ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພາຍຸ ຫິມະ ຖະຫຼົ່ມ ພາກຕາເວັນອອກ ສຽງເໜືອ ສະຫະລັດ (ສະໄລດ໌)


ຜູ້ຊາຍຄົນນຶ່ງຍ່າງຜ່ານເຄື່ອງເອ້ຄຣິສມາສທີ່ປົກຫຸ້ມດ້ວຍຫິມະ ຢູ່ຫໍພັກແຫ່ງນຶ່ງ ໃນເຂດ Berea ລັດໂອຮາຍໂອ (26 ທັນວາ 2012)
ຜູ້ຊາຍຄົນນຶ່ງຍ່າງຜ່ານເຄື່ອງເອ້ຄຣິສມາສທີ່ປົກຫຸ້ມດ້ວຍຫິມະ ຢູ່ຫໍພັກແຫ່ງນຶ່ງ ໃນເຂດ Berea ລັດໂອຮາຍໂອ (26 ທັນວາ 2012)
ພາຍຸລະດູໜາວ ທີ່ເຄື່ອນເຂົ້າສູ່ພາກຕາເວັນອອກສຽງເໜືອຂອງ
ສະຫະລັດໃນມື້ວັນພຸດແລ້ວໄດ້ບັງຄັບໃຫ້ມີການຍົກເລີກຖ້ຽວບິນ
ຫຼາຍຮ້ອຍຖ້ຽວໂດຍໄດ້ສ້າງຄວາມໂກດແຄ້ນໃຫ້ພວກເດີນທາງທີ່ ພະຍາຍາມຫາທາງກັບຄືນບ້ານຫຼັງຈາກວັນພັກເນື່ອງໃນໂອກາດ
ເທສະການຄຣິສມາສ.

ພາຍຸຫົວນີ້ ໄດ້ນຳເອົາລົມແຮງ ຫິມະ ແລະຝົນທີ່ຕົກລົງມາເປັນ
ກ້ອນ ມາສູ່ຫຼາຍໆລັດ ໄປຈົນຮອດລັດ Maine. ລະບົບລົມພາ
ຍຸດັ່ງກ່າວນີ້ ຍັງເຮັດໃຫ້ ເກີດສະພາບທີ່ເປັນອັນຕະລາຍສຳລັບ
ການຂັບລົດນຳດ້ວຍ.

ຢູ່ໃນບາງເຂດທາງພາກຕາເວັນອອກສຽງເໜືອຂອງສະຫະລັດ
ມີຫິມະຕົກໜາເຖິງ 30 ຊັງຕີແມັດ ໂດຍບ່ອນທີ່ມີຫິມະຕົກແຮງ
ທີ່ສຸດແມ່ນຢູ່ທາງພາກເໜືອຂອງລັດນິວຢອກໄປຫາເຂດນິວອິງແລນ.

ເຂດພາກຕາເວັນອອກສຽງເໜືອຂອງສະຫະລັດ ຍັງໄດ້ຮັບຄຳເຕືອນກ່ຽວກັບລົມພາຍຸລະ ດູໜາວດັ່ງກ່າວນີ້ຢູ່.

ຂະນະທີ່ຫົວເມືອງໃຫຍ່ສຸດ ໃນເຂດແຄມຝັ່ງທະເລກໍ້າຕາເວັນອອກຂອງສະຫະລັດ ເຊັ່ນ ບັອສຕັນ ນິວຢອກ ຟີລາເດລເຟຍ ແລະວໍຊິງຕັນ ສ່ວນໃຫຍ່ແລ້ວມີ ແຕ່ລົມແຮງແລະຝົນ ທີ່ໜາວເຢັນຕົກລົງມາທໍ່ນັ້ນ ສ່ວນເຂດອື່ນໆແມ່ນມີຝົນຕົກລົງມາປະສົມກັບຫິມະທີ່ໄດ້ພາ ໃຫ້ເກີດອຸບັດຕິເຫດຈຳນວນນຶ່ງຢູ່ຕາມທ້ອງຖະໜົນຫົນທາງ.

ມີລາຍງານວ່າ ຢ່າງໜ້ອຍມີ 6 ຄົນເສຍຊີວິດໃນອຸບັດຕິເຫດທີ່ພົວພັນກັບລົມພາຍຸ.

ກ່ຽວຂ້ອງກັນ

XS
SM
MD
LG