຍຢ່າງຮຸນ
ແຮງ.

ມີ​ຊຸ​ມ​ຊົນ​ຢ່າງ​ໜ້ອຍສິບກວ່າ​ແຫ່ງ ​ໄດ້​ປະ​ສົບ​ຄວາມ​ເສຍ​ຫາຍ​ໃນ​ຕອນ​ແລງ​ຂອງ ວັນ
ຈັນທີ່ຜ່ານມາ ແລະ ຕອນເຊົ້າຂອງວັນອັງຄານວານນີ້ ໃນຂະນະທີ່ພາຍຸໄດ້ພັດຜ່ານ
ຂົງເຂດດັ່ງກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG