ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສົ່ງທ່ານນາງເຊີແມນ ແລະ ທ່ານນາງ ເຄນເນດີ ໄປຢ້ຽມຢາມໝູ່ເກາະໂຊໂລມອນ


ເອກອັກຄະລັດຖະທູດສະຫະລັດປະຈໍາປະເທດອອສເຕຣເລຍ ທ່ານນາງຄາໂຣລີນ ເຄນເນດີ ຮ່ວມພິທີຄວັນໄຟດັ້ງເດີມຂອງຊົນເຜົ່າພື້ນເມືອງອະບໍຣິຈິນອລ (Aboriginal), ຢູ່ທີ່ສະຖານທູດສະຫະລັດໃນນະຄອນຫຼວງແຄນເບີຣາ, ປະເທດອອສເຕຣເລຍ, ເມື່ອວັນທີ 25 ກໍລະກົດ 2022.
ເອກອັກຄະລັດຖະທູດສະຫະລັດປະຈໍາປະເທດອອສເຕຣເລຍ ທ່ານນາງຄາໂຣລີນ ເຄນເນດີ ຮ່ວມພິທີຄວັນໄຟດັ້ງເດີມຂອງຊົນເຜົ່າພື້ນເມືອງອະບໍຣິຈິນອລ (Aboriginal), ຢູ່ທີ່ສະຖານທູດສະຫະລັດໃນນະຄອນຫຼວງແຄນເບີຣາ, ປະເທດອອສເຕຣເລຍ, ເມື່ອວັນທີ 25 ກໍລະກົດ 2022.

ສະຫະລັດ ກໍາລັງສົ່ງຄະນະຜູ້ແທນລະ​ດັບ​ສູງທາງການທູດໄປຢ້ຽມຢາມປະເທດໝູ່ເກາະໂຊໂລມອນພາຍໃນອາທິດໜ້ານີ້ ເຊິ່ງນໍາໂດຍຮອງລັດຖະມົນຕີກະຊວງການຕ່າງປະເທດ ທ່ານນາງເວັນດີ ເຊີແມນ (Wendy Sherman) ຮວມທັງເອກອັກຄະລັດຖະທູດ​ສະ​ຫະ​ລັດປະຈໍາອອສເຕຣເລຍ ທ່ານນາງຄາໂຣລິນ ເຄນເນດີ (Caroline Kennedy), ອີງຕາມລາຍງານຂອງອົງການຂ່າວ AP.

ກະຊວງການຕ່າງປະເທດຂອງສະຫະລັດ ເປີດເຜີຍໃນວັນອັງຄານນີ້ວ່າ ການຢ້ຽມຢາມໃນຄັ້ງນີ້ ແມ່ນເປັນສະເຫຼີມສະຫຼອງເພື່ອລະລຶກເຖິງ 80 ປີຂອງບັ້ນ​ລົບກົວດາລຄານາລ (Guadalcanal) ແລະສໍາລັບການພົບປະກັນທາງການທູດກັບເຈົ້າໜ້າທີ່ຂອງປະເທດໝູ່ເກາະໂຊໂລມອນ ເພື່ອ “ເນັ້ນຢໍ້າເຖິງຄວາມສໍາພັນທີ່ຍືນຍົງ” ລະຫວ່າງປະເທດທັງສອງ.

ການຢ້ຽມຢາມດັ່ງກ່າວນີ້ ຈະເປັນທີ່ໜ້າສົນໃຈເປັນພິເສດ ສໍາລັບທ່ານນາງ ເຊີແມນ ແລະ ທ່ານນາງ ເຄນເນດີ, ເຊິ່ງພໍ່ຂອງທ່ານນາງທັງສອງເຄີຍໄປຕໍ່ສູ້ຢູ່ທີ່ນັ້ນ ໃນສະ​ໄໝສົງຄາມໂລກຄັ້ງທີສອງ.

ແລະການຢ້ຽມຢາມດັ່ງກ່າວນີ້ ມີຂຶ້ນລຸນຫຼັງທີ່ສະຫະລັດ ແລະປະເທດຕ່າງໆໃນຂົງເຂດມະຫາສະໝຸດປາຊີຟິກ ມີຄວາມກັງວົນຢ່າງຫຼວງຫຼາຍກ່ຽວກັບຂໍ້ຕົກລົງດ້ານຄວາມປອດໄພ ທີ່ປະເທດໝູ່ເກາະໂຊໂລມອນໄດ້ເຊັນລົງນາມກັບ ຈີນ ໃນຊ່ວງເດືອນເມສາທີ່ຜ່ານມາ, ເຊິ່ງຫຼາຍໆປະເທດຢ້ານວ່າ ອາດຈະລົງທ້າຍດ້ວຍການສ້າງຖານທັບຂຶ້ນມາຢູ່ໃນພູມິພາກແຫ່ງນີ້.

ການຢ້ຽມຢາມໃນຄັ້ງນີ້ ຍັງຈະໄດ້ເນັ້ນໜັກກ່ຽວກັບການເປີດສະຖານທູດສະຫະ ລັດຄືນອີກຄັ້ງຢູ່ໃນນະຄອນຫຼວງໂຮເນຍຣາ, ເຊິ່ງເປັນສ່ວນນຶ່ງໃນຍຸດທະສາດຂອງສະຫະລັດ ທີ່ຈະຕໍ່ຕ້ານການຂະຫຍາຍອິດທິພົນຂອງຈີນ. ສະຫະລັດເຄີຍເປີດສະຖານທູດຢູ່ໃນປະເທດໝູ່ເກາະໂຊໂລມອນເປັນເວລາ 5 ປີ ກ່ອນທີ່ຈະຢຸດການດໍາເນີນງານຢູ່ທີ່ນັ້ນໃນປີ 1993.

ທ່ານນາງເຄນເນດີ ຫາກໍເລີ້ມຕົ້ນປະຕິບັດໜ້າທີ່ຂອງທ່ານນາງຢູ່ໃນອອສເຕຣເລຍ ລຸນຫຼັງທີ່ໄດ້ຍື່ນສານຕາຕັ້ງຢ່າງເປັນທາງການໃນວັນຈັນວານນີ້. ເມື່ອທ່ານນາງເດີນທາງໄປຮອດອອສເຕຣເລຍ ໃນອາທິດແລ້ວນີ້, ທ່ານນາງໄດ້ກ່າວກັບນັກຂ່າວວ່າ ຂົງ​ເຂດມະຫາສະໝຸດປາຊີຟິກມີຄວາມສໍາຄັນຫຼາຍ ແລະ “ຂ້າພະ ເຈົ້າຄິດວ່າ ສະຫະລັດມີຄວາມຈໍາເປັນ ທີ່ຈະຕ້ອງດໍາເນີນງານຫຼາຍກວ່ານີ້.”

ທ່ານນາງກ່າວຕື່ມວ່າ “ພວກເຮົາກໍາລັງເປີດສະຖານທູດຄືນຢູ່ທີ່ນັ້ນແລະອົງ​ການອ​າ​ສາ​ສະ​ໝັກ​ເພື່ອ​ສັນ​ຕິ​ພາບ​ຫຼື Peace Corp ກໍກໍາລັງກັບເຂົ້າໄປ, ພ້ອມກັນນັ້ນ ອົງການ USAID ກໍກໍາລັງກັບເຂົ້າໄປ, ພວກເຮົາກໍາລັງກັບເຂົ້າໄປ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG