ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ທຳສະຖິຕິໃໝ່ ທັງໃນກໍລະນີຕິດໂຄວິດ-19 ແລະ ການເຂົ້າຮັກສາໃນໂຮງໝໍ ພາຍໃນມື້ດຽວ


ຊາຍຄົນນຶ່ງຍ່າງຢູ່ທາງທີ່ເປົ່າຫວ່າງ ໃນພື້ນທີ່ບ່ອນທີ່ກໍລະນີຕິດໄວຣັສໂຄໂຣນາ ໄດ້ເພີ້ມສູງຂຶ້ນ ທີ່ເມືອງນິວວອກຄ໌ ລັດນິວເຈີຊີ ເມື່ອມໍ່ໆມານີ້, ວັນພະຫັດ ທີ 12 ພະຈິກ 2020.
ຊາຍຄົນນຶ່ງຍ່າງຢູ່ທາງທີ່ເປົ່າຫວ່າງ ໃນພື້ນທີ່ບ່ອນທີ່ກໍລະນີຕິດໄວຣັສໂຄໂຣນາ ໄດ້ເພີ້ມສູງຂຶ້ນ ທີ່ເມືອງນິວວອກຄ໌ ລັດນິວເຈີຊີ ເມື່ອມໍ່ໆມານີ້, ວັນພະຫັດ ທີ 12 ພະຈິກ 2020.

ສະຫະລັດ ໄດ້ທຳສະຖິຕິໃໝ່ອີກຄັ້ງນຶ່ງ ສຳລັບຈຳນວນຄົນຕິດພະຍາດໂຄວິດ-19 ພາຍໃນມື້ດຽວ ໃນວັນພຸດຜ່ານມານີ້.

ຂໍ້ມູນທີ່ໄດ້ລວບລວມໂດຍອົງການ COVID Tracking Project ສະແດງໃຫ້ເຫັນວ່າ ກໍລະນີຕິດເຊື້ອໄວຣັສໃໝ່ ມີຫຼາຍກວ່າ 144,000 ຄົນຢູ່ໃນທົ່ວສະຫະ ລັດ ອີງຕາມລາຍງານ ຊຶ່ງກາຍກໍລະນີຕິດໄວຣັສໃໝ່ທີ່ຫາກໍໄດ້ຖືກບັນທຶກໃນວັນກ່ອນນີ້ ທີ່ມີຫຼາຍກວ່າ 136,000 ຄົນ. ຂໍ້ມູນດັ່ງກ່າວຍັງສະແດງໃຫ້ເຫັນວ່າ ມີ 65,964 ຄົນ ທີ່ໄດ້ເຂົ້າໂຮງໝໍຍ້ອນໂຄວິດ-19 ຍັງໄດ້ທໍາລາຍສະຖິຕິ ທີ່ໄດ້ຖືກບັນທຶກໃນມື້ກ່ອນນີ້ ຊຶ່ງມີ 61,964 ຄົນ.

ອີກ 1,421 ຄົນໄດ້ເສຍຊີວິດ ໃນວັນພຸດຜ່ານມາໂດຍຜັກດັນໃຫ້ອັດຕາສະເລ່ຍ ໃນການເສຍຊີວິດ ໃນຮອບ 7 ວັນ ມີຫຼາຍເກີນກວ່າ 1,000 ຄົນຕໍ່ມື້.

ຈຳນວນໃໝ່ດັ່ງກ່າວບວກເຂົ້າກັບຈຳນວນກໍລະນີລົ້ມປ່ວຍຍ້ອນໂຄວິດ-19 ທີ່ນຳໜ້າໂລກ ຂອງສະຫະລັດນັ້ນ ລວມທັງໝົດແລ້ວມີຫຼາຍກວ່າ 10 ລ້ານ 4 ແສນຄົນ ນັບຕັ້ງແຕ່ໂຣລະບາດ ໄດ້ມາຮອດດິນແດນຂອງຕົນ ເມື່ອຕົ້ນປີນີ້ ລວມທັງການເສຍຊີວິດມີຫຼາຍກວ່າ 241,000 ຄົນ ອີງຕາມຂໍ້ມູນຈາກມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌. ລັດທີ່ມີປະຊາກອນໜາແໜ້ນທີ່ສຸດຂອງປະເທດ ຄືລັດຄາລິຟໍເນຍ ແມ່ນໃກ້ຈະຮອດ 1 ລ້ານກໍລະນີຕິດເຊື້ອລວມທັງໝົດ ຫຼັງຈາກທີ່ລັດ ເທັກຊັສ ທີ່ໄດ້ກາຍເປັນລັດທຳອິດທີ່ເຖິງຈຸດສູງສຸດກ່ອນໝູ່ ໃນວັນພຸດຜ່ານມາ.

ສ່ວນຢູ່ໃນບຣາຊີລ ການທົດລອງໃນຂັ້ນສຸດທ້າຍຂອງຢາວັກຊີນກັນໂຄວິດ-19 ທີ່ອາດຖືກນຳມາໃຊ້ໄດ້ນັ້ນ ກໍໄດ້ເລີ້ມຄືນອີກ ຫຼັງຈາກທີ່ຜູ້ວາງກົດລະບຽບດ້ານສາທາລະນະສຸກຂອງປະເທດ ໄດ້ຮຽກຮ້ອງໃຫ້ຢຸດໄວ້ກ່ອນຍ້ອນວ່າ “ມີຜົນຂ້າງ ຄຽງຮ້າຍແຮງເກີດຂຶ້ນ” ທີ່ພົວພັນຜູ້ເຂົ້າຮ່ວມໃນການສຶກສາຄົ້ນຄວ້າຄົນນຶ່ງ.

ຢາວັກຊີນດັ່ງກ່າວທີ່ເອີ້ນວ່າ CoronaVac ແມ່ນໄດ້ຖືກຜະລິດອອກມາໂດຍບໍລິສັດຜະລິດຢາ Sinovac. ຢາວັກຊີນນັ້ນ ໄດ້ຖືກກ່າວປະນາມໂດຍປະທານາ ທິບໍດີບຣາຊີລ ທ່ານແຈຣ ໂບໂຊນາໂຣ (Jair Bolsonaro) ຜູ້ທີ່ຕ້ອງຕິຈີນຢູ່ສະເໝີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG