ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໘ ພຶດສະພາ ໒໐໒໔

ພາຍຸລະດູໜາວ ປະທະ ພາກຕາເວັນອອກສຽງເໜືອ ຂອງສະຫະລັດ (ສະໄລດ໌)


ພາບຖ່າຍທາງດາວທຽມຂອງອົງການ NASA ສະແດງໃຫ້ເຫັນ ພາບພາຍຸລະດູໜາວທີ່ຮ້າຍກາດ ກໍາລັງເຄື່ອນເຂົ້າສູ່ ພາກຕາເວັນອອກສຽງເໜືອຂອງສະຫະລັດ ໃນວັນພຸດວານນີ້, ທີ
26 ທັນວາ 2012
ພາບຖ່າຍທາງດາວທຽມຂອງອົງການ NASA ສະແດງໃຫ້ເຫັນ ພາບພາຍຸລະດູໜາວທີ່ຮ້າຍກາດ ກໍາລັງເຄື່ອນເຂົ້າສູ່ ພາກຕາເວັນອອກສຽງເໜືອຂອງສະຫະລັດ ໃນວັນພຸດວານນີ້, ທີ 26 ທັນວາ 2012
ພາຍຸລະດູໜາວທີ່ຮ້າຍກາດ ໄດ້ເຄື່ອນເຂົ້າສູ່ພາກຕາເວັນອອກ
ສຽງເໜືອຂອງສະຫະລັດ ໃນວັນພຸດວານນີ້ ຊຶ່ງໄດ້ເຮັດໃຫ້ເກີດ
ສະພາບທີ່ເປັນອັນຕະລາຍ ຕໍ່ການຂັບຂີ່ລົດ ແລະເຮັດໃຫ້ພວກ
ເດີນທາງຫລາຍພັນຄົນ ຕົກຄ້າງຢູ່ໃນສະໜາມບິນຕ່າງໆ.

ພາຍຸດັ່ງກ່າວໄດ້ເຮັດໃຫ້ເກີດລົມແຮງ, ຫິມະແລະນໍ້າແຂງຕົກ
ນັບແຕ່ລັດ ນີວຢອກ ໄປຈົນເຖິງລັດເມນ. ບາງລັດ ລວມທັງ
ລັດເພັນຊີລເວເນຍ ແລະແມັດຊາຈູເເຊັສ ໄດ້ຮັບຫິມະຕົກ
ສູງຢ່າງໜ້ອຍ 30 ຊັງຕີແມັດ ຊຶ່ງໄດ້ເຮັດໃຫ້ພວກເຈົ້າໜ້າທີ່
ເຕືອນໃຫ້ ປະຊາຊົນຜູ້ຢ່າອາໄສໃນບັນດາລັດດັ່ງກ່າວ ພະ
ຍາຍາມບໍ່ໃຊ້ຖະໜົນຫົນທາງ.

ເວັບໄຊ້ນຶ່ງທີ່ຕິດຕາມເບິ່ງອາກາດ (www.flightaware.com) ເວົ້າວ່າ ສາຍການບິນ ພາຍໃນຫລາຍກວ່າ 1 ພັນສາຍ ໄດ້ຖືກຍົກເລີກ ໃນວັນພຸດວານນີ້.

ລະບົບພາຍຸດັ່ງກ່າວໄດ້ເຄື່ອນເຂົ້າສູ່ພາກຕາເວັນອອກສຽງເໜືອຂອງສະຫະລັດ ລຸນຫລັງ ທີ່ໄດ້ພັດຜ່ານເຂດພາກໃຕ້ ແລະພາກກາງຂອງປະເທດ ໃນວັນສະຫລອງຄຣິສມາສ. ລົມ ໂທເນໂດທີ່ຮ້າຍກາດຫຼາຍລູກ ໄດ້ພັດລົງສູ່ ລັດອາລາບາມາ, ລູເຊຍອານາ, ມິສຊິສຊີບປີ ແລະເທັກຊັສ ໂດຍໄດ້ທໍາລາຍບ້ານເຮືອນ ແລະເຮັດໃຫ້ຢ່າງໜ້ອຍ 2 ແສນຄົນ ຂາດໄຟ ຟ້າໃຊ້ ຢູ່ໃນລັດອາລາບາມາ ແລະອາແຄນຊໍ.

ຢ່າງໜ້ອຍ 6 ຄົນເສຍຊີວິດ ຢູ່ໃນເຫດການຕ່າງໆ ທີ່ກ່ຽວຂ້ອງກັບລົມພາຍຸດັ່ງກ່າວ.

ພາບຂອງຜົນກະທົບຂອງພາຍຸລະດູໜາວໃສ່ພາກຕ່າງໆຂອງສະຫະລັດ:
XS
SM
MD
LG