ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະ​ຫານ​ ສະ​ຫະ​ລັດ, ພໍ່​ຂອງ​ລູກ 7 ຄົນ​, ຖືກ​ຂ້າ​ຕາຍ​ໃນ ອັ​ຟ​ກາ​ນິ​ສ​ຖານ


ທະ​ຫານ ສະ​ຫະ​ລັດ ແລະ ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ອັ​ຟ​ກາ​ນິ​ສ​ຖານ ສືບ​ສວນ​ສອບ​ສວນ ສະ​ຖານ​ທີ່ຂອງ​ການ​ໂຈມ​ຕີ​ໃນ​ນະ​ຄອນຫຼວງ ກາ​ບູ​ລ, ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ. 24 ກັນ​ຍາ, 2017.
ທະ​ຫານ ສະ​ຫະ​ລັດ ແລະ ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ ອັ​ຟ​ກາ​ນິ​ສ​ຖານ ສືບ​ສວນ​ສອບ​ສວນ ສະ​ຖານ​ທີ່ຂອງ​ການ​ໂຈມ​ຕີ​ໃນ​ນະ​ຄອນຫຼວງ ກາ​ບູ​ລ, ປະ​ເທດ ອັ​ຟ​ກາ​ນິ​ສ​ຖານ. 24 ກັນ​ຍາ, 2017.

ທະ​ຫານ ສະ​ຫະ​ລັດ ຄົນ​ນຶ່ງ​ໄດ້​ຖືກ​ຂ້າ​ຕາຍ ແລະ ອີກຄົນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບ​ໃນ​ວັນ​ເສົາ
ວານນີ້ ໃນການໂຈມຕີທີ່ປາກົດວ່າເກີດຈາກຄົນພາຍໃນ” ທີ່ນະຄອນຫຼວງ ກາບູລ, ປະ
ເທດ ອັຟການິສຖານ, ອີງຕາມການກ່າວຂອງອົງການ ເນໂຕ.

ທ່ານ ເບ​ຣັ້ນ ເທ​ເລີ (Brent Taylor), ທະ​ຫານ​ທີ່​ຖືກ​ຂ້າ​ຕາຍ, ແມ່ນ​ພໍ່​ຂອງ​ລູກ 7 ຄົນ.
ລາວເຄີຍເປັນເຈົ້າເມືອງ ອອກເດັນເໜືອ ໃນລັດ ຢູທາ ທີ່ຕັ້ງຢູ່ພາກຕາເວັນຕົກຂອງ
ສະຫະລັດ ແລະ ໄດ້ປະຕິບັດໜ້າທີ່ໃນປະເທດ ອັຟການິສຖານ ກັບໜ່ວຍພິທັກແຫ່ງ
ຊາດຂອງລັດ ຢູທາ.

ໜັງ​ສື​ພິມ Salt Lake Tribune ໄດ້​ລາຍ​ງານ​ວ່າ ທ່ານ ເທ​ເລີ ໄດ້​ເດີນ​ທາງ​ໄປ​ ອັ​ຟ​ກາ​
ນິສຖານ ເປັນຄັ້ງທີສອງ ແລະ ໄດ້ປະຕິບັດໜ້າທີ່ສອງຄັ້ງໃນປະເທດ ອີຣັກ.

ທະ​ຫານ​ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ ມີ​ລາຍ​ງານ​ວ່າ ມີ​ສະ​ພາບ​ທຸ່ນທ່ຽງ.

ການ​ໂຈມ​ຕີ​ຢູ່​ນະ​ຄ​ອນຫຼວງ ກາ​ບູ​ລ ໃນ​ວັນ​ເສົາ​ວານນີ້ ແມ່ນ​ການ​ໂຈມ​ຕີຄັ້ງຫຼ້າ​ສຸດ​ທີ່​ເອີ້ນ
ວ່າ “ສີຂຽວໂຈມຕີໃສ່ສີຟ້າ” ເຊິ່ງໝາຍເຖິງກອງກຳລັງ ອັຟການິສຖານ ຫັນອາວຸດຂອງ
ເຂົາເຈົ້າໃສ່ທະຫານຕ່າງປະເທດ ຜູ້ທີ່ເຂົາເຈົ້າເຮັດວຽກຮ່ວມນຳ.

ອົງ​ການ​ສະ​ໜັບ​ສະ​ໜູນ​ເດັດ​ດ່ຽວ​ຂອງ​ອົງ​ການ ເນ​ໂຕ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​
ນຶ່ງວ່າ “ລາຍງານເບື້ອງຕົ້ນໄດ້ລະບຸວ່າ ຜູ້ໂຈມຕີແມ່ນສະມາຊິກຄົນນຶ່ງຂອງກອງກຳລັງ
ປ້ອງກັນປະເທດ ແລະ ຮັກສາຄວາມປອດໄພ ອັຟການິສຖານ. ຖະແຫຼງການໄດ້ເວົ້າ
ວ່າ ຜູ້ໂຈມຕີໄດ້ຖືກສັງຫານໂດຍ “ກອງກຳລັງ ອັຟການິສຖານ ຄົນອື່ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG