ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າໜ້າທີ່ ລະດັບສູງ ສະຫະລັດ ເດີນທາງ ມາຢ້ຽມຢາມ ສປປ ລາວ


ພາບຖ່າຍ ທີມງານເກັບກູ້ລະເບີດ ບໍ່ທັນແຕກ ຂອງລາວ ແລະ ເຈົ້າໜ້າທີ່ລະດັບສູງ ສະຫະລັດ ທ່ານພົນຕີ Michael D. Rothstein (ກາງຄົນທີຫ້າ) ແລະ ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ທ່ານນາງ ຣີນາ ບິດເຕີ ພ້ອມກັບເຈົ້າໜ້າທີ່ລາວ.
ພາບຖ່າຍ ທີມງານເກັບກູ້ລະເບີດ ບໍ່ທັນແຕກ ຂອງລາວ ແລະ ເຈົ້າໜ້າທີ່ລະດັບສູງ ສະຫະລັດ ທ່ານພົນຕີ Michael D. Rothstein (ກາງຄົນທີຫ້າ) ແລະ ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ທ່ານນາງ ຣີນາ ບິດເຕີ ພ້ອມກັບເຈົ້າໜ້າທີ່ລາວ.

ເຈົ້າໜ້າທີ່ລະດັບສູງສະຫະລັດ ເດີນທາງມາຢ້ຽມຢາມ ສປປ ລາວ ເພື່ອເສີມຂະຫຍາຍ
ການຮ່ວມມື ໃນການເກັບກູ້ ລະເບີດບໍ່ທັນແຕກ ທີ່ຍັງຕົກຄ້າງແຕ່ປາງສົງຄາມ.

ທ່ານພົນຕີ Michael D. Rothstein ຮອງລັດຖະມົນຕີຊ່ວຍວ່າການ ກະຊວງການ
ຕ່າງປະເທດສະຫະລັດ ຮັບຜິດຊອບດ້ານແຜນການ ໂຄງການ ແລະການປະຕິບັດງານ
ຫ້ອງການ ການເມືອງ-ການທະຫານ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວແຕ່ວັນທີ
10 ຫາ 14 ກໍລະກົດທີ່ຜ່ານມາເພື່ອເສີມຂະຫຍາຍການຮ່ວມມືວຽກງານສຳຫຼວດ ແລະ
ເກັບກູ້ລະເບີດບໍ່ທັນແຕກ. ທ່ານໄດ້ໄປຢ້ຽມຢາມແຂວງຊຽງຂວາງ ເພື່ອທົບທວນຄືນ
ຄວາມຄືບໜ້າການຈັດຕັ້ງປະຕິບັດ ການສໍາຫຼວດລະເບີດລູກຫວ່ານ ທີ່ບໍ່ທັນແຕກ
ທົ່ວປະເທດ ຫຼື CMRS ເຊິ່ງລັດຖະບານສະຫະລັດ ຈະໃຫ້ການສະໜັບສະໜູນ ໂດຍ
ໄດ້ປະກາດເພີ່ມທຶນຊ່ວຍເຫຼືອດັ່ງ ກ່າວໃນປີກາຍນີ້.

ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ທ່ານນາງ ຣີນາ ບິດເຕີ ເຂົ້າຮ່ວມພິທີ ທຳລາຍລະເບີດບໍ່ທັນແຕກ
ເອກອັກຄະລັດຖະທູດ ສະຫະລັດ ປະຈຳ ສປປ ລາວ ທ່ານນາງ ຣີນາ ບິດເຕີ ເຂົ້າຮ່ວມພິທີ ທຳລາຍລະເບີດບໍ່ທັນແຕກ

ໃນລະຫວ່າງການພົບປະໂອ້ລົມ ກັບບັນດາເຈົ້າຫນ້າທີ່ອະວຸໂສ ຈາກພາກລັດ
ທ້ອງຖິ່ນ ແລະ ຄູ່ຮ່ວມມືສາກົນ ໃນຂະແໜງການເກັບກູ້ລະເບີດທີ່ບໍ່ທັນແຕກ ທ່ານ
ພົນຕີ Rothstein ໄດ້ຊີ້ໃຫ້ເຫັນເຖິງບາງຂະແໜງການ ທີ່ສຳຄັນທີ່ສະຫະລັດ ແລະ
ສປປ ລາວ ສາມາດເພີ່ມທະວີການຮ່ວມມື ດ້ານການເກັບກູ້ລະເບີດບໍ່ທັນແຕກ.
ຂະແໜງການດັ່ງກ່າວ ລວມທັງການຈັດຕັ້ງປະຕິບັດຫນ້າທີ່ຂອງ CMRS ເພີ່ມທີມ
ງານເກັບກູ້ລະເບີດໃຫ້ແກ່ໜ່ວຍງານ ການເກັບກູ້ລະເບີດພາຍໃນປະເທດ ແລະ
ໃຫ້ການສະໜັບສະໜູນ ແກ່ຄະນະກໍາມະການຄຸ້ມຄອງແຫ່ງຊາດ ຫຼື ຄຊກລ ໃນການ
ຕິດຕາມກວດກາ ແລະ ການຄຸ້ມຄອງການຈັດຕັ້ງປະຕິບັດວຽກງານ ຂອງ CMRS.

ໃນໄລຍະຢູ່ທີ່ນະຄອນຫຼວງວຽງຈັນ ທ່ານພົນຕີ Rothstein ໄດ້ຮັບຟັງທັດສະນະ ຂອງ
ບັນດາອົງການ NGO ສາກົນ ກ່ຽວກັບວຽກງານການເກັບກູ້ລະເບີດບໍ່ທັນແຕກ ໃນ
ສປປ ລາວ ແລະທ່ານໄດ້ເນັ້ນເຖີງຄວາມຈໍາເປັນໃນການຮ່ວມມືຢ່າງໃກ້ຊິດ ໃນ
ຂະແໜງການນີ້ ກັບຄູ່ຮ່ວມພັດທະນາ ຜູ້ໃຫ້ທຶນ ແລະ ລັດຖະ ບານ ສປປ ລາວ ໂດຍ
ຜ່ານ ຄຊກລ. ໃນວັນທີ 14 ກໍລະກົດ ທ່ານຍັງໄດ້ພົບປະກັບ ທ່ານຄຳແພງ ໄຊສົມແພງ
ລັດຖະມົນຕີກະຊວງແຮງງານແລະສະຫວັດ ດີການສັງຄົມ ເພື່ອສະແດງຄວາມຂອບ
ໃຈ ໃນການໃຫ້ການສະໜັບສະໜູນໃນວຽກການສຳຫລວດແຫ່ງຊາດ ເຊິ່ງໄດ້ປະຕິບັດ
ໂດຍຜ່ານໂຄງການຮ່ວມມືກັນລະຫວ່າງໜ່ວຍງານ ເກັບກູ້ລະເບີດຂອງ ສປປ ລາວ
ແລະ ອົງການ NGO ສາກົນ. ນອກນັ້ນ ຍັງໄດ້ປຶກສາຫາລື ໃນການຊອກຫາວິທີທາງ
ໃນການເພີ່ມທະວີ ການຮ່ວມມືໃນການເກັບກູ້ລະເບີດບໍ່ທັນແຕກ. ທ່ານພົນຕີ
Rothstein ຍັງໄດ້ປຶກສາຫາລືບັນດາກິດຈະກຳຕ່າງໆ ກ່ຽວກັບລະເບີດບໍ່ທັນແຕກ
ແລະ ເປີດກວ້າງການຮ່ວມມື ທາງດ້ານຄວາມປອດໄພ ກັບທ່ານພົນຕີ ອ່ອນສີ ແສນສຸກ
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໃນລະຫວ່າງການເຂົ້າຢ້ຽມຄໍານັບໃນວັນທີ
14 ກໍລະກົດ.

ໃນລະຫວ່າງວັນທີ 11 ຫາ 13 ກໍລະກົດ ທ່ານພົນຕີ Rothstein ໄດ້ໄປຢ້ຽມຢາມ
ການສຳຫຼວດ ລະເບີດບໍ່ທັນແຕກ ແລະ ພື້ນທີ່ເກັບກູ້ລະເບີດ ຢູ່ທີ່ແຂວງຊຽງຂວາງ
ພ້ອມກັບທ່ານເອກອັກຄະລັດຖະທູດ Rina Bitter ທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າ
ຫ້ອງການ ຄຊກລ ແລະ ບັນດາຄູ່ຮ່ວມມືຈາກທີມງານເກັບກູ້ລະເບີດບໍ່ທັນແຕກ ຂອງ
ລາວ ແລະບັນດາອົງການ NGOS ສາກົນ ອົງການເກັບກູ້ລະເບີດແມັກ ຫຼື Mines
Advisory Group ອົງການເກັບກູ້ລະເບີດ The HALO Trust ອົງການຊ່ວຍເຫຼືອລ້າ
ຂອງປະຊາຊົນນໍແວແລະອົງການ Danish Church Aid. ທ່ານ Rothstein ຍັງໄດ້
ພົບປະ ກັບ ທ່ານສົມກົດ ມັງໜໍ່ເມກ ເຈົ້າແຂວງໆຊຽງຂວາງ ແລະບັນດາເຈົ້າຫນ້າທີ່
ຈາກພາກລັດອື່ນໆ. ພາຍຫລັງການລົງຢ້ຽມຢາມພື້ນທີ່ແລ້ວ ທ່ານໄດ້ກ່າວວ່າ ລະເບີດ
ທີ່ຕົກຄ້າງບໍ່ທັນແຕກ ໃນ ສປປ ລາວ ແລະຜົນກະທົບໄດ້ເປັນໄພຂົ່ມຂູ່ຕໍ່ຊຸມຊົນ.

ເຖີງຢາງໃດກໍຕາມ ໂດຍຜ່ານການຮ່ວມມືກັນຢ່າງໃກ້ຊິດກັບຄູ່ຮ່ວມພັດທະນາ ກັບ
ລັດຖະບານ ສປປ ລາວ ແລະຂະບວນການຈັດຕັງປະຕິບັດຂອງ CMRS ແລ້ວ
ຂ້າພະເຈົ້າເຊື່ອໝັ້ນວ່າ ການຮ່ວມກັນຂອງພວກເຮົາ ຈະສາມາດກໍານົດບັນຫາລະເບີດ
ທີ່ບໍ່ທັນແຕກໃນ ສປປ ລາວແລະການເຮັດວຽກຮ່ວມກັນນີ້ຈະຊ່ວຍໃຫ້ຊຸມຊົນຫລຸດພົ້ນ
ຈາກຜົນກະທົບທີ່ຂົ່ມຂູ່ໂດຍລະເບີດທີ່ຍັງບໍ່ທັນແຕກ.

ທ່ານພົນຕີ Rothstein ແມ່ນນັກບິນຄວບຄຸມອາກາດສະຍານໂດຍເຂົ້າຮັບຕຳແໜ່ງ
ດັ່ງກ່າວ ໃນປີ 1988 ເຊິ່ງທ່ານແມ່ນນັກຮຽນດີເດັ່ນຈາກໂຮງຮຽນທະຫານອາກາດ
ສະຫະລັດ. ທ່ານໄດ້ບັນຊາກອງພົນເຮືອບິນສະໜັບສະໜູນ ໜ່ວຍບັນຊາການ ທາງ
ອາກາດ ສອງກອງບິນຂັບໄລ່ ແລະ ໄລຍະບໍ່ດົນທີ່ຜ່ານມານີ້ ທ່ານຮັບໜ້າທີ່ ເປັນຜູ້
ບັງຄັບບັນຊາ ດ້ານການຝຶກອົບຮົມ ປຶກສາ ແລະ ຊ່ວຍເຫຼືອດ້ານການບິນ (Train,
Advise Assist Command – Air) ແລະ ຜູ້ບັງຄັບບັນ ຊາໜ່ວຍບິນນອກປະເທດ
ກອງທັບອາກາດສະຫະລັດ ທີ 438 (438th Air Expeditionary Wing) ຢູ່ຄາບູລ
ປະເທດອັຟການິສຖານ. ໜ້າທີ່ຮັບຜິດ ຊອບປະຈຸບັນຂອງ ທ່ານພົນຕີ Rothstein
ແມ່ນນໍາພາ ແລະ ຊີ້ນໍາດ້ານການປະຕິບັດງານ ໃຫ້ບັນດາໂຄງການ ແລະ ນະໂຍບາຍ
ຂອງສະຫະລັດດ້ານການຊ່ວຍເຫຼືອດ້ານຄວາມໝັ້ນຄົງສາກົນ ເຊັ່ນ ໂຄງການລິເລີ່ມ
ການຝຶກປະຕິບັດ ການຮັກສາສັນຕິພາບສາກົນ (Global Peace Operations
Initiative), ເສີມຂະຫຍາຍຄວາມໝັ້ນຄົງທາງທະເລແລະຄວບຄຸມດູແລວຽກງານ
ການເກັບກູ້ລະເບີດແລະທຳລາຍອາວຸດທົ່ວໄປຂອງກະຊວງການຕ່າງປະເທດ
ສະຫະລັດ.

XS
SM
MD
LG