ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການສືບລັບ ສຫລ ຖືກກ່າວຫາວ່າ ຕິດ​ຕັ້ງ ​ເຄື່ອງລັກຟັງ ​ໃສ່​ຫ້ອງການ EU (ວີດິໂອ) ​


ພາບລວມຂອງທີ່ຕັ້ງເຄື່ອງເຝົ້າຕິດຕາມຂໍ້ມູນແຫ່ງເກົ່າຂອງອົງການຮັກສາ
ຄວາມປອດໄພ​ແຫ່ງຊາດ ຫລື NSA ໃນເຂດ Bad Aibling ພາກໃຕ້ຂອງນະຄອນ Munich, ລັດ Bavaria ຂອງເຢຍລະມັນ ວັນທີ 18 ມິຖຸນາ 2013.
ພາບລວມຂອງທີ່ຕັ້ງເຄື່ອງເຝົ້າຕິດຕາມຂໍ້ມູນແຫ່ງເກົ່າຂອງອົງການຮັກສາ ຄວາມປອດໄພ​ແຫ່ງຊາດ ຫລື NSA ໃນເຂດ Bad Aibling ພາກໃຕ້ຂອງນະຄອນ Munich, ລັດ Bavaria ຂອງເຢຍລະມັນ ວັນທີ 18 ມິຖຸນາ 2013.
ວາລະສານເຢຍຣະມັນສະບັບນຶ່ງລາຍງານວ່າ ອົງການສືບລັບ
ຂອງສະຫະລັດ ໄດ້ຕິດ​ຕັ້ງ​ເຄື່ອງລັກຟັງ​ໂທລະສັບໃສ່​ຫ້ອງການ​
ຂອງສະຫະພາບ ຢູໂຣບ ຫລື EU ​ແລະເຂົ້າ​ໄປ ເຈາະ​ເອົາຂໍ້ມູນ
ຢູ່​ໃນ​ຕາ​ນ່າງຄອມ​ພິວ​ເຕີ​ພາຍ​ໃນ ຂອງ EU ຊຶ່ງເປັນການເຜີຍ
ແບ​ເທື່ອຫລ້າສຸດ ກ່ຽວ​ກັບໂຄງການສືບລັບຂອງສະຫະລັດ ຕາມ
ທີ່ມີ​ການກ່າວຫາກັນ​ນັ້ນ.

ວາລະສານ Der Spiegel ເວົ້າວ່າ ລາຍງານຂອງຕົນ ທີ່​ອອກ
ໃນວັນອາທິດມື້ນີ້ ແມ່ນອີງໃສ່ເອກະສານຂອງອົງການຮັກສາ
ຄວາມປອດໄພ​ແຫ່ງຊາດ ຫລື NSA ຂອງ​ສະຫະລັດ ທີ່ໄດ້
ມາຈາກທ້າວ Edward Snowden ອະດີດພະນັກງານສັນ
ຍາຈ້າງຂອງ NSA ທີ່ຫລົບໜີໄປ.

ໃນເອກະສານທີ່ບັນທຶກ​ໄວ້ໃນເດືອນກັນຍາ ປີ 2010 ນັ້ນ ມີລາຍລະອຽດກ່ຽວກັບວິທີທີ່ NSA ໄດ້ຝັງໄມໂຄຣໂຟນນ້ອຍໆ ຢູ່ໃນຫ້ອງການຂອງ EU ທີ່ກຸງວໍຊິງຕັນ, ທີ່ອົງການສະ
ຫະປະຊາຊາດ ແລະ​ກຸງ Brussels ແລະອະທິບາຍເຖິງວິທີທີ່ອົງການສືບລັບໄດ້ແຊກຊຶມ​
ເຂົ້າ​ໄປ​ໃນເຄືອຂ່າຍຄອມພີວເຕີຂອງ EU ​ແລະເຂົ້າເຖິງອີ-ເມລ ຕະຫລອດ​ຮອດເອກະສານ
ຕ່າງໆໄດ້.

ທ່ານ Martin Schulz ປະທານສະພາສະຫະພາບຢູໂຣບ ໄດ້ອອກ​ຄໍາຖະແຫລງທວງໃຫ້
ມີການອະທິບາຍເລື້ອງດັ່ງກ່າວ ຢ່າງຈະແຈ້ງ​ແລະເຕັມສ່ວນ ແລະທວງ​ເອົາຂໍ້ມູນເພີ້ມ ເຕີມຈາກທາງ​ການສະຫະລັດ. ທ່ານ Schulz ເວົ້າອີກວ່າ ຖ້າຫາກເລື້ອງນີ້ເປັນຄວາມຈິງ
ມັນກໍຈະສົ່ງຜົນກະທົບອັນຮ້າຍແຮງຕໍ່ສາຍສໍາພັນລະຫວ່າງ EU ແລະສະຫະລັດ.

ທ້າວ Snowden ​ໄດ້ຫຼົບໜີອອກຈາກສະຫະລັດໄປຢູ່ຮົງກົງໃນເດືອນພຶດສະພາຜ່ານ
ມາແລະຈາກນັ້ນ ກໍໄດ້ເປີດເຜີຍເອກະສານສໍາຄັນຫລາຍອັນກ່ຽວກັບໂຄງການເຝົ້າຕິດ
ຕາມເບິ່ງການໃຊ້ໂທລະສັບ ແລະອິນເຕີແນັດຂອງປະຊາຊົນໂດຍອົງການ NSA ເພື່ອຂັດ
ຂວາງການກໍ່ການຮ້າຍນັ້ນ.

​ຜູ້ກ່ຽວໄດ້ບິນໄປຍັງມົສກູ ​ເມື່ອ​ບໍ່​ນານ​ມາ​ນີ້ ແລະເຊື່ອກັນວ່າ ​ເວລາ​ນີ້​ຜູ້ກ່ຽວຍັງຢູ່ໃນເຂດ ລໍຖ້າຕໍ່ເຮືອບິນ ຢູ່ເດີ່ນບິນ​ແຫ່ງ​ນຶ່ງໃນມົສກູ ຂະນະຫາທາງອອກ​ໄປຂໍລີ້ໄພຢູ່ໃນປະເທດ Ecuador. ຜູ້ກ່ຽວ​ບໍ່​ມີ​ໜັງສື​ເດີນທາງ​ເພາະ​ທາງ​ການ​ສະຫະລັດ​ໄດ້​ສັ່ງ​ຖອນ​ພາສປອຕ
ຂອງລາວ.

XS
SM
MD
LG