ສະມາຊິກກອງທັບ ສະຫະລັດ ຄົນນຶ່ງ ໄດ້ເສຍຊີວິດ ແລະ ອີກ 6 ຄົນໄດ້ຮັບບາດເຈັບ
ໃນອຸບັດຕິເຫດເຮືອບິນເຮລິຄັອບເຕີຕົກ ໃນແຂວງ ໂລກາ ປະເທດ ອັຟການິສຖານ
ໃນຕອນແລງຂອງວັນສຸກທີຜ່່ານມາ.
ຫ້ອງການໜ່ວຍປະຕິບັດພາລະກິດການຊ່ວຍເຫຼືອຂອງອົງການ NATO ໄດ້ກ່າວວ່າ
ອຸບັດຕິເຫດ “ບໍ່ແມ່ນຜົນຈາກການກະທຳຂອງສັດຕູ.”
ຖະແຫຼງຂ່າວສະບັບໜຶ່ງທີ່ໄດ້ຖືກເປີດເຜີຍໃນວັນເສົາວານນີ້ໄດ້ກ່າວວ່າ “ພວກເຮົາມີິ
ຄວາມຮັບຜິດຊອບຢ່າງເຕັມທີ່ສຳລັບເຈົ້າໜ້າທີ່ທຸກຄົນ ແລະ ສະຖານທີ່ເກີດເຫດແມ່ນ
ໄດ້ຖືກປົກປ້ອງໄວ້ແລ້ວ.”
ນາຍພົນ ຈອນ ນິໂຄລສັນ, ຜູ້ບໍລິຫານຂອງກອງກຳລັບ RS ໄດ້ສະແດງ “ຄວາມ
ເສົ້າສະຫຼົດໃຈຂອງທ່ານ” ຕໍ່ບັນດາຄອບຄົວຂອງຜູ້ຖືກເຄາະຮ້າຍ.
ທ່ານໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ “ພວກເຮົາເສຍໃຈຢ່າງຍິ່ງຕໍ່ການສູນເສຍ
ເພື່ອນມິດສະຫາຍຂອງພວກເຮົາ.”
ກ່ອນໜ້ານັ້ນ, ພວກ ຕາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບສຳລັບການຍິງເຮືອ
ບິນເຮລິຄັອບເຕີຕົກ. ກຸ່ມກະບົດດັ່ງກ່າວມັກຈະອ້າງເອົາຜົນງານຕ່າງໆທີ່ປາກົດວ່າບໍ່
ແມ່ນຄວາມເປັນຈິງ.
ກອງທັບ ສະຫະລັດ ໄດ້ກ່າວວ່າ ເຂົາເຈົ້າກຳລັງສືບສວນສອບສວນ ກ່ຽວກັບ ຮູບການ
ຂອງອຸບັດຕິເຫດ ແລະ ຈະເປີດເຜີຍຂໍ້ມູນເພີ່ມເຕີມ ໃນເວລາທີ່ເໝາະສົມ.