ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໓ ມິຖຸນາ ໒໐໒໓

ສະພາສູງ ບໍ່ສາມາດ ຮັບຜ່ານ ມາດຕະການ ຍົກເລີກ ປະກັນໄພ ສຸຂະພາບ ລາຄາຖືກ


ສະມາຊິກສະພາສູງ ພັກຣີພັບບລິກັນ ທ່ານ John McCain ຍີ້ມແຍ້ມ ທີ່ຈະໄປລົງຄະແນນສຽງ ກ່ຽວກັບປະກັນໄພສຸຂະພາບ ລາຄາຖືກ.

ສະພາ​ສູງ​ສະຫະລັດ ບໍ່​ສາມາດ​ທີ່​ຈະ​ຮັບຮອງ​ເອົາ ການ​ຍົກ​ເລີກ​ເປັນ​ບາງສ່ວນ ປະກັນ​
ໄພ​ສຸຂະ​ພາບລາຄາ​ຖືກຫລື ACA ທີ່ມີ​ນຳ​ໃຊ້ມາ​ໄດ້​ເຈັດ​ປີ​ແລ້ວ​ນັ້ນ ຊຶ່ງຮູ້​ກັນ​ໃນ​ອີກຊື່​
ນຶ່ງ​ວ່າ Obamacare. ສະມາຊິກ​ພັກຣີພັບ​ບລິ​ກັນ​ສາ​ມທ່ານຄື ທ່ານ John McCain
ຈາກ​ລັດ Arizona ທ່ານ​ນາງ Lisa Murkowski ຈາກ​ລັດ Alaska ​ແລະ​ທ່ານ​ນາງ
Susan Collins ຈາກ​ລັດ Maine ​ໄດ້​ລົງ​ຄະ​ແນນ​ສຽງ ກັບ​ພັກ​ເດ​ໂມ​ແຄຣັດ ເຮັດ​ໃຫ້​
ຄວາມ​ພະຍາຍາມຊໍ້າ​ແລ້ວ​ຊໍ້າ​ອີກ ຂອງພັກຣີພັບ​ບລິ​ກັນ ທີ່​ຈະ​ຍົກ​ເລີກ​ປະກັນ​ໄພ​ດັ່ງ
ກ່າວປະລາ​ໄຊ​ດ້ວຍ​ຄະ​ແນນ49 ຕໍ່ 51.

ປະທານາທິບໍດີ​ ດໍ​ໂນ​ລ ທຣໍາ ​ໄດ້ກ່າວ​ຢູ່​ໃນ Twitter ​ບໍ່​ດົນຫລັງ​ຈາກ​ການ​ລົງ​ຄະແນນ​
ສຽງ ໂດຍ​ເຕືອນສະມາ ຊິກ​ພັກຣີພັບ​ບລິ​ກັນ​ ​ທີ່​ເຂົ້າ​ຂ້າງ​ກັບພັກເດ​ໂມ​ແຄຣັດ. ປະທາ
ນາທິບໍດີ​ກ່າວ​ວ່າ “ສະມາຊິກ​ພັກຣີພັບ​ບລິ​ກັນ 3 ຄົນ ​ແລະສະມາຊິກ​ພັກ​ເດ​ໂມ​ແຄຣັດ
48 ​ຄົນ ໄດ້​ປ່ອຍ​ໃຫ້ປະຊາຊົນອາ​ເມຣິກັນຜິດ​ຫວັງ. ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ເວົ້າແຕ່ເລີ່​ມຕົ້ນ
ພຸ້ນ ປ່ອຍ​ໃຫ້ Obamacare ພັງ​ທະລາ​ຍລົງ ​ຫລັງ​ຈາກ​ນັ້ນຈຶ່ງ​ຕົກລົງ​ກັນ ຖ້າ​ເບິ່ງ.”

ອັນ​ທີ່ຮ້ອງວ່າ ຮ່າງ​ກົດໝາຍ “​ຍົກ​ເລີກທີ່​ບອບ​ບາງ” ນັ້ນ ​ແມ່ນ​ຈະ​ຮວມທັງ ຍຸຕິ​ການ​ບັງ
ຄັບ​ໃຫ້​ຊາວ​ອາ​ເມຣິກັນ​ສ່ວນ​ໃຫຍ່ຊື້ປະກັນ​ໄພ​ສຸຂະພາບ ຫລື​ຈ່າຍ​ຄ່າ​ປັບໃໝ ​ແລະ​ບັນ
ດາ​ບໍລິສັດ​ທີ່​ມີ​ພະນັກງານ 50 ຄົນ ຫລື​ຫລາ​ຍກວ່າ​ນັ້ນ ​ໃຫ້ຊື້ປະກັນ​ໄພ​ແກ່​ຄົນ​ງາ​ນຂອງ​
ເຂົາ​ເຈົ້າ.

ບັນດາສະມາຊິກ​ສະພາ​ສູງ​ພັກຣີພັບ​ບລິ​ກັນ ມີ​ຄວາມຕ້ອງການ ​ມາ​ເປັນ​ເວລາ​ເຈັດ​ປີ
ແລ້ວ ທີ່ຢາກຍົກ​ເລີກ Obamacare. ຊາວ​ອາ​ເມຣິກັນປະມານ 20 ລ້ານ​ຄົນ​ໄດ້​ຮັບ
ປະກັນ​ໄພ​ສຸຂ​ະພາບ​ພາຍ​ໃຕ້ Obamacare. ຫ້ອງການ​ງົບປະມານ​ລັດຖະສະພາ​ທີ່​
ບໍ່​ເຂົ້າ​ຂ້າງ​ອອກ​ຂາ​ຝ່າຍ​ໃດ ຄາ​ດຄະ​ເນ​ຢູ່ໃນ​ການ​ຄົ້ນ​ຄວ້າວ່າ “​ການ​ຍົກເລີກ​ທີ່​ບອບ
​ບາງ” ນີ້ ຈະ​ເຮັດ​ໃຫ້ຊາວ​ອາ​ເມຣິກັນ 16 ລ້ານ​ຄົນ ​ເສຍ​ປະກັນ​ໄພ​ສຸຂະພາບ ​ແລະຄ່າ​
ປະກັນ​ໄພ​ຈະເພີ່ມຂຶ້ນ​ເຖິງ 20 ​ເປີ​ເຊັນ.

ທ່ານ McCain ​ໄດ້​ຂຽນ​ລົງ​ໃນ Twitter ວ່າ “ການ​ຍົກ​ເລີກ​ທີ່​ບອບ​ບາງ​ບໍ່​ສຳ​ເລັດເພາະ
ວ່າ ມັນ​ບໍ່​ເຖິງ​ຂີດ​ໝາຍ​ໃນການ​ໃຫ້​ຄໍາ​ໝັ້ນ​ສັນຍາ​ຂອງ​ພວກ​ເຮົາ ​ເພື່ອ​ຍົກ​ເລີກ ​ແລະ​ທົດ
​ແທນ Obamacare ​ດ້ວຍ​ການ​ປະຕິຮູບທີ່ມີ​ຄວາມ​ໝາຍ.” ຕໍ່​ມາ​ທ່ານ​ໄດ້ຂຽນ​ເພີ່ມ​ວ່າ
“ຂ້າພ​ະ​ເຈົ້າ​ຫວັງ​ວ່າ ​ພວກ​ເຮົາຈະສາມາດ​ກາງ​ຕໍ່​ອາ​ໄສໃນ​ຄວາມ​ນອບ ນ້ອມຖ່ອມ​ໂຕ
ການ​ຮ່ວມ​ມື ​ແລະ​ອາ​ໄນ​ຊຶ່ງ​ກັນ​ແລະ​ກັນ ເພື່ອຮັບ​ໃຊ້​ປະຊາຊົນ​ຜູ້​ທີ່​ເລືອກ​ເອົາ​ພວກເຮົາ.

ຜູ້ນຳ​ສະພາ​ສູງ​ສຽງ​ສ່​ວນນ້ອຍ ທ່ານ Charles Schumer ຈາກ​ລັດ New York ກ່າວ
​ວ່າ “​ເຖິງ​ເວລາ​ແລ້ວ​ທີ່​ຈະ​ເປີດ​ບົດ​ຕອນໃໝ່. ພວກ​ເຮົາ​ບໍ່​ໄດ​ພາກັນ​ສະຫລອງ. ​ແຕ່ພວກ
​ເຮົາ​ພາກັນ​ໂລ່ງ​ໃຈ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG