ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຕາຍຍ້ອນລົມພາຍຸ ຢູ່ສະຫະລັດ ເພີ່ມຂຶ້ນກາຍ 300 ຄົນ


ເຮືອນຊານຂອງປະຊາຊົນທີ່ໄດ້ຮັບຄວາມເສຍຫາຍຈາກລົມຫົວກຸດ Tornado ທີ່ເມືອງ Pratt ຢູ່ທາງທິດເໜືອ ຂອງເຂດດາວທາວນ໌ເມືອງ Birmingham ລັດ Alabama ໃນມື້ວັນພຸດ ທີ 27 ເມສາ.
ເຮືອນຊານຂອງປະຊາຊົນທີ່ໄດ້ຮັບຄວາມເສຍຫາຍຈາກລົມຫົວກຸດ Tornado ທີ່ເມືອງ Pratt ຢູ່ທາງທິດເໜືອ ຂອງເຂດດາວທາວນ໌ເມືອງ Birmingham ລັດ Alabama ໃນມື້ວັນພຸດ ທີ 27 ເມສາ.

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາຈະເດີນ
ທາງໄປຍັງພາກຕາເວັນອອກສຽງໃຕ້ ຂອງສະຫະລັດໃນ
ວັນສຸກມື້ນີ້ ເພື່ອເບິ່ງຄວາມເສຍຫາຍທີ່ເກີດຈາກລົມຫົວ
ກຸດ Tornados ແລະລົມພາຍຸຮ້າຍແຮງ ໃນມື້ວັນພຸດ
ຜ່ານມາ ທີ່ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 305 ຄົນ.

ທ່ານໂອບາມາ ຈະໄດ້ພົບປະກັບພວກເຈົ້າໜ້າທີ່ທ້ອງຖິ່ນ
ແລະປະຊາຊົນໃນເມືອງ Tuscaloosa ລັດ Alabama
ບ່ອນທີ່ຄຸ້ມເຮືອນຊານຂອງປະຊາຊົນ ໄດ້ຖືກທຳລາຍແລະ
ມີຜູ້ເສຍຊີວິດຢ່າງນ້ອຍ 36 ຄົນ ຮວມທັງພວກນັກສຶກສາ
2 ຄົນ ທີ່ມະຫາວິທະຍາໄລ Alabama. ປະທານາທິບໍດີ
ໄດ້ປະກາດພາວະສຸກເສີນທີ່ລັດ Alabama ຊຶ່ງໄດ້ຮັບ
ຄວາມເສຍຫາຍຮ້າຍແຮງ ຈາກລົມພາຍຸໃນມື້ວັນພຸດຜ່ານ
ມາ. ມີການສົ່ງທະຫານຈາກກອງກຳລັງຮັກສາດິນແດນ
2,000 ຄົນ ໄປປະຕິບັດງານຢູ່ລັດດັ່ງກ່າວເພື່ອ ຊ່ອຍໃນ
ການດຳເນີນຄວາມພະຍາຍາມຊອກຄົ້ນຫາແລະກູ້ໄພ.

ສ່ວນຢູ່ບ່ອນອື່ນໆໃນລັດ Alabama ນັ້ນ ລົມພາຍຸໄດ້ບັງຄັບໃຫ້ມີການປິດໂຮງໄຟຟ້ານິວ
ເຄລຍ Brown Ferry ຢ່າງອັດຕະໂນມັດຊຶ່ງໄດ້ມີການແລ່ນລະບົບຈັກສຳຮອງທີ່ປ້ອງກັນ
ບໍ່ໃຫ້ຈັກນິວເຄລຍລະລາຍນັ້ນ.

ໂຕເລກຜູ້ເສຍຊີວິດໃນທົ່ວຂົງເຂດ ແມ່ນຮວມທັງ 204 ຄົນ ທີ່ລັດ Alabama ບວກ 34
ຄົນທີ່ລັດ Tennessee 33 ຄົນທີ່ລັດ Mississippi 14 ຄົນທີ່ລັດ Georgia ແລະ 12
ຄົນທີ່ລັດ Arkansas. ສ່ວນຈຳນວນພວກເສຍຊີວິດທີ່ຍັງເຫຼືອ ແມ່ນຢາຍກັນລະຫວ່າງລັດ
Virginia ລັດ Louisiana ແລະລັດ Kentucky ນີ້ແມ່ນລົມຫົວກຸດ ຮ້າຍແຮງສຸດຢູ່ໃນສະ
ຫະລັດ ນັບແຕ່ໄດ້ມີຜູ້ເສຍຊີວິດ 310 ຄົນໃນວັນ ທີ 3 ເມສາປີ 1974.

ໃນຄຳປາໄສທີ່ທຳນຽບຂາວ ໃນວັນພະຫັດວານນີ້ ທ່ານໂອບາມາ ເອີ້ນການສູນເສຍຊີວິດ
ເຫຼົ່ານີ້ວ່າ “ເປັນເລື່ອງທີ່ໂສກເສົ້າຫຼາຍ” ແລະກ່າວເຖິງສະພາບລຸນຫຼັງທີ່ໄດ້ເກີດລົມພາຍຸວ່າ “ບໍ່ມີຫຍັງຫຼຸດໄປກວ່າໄພພິບັດ” ເລີຍ. ທ່ານໃຫ້ຄຳໝັ້ນສັນຍາວ່າ ລັດຖະບານກາງສະຫະ
ລັດຈະດຳເນີນການທຸກສິ່ງຢ່າງ ທີ່ຕົນສາມາດກະທຳໄດ້ ເພື່ອຊ່ອຍໃຫ້ເຂດດັ່ງກ່າວຟື້ນໂຕ
ຄືນ.

XS
SM
MD
LG