ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

128 ຄົນ ຕາຍ ຍ້ອນລົມພາຍຸ ທີ່ລັດ Alabama


ຜູ້ຄົນພວມຊອກຫາສິ່ງຂອງຕ່າງໆ ທີ່ຍັງເຫຼືອຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ ຫຼັງຈາກລົມຫົວກຸດ tornado ພັດຖະຫຼົ່ມຄຸ້ມ Pleasant Grove ທາງກໍ້າຕາເວັນຕົກຂອງເມືອງ Birmingham ລັດ Alabama (28 ເມສາ 2011)
ຜູ້ຄົນພວມຊອກຫາສິ່ງຂອງຕ່າງໆ ທີ່ຍັງເຫຼືອຈາກເຮືອນຊານບ້ານຊ່ອງຂອງພວກເຂົາເຈົ້າ ຫຼັງຈາກລົມຫົວກຸດ tornado ພັດຖະຫຼົ່ມຄຸ້ມ Pleasant Grove ທາງກໍ້າຕາເວັນຕົກຂອງເມືອງ Birmingham ລັດ Alabama (28 ເມສາ 2011)

ເຈົ້າໜ້າທີ່ລັດ Alabama ກ່າວວ່າມີ 128 ຄົນເສຍຊີວິດ
ຍ້ອນລົມພາຍຸ ແລະລົມຫົວກຸດ ຫລື Tornado ຂະໜາດ
ແຮງຈຳນວນນຶ່ງໃນມື້ວັນພຸດວານນີ້ຊຶ່ງເປັນສະພາບອາ
ກາດປັ່ນປ່ວນຢູ່ໃນບໍລິເວນສ່ວນໃຫຍ່ ໃນພາກຕາເວັນ
ອອກສຽງໃຕ້ຂອງສະຫະລັດ.

ຫ້ອງການຂອງຜູ້ປົກຄອງລັດ Alabama ໄດ້ໃຫ້ໂຕ
ເລກລ່າສຸດກ່ຽວກັບພວກເສຍຊີວິດ ໃນວັນພະຫັດມື້ນີ້.

ປັດຈຸບັນລະບົບລົມພາຍຸດັ່ງກ່າວພວມເຄື່ອນຍ້າຍໄປທາງ
ທິດເໜືອໂດຍຜ່ານລັດ Virginia, West Virginia ແລະ
Maryland ບ່ອນທີ່ໄດ້ມີການຕິດຕາມຊີ້ງຊອມເບິ່ງລົມ
ຫົວກຸດ ແລະໄດ້ມີການປະກາດເຕືອນ​ໃຫ້​ປະຊາຊົນ​ລະ
ວັງ​ໄພ.

ຂະນະທີ່ພັດ​ໄປນັ້ນ ລະບົບລົມພາຍຸທີ່ວ່ານີ້ ​ໄດ້ຖະຫລົ່​ມ
ປະຊາຄົມຕ່າງໆທີ່ຢູ່ຕາມທິດທາງດ້ວຍຝົນຕົກໜັກ ມີໝາກ
ເຫັບຕົກຂະໜາດໜ່ວຍກອັຟ ຕົ້ນໄມ້ໂຄ່ນທັບເຮືອນ​ເຄື່ອນ​ທີ່ ຫຼື Trailer ແລະປັ່ນວັດຖຸຂະໜາດໜັກຕ່າງໆຂຶ້ນສູ່ອາກາດຄືກັນກັບເຄື່ອງຫຼິ້ນ.

ບ່ອນທີ່ໄດ້ຮັບຄວາມເສຍຫາຍຮ້າຍແຮງສຸດ ແມ່ນເມືອງ Tuscaloosa ໃນລັດ Alabama
ຊື່​ງເຈົ້າຄອງກຳແພງເມືອງເວົ້າວ່າລົມຫົວກຸດໄດ້ທຳລາຍຫລາຍໆເຂດຂອງເມືອງຕິດ​ຕໍ່​ກັນ
ໄປຢ່າງ​ຮາບ​ຄາບ.

ນອກນັ້ນຍັງມີລາຍງານວ່າໄດ້ເກີດລົມຫົວກຸດຢູ່ທີ່ເມືອງ Birhingham ໃນລັດ Alabama.

ຜູ້ປົກຄອງລັດ Alabama ທ່ານ Robert Brantley ກ່າວຕໍ່ພວກນັກຂ່າວໃນຄືນວັນພຸດ
ນີ້ວ່າ ພາຍຸເຫຼົ່ານີ້ແມ່ນຮ້າຍແຮງເປັນອັນຕະລາຍເຖິງຕາຍ ແລະເຕືອນວ່າ ອາດຈະເກີດສະ
ພາບອາກາດປັ່ນປ່ວນຮຸນແຮງເພີ່ມຕື່ມກໍເປັນໄດ້.

XS
SM
MD
LG