ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ສົ່ງກຳປັ່ນລົບ ໄປລາດຕະເວນ ຢູ່ນອກ ຝັ່ງເຢເມນ


ກຳປັ່ນລົບ Cole ຂອງສະຫະລັດ ໃນຂະນະທີ່ຖືກແກ່ ຈາກເມືອງທ່າ ເອເດັນ ປະເທດເຢເມນ ເມື່ອວັນທີ 29 ຕຸລາ ປີ 2000.
ກຳປັ່ນລົບ Cole ຂອງສະຫະລັດ ໃນຂະນະທີ່ຖືກແກ່ ຈາກເມືອງທ່າ ເອເດັນ ປະເທດເຢເມນ ເມື່ອວັນທີ 29 ຕຸລາ ປີ 2000.

ກຳ​ປັ່ນ​ລົບລຳ​ນຶ່ງ​ຂອງ​ສະຫະລັດ ພວມ​ລາດຕະ​ເວນ​ຢູ່​ນອກ​ແຄມ​ຝັ່ງ​ຂອງ​ເຢ​ເມນ ​ເພື່ອ​ປົກ​ປ້ອງ​ຄຸ້ມຄອງ​ເຂດ​ນ່ານນ້ຳ​ສາກົນຈາກ​ກຳລັງ​ທະຫານ​ບ້ານ​ຮູ​ຕີທີ່​ເປັນ​ພັນທະ​ມິດ​ກັບອີຣ່ານ ອີງ​ຕາມ​ການ​ເປີດ​ເຜີຍ ​ຂອງ​ເຈົ້າໜ້າ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດຂອງສະຫະລັດ ຕໍ່ວີ​ໂອ​ເອ ໃນວັນສຸກ​ວານ​ນີ້.

ເຈົ້າໜ້າ​ທີ່ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ ໂດຍ​ບໍ່​ຂໍ​ບອກ​ຊື່ວ່າ ກຳ​ປັ່ນ​ລົບ USS Cole ​ໄດ້ ​ໄປ​ເຖິງ​ເຂດ ນ່ານນ້ຳ ​ໃນ​ບໍລິ​ເວນ​ໃກ້​ຄຽງ​ ກັບ​ຊ່ອງ​ແຄບ Bab al-Mandab ຊຶ່ງ​ຕັ້ງຢູ່​ນອກ​ແຄມ​ຝັ່ງ​ທະ​ເລ​ ທາງ​ກ້ຳ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອ​ງ​ເຢ​ເມນ ​ເພື່ອ​ທຳ​ການ “ປະຕິບັດ​ງານ ​ສະ​ແດງ​ການ​ມີ ໜ້າ” ຊຶ່ງ​ຈະ​ຮວມ ທັງເຮັດ​ໜ້າ​ທີ່ ​ໃນ​ການ​ຄຸ້ມ​ກັນ ຊ່ອຍ​ປົກ​ປ້ອງ​ເຮືອ​ຕ່າງໆ ​ໃຫ້​ແລ່ນ​ຜ່ານ​ຊ່ອງ​ແຄບດັ່ງກ່າວຢ່າງປອດໄພ.

ກຳ​ປັ່ນ​ລົບ USS Cole ​ແມ່ນ​ມີ​ຄວາມ​ສາມາດໃນ​ການ​ຕໍ່ຕ້ານ ​ທາງ​ພາກພື້ນດິນ ​ເທິງ​ທະ​ເລ ​ແລະ​ເທິງ​ອາກາດ ຊຶ່ງ​ອະນຸຍາດ​ໃຫ້​ກຳ​ປັ່ນ​ລຳ​ນີ້ ສາມາດ​ຕອບໂຕ້ ​ຕໍ່​ການ​ໂຈມ​ຕີ​ຂອງ​ຝ່າຍ​ສັດຕູໄດ້​ເປັນ​ຢ່າງ​ດີ ອີງ​ຕາມ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່ກະຊວງ​ປ້ອງ​ກັນ​ປະ​ເທດທີ່​ກ່າວ​ຕື່ມ​ວ່າກຳ​ປັ່ນ​ລຳ​ນີ້ຍັງ​ບໍ່​ທັນ​ໄດ້​ຍິງ​ໂຈມ​ຕີ​ປະເທດ​ເຢ​ເມນ​ເທື່ອນັບ​ແຕ່​ໄດ້​ເດີນທາງ​ໄປ​ເຖິງ​ເຂດ​ນ່ານນ້ຳ​ດັ່ງກ່າວ.

ກອງທັບ​ສະຫະລັດ​ມີ​ແຜນການ​ທີ່​ພວມ​ຈະ​ດຳ​ເນີນ ​ໃນ​ການ​ຍົກຍ້າຍ​ກຳ​ປັ່ນ​ລົບ​ຂະໜາດ​ເບົາ​ອີກ​ລຳ​ນຶ່ງ​ ໄປ​ຍັງ​ບໍລິ​ເວນ​ຊ່ອງ​ແຄບ Bab al-Mandab ​ໃນໄວໆນີ້ຢູ່​ແລ້​ວ ​ແຕ່​ໄດ້​ມີ​ການ​ເລັ່ງລັດ​ກຳນົດ​ເວລາ​ດັ່ງກ່າວ​ໃຫ້​ໄວ​ຂຶ້ນກວ່າ​ເກົ່າ ຍ້ອນການ​ໂຈມ​ຕີ​ສະຫຼະຊີບ​ຂອງ​ພວກ​ກະບົດ​ຮູ​ຕີ ຕໍ່​ກຳ​ປັ່ນ​ຂອງ ​ຊາ​ອຸ​ດີ ອາຣາ​ເບຍ​ຢູ່ໃນ​ທະ​ເລ​ແດງ ​ໃນ​ມື້ວັນ​ຈັນ​ແລ້ວ ທີ່ ໄດ້ສັງຫານ​ລູກ​ເຮືອ 2 ຄົນ.

ສ່ວນ​ກຳລັງ​ຍົກ​ພົນ​ຂຶ້ນບົກ USS Comstock ​ແລະ USS Makin Island ​ແມ່ນ​ພວມ​ແລ່ນ​ຢູ່​ໃນ​ບໍລິ​ເວນ​ອ່າວ​ເອ​ເດັນ ທີ່​ຕັ້ງຢູ່​ໃກ້​ຄຽງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG