ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ສະຫະລັດ ປ່ອຍ ນັກໂທດອັຟການິສຖານ 4 ຄົນ ຈາກຄຸກ ທີ່ອ່າວກວານຕານາໂມ ເທິງເກາະຄິວບາ


ພາບຕີນຂອງນັກໂທດຄົນນຶ່ງ ທີ່ຖືກມັດຕິດກັບພື້ນຫ້ອງ ຢູ່ໃນຄຸກ ທີ່ອ່າວກວາງຕານາໂມ ເທິງເກາະຄິວບາ ວັນທີ 27 ເມສາ
2010 .
ພາບຕີນຂອງນັກໂທດຄົນນຶ່ງ ທີ່ຖືກມັດຕິດກັບພື້ນຫ້ອງ ຢູ່ໃນຄຸກ ທີ່ອ່າວກວາງຕານາໂມ ເທິງເກາະຄິວບາ ວັນທີ 27 ເມສາ 2010 .

ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ​ກ່າວ​ວ່າ ນັກ​ໂທດຊາວ​ອັຟ
ກາ​ນິສຖານ 4 ຄົນ ​ທີ່​ຖືກ​ກັກ​ຂັງ​ຢູ່​ໃນ​ຄຸກ​ທະຫານ​ຂອງ​ສະຫະ
ລັດ ​ທີ່​ອ່າວກວານ​ຕານາ​ໂມ ມາ​ສິບ​ກວ່າ​ປີ ​ໄດ້​ຖືກ​ສົ່ງ​ກັບ​ຄືນ​
ເມືອ​ບ້ານ​ເກີດ​ເມືອງ​ນອນຂອງ​ເຂົາ​ເຈົ້າ​ແລ້ວ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ທີ່​ຖືກ​ກັກ​ຂັງ ທີ່ມີ​ຊື່ວ່າ Shawa
li Khan, Khi Ali Gul, Abdul Ghani ​ແລະ Mohammed
Zahir ​ໄ​ດ້ຖືກ​ປ່ອຍ​ໂຕ ຕາມ​ຄຳຮ້ອງຂໍ​ຂອງ​ປະທານາທິບໍດີ
Ashraf Ghani ​ແຫ່ງ​ອັຟກາ​ນິສຖານ ຫຼັງ​ຈາກ​ການ​ທົບ​ທວນ
​ເບິ່ງ​ຄະດີ​ຂອງ​ພວກເຂົາ​ເຈົ້າ ຮວມທັງ​ປັດ​ໄຈ​ທາງ​ດ້ານ​ຄວາມ​
ປອດ​ໄພ​ແລ້ວ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ປ່ອຍ​ໂຕ​ດັ່ງກ່າວ ແມ່ນ​ເປັນ​ຮ່ອງຮອຍ​ແຫ່ງ​ຄວາມເຊື່ອ​ໝັ້ນ ນຳທ່ານ Ghani ທີ່​ຂຶ້ນ​ດຳລົງ​ຕຳ​ແໜ່​ງມາ​ໄດ້ພຽງ​ບໍ່​ເທົ່າ​ໃດ​ເດືອນ​ເທົ່າ​ນັ້ນ.

ພວກ​ທະຫານ​ສະຫະລັດ​ສ່ວນ​ຫຼາຍ ມີ​ໝາຍ​ກຳນົດ​ທີ່​ຈະ​ອອກ​ຈາກ​ອັຟກາ​ນິສຖານ​ໄປ ​ພາຍ​ໃນ​ທ້າຍ​ປີ​ນີ້.

ສະຫະລັດ​ໄດ້​ປ່ອຍ​ໂຕ​ ນັກ​ໂທດ​ທັງ​ໝົດ 23 ຄົນ ​ອອກ​ຈາກ​ຄຸກ Guantanamo ​ໃນ​ປີ​ນີ້ ຮວມທັງຜູ້​ຊາຍ 6 ຄົນ​ທີ່​ສົ່ງ​ໄປ​ຍັງ​ປະ​ເທດ Uruguay ​ໃນ​ເດືອນ​ນີ້​ ເພື່ອ​ໄປ​ຕັ້ງ​ຖິ່ນ​ຖານ​ໃໝ່
ໃນ​ຖານະ​ເປັນຄົນ​ອົບ​ພະຍົບ. ພວກ​ນັກ​ໂທດ 6 ຄົນ​ດັ່ງກ່າວ ​ໄດ້​ຖືກ​ກັກ​ຂັງ​ໃນ​ຖານຕ້ອງ
ສົງ​ໄສ​ວ່າ​ເປັນ​ພວກ​ຫົວ​ຮຸນ​ແຮງ ທີ່​ມີ​ສາຍ​ພົວພັນ​ກັບ​ເຄືອ​ຂ່າຍ​ອາລກາ​ອິດາ ​ແຕ່​ບໍ່​ເຄີຍ​ຖືກ​ກ່າວ​ຫາ​ ຢ່າງ​ເປັນ​ທາງ​ການຈັກ​ເທື່ອ.

ພວກ​ທີ່​ຖືກ​ກັກ​ຂັງ​ຢູ່​ໃນ​ຄຸກ​ອ່າວ Guantanamo ຊຶ່ງ​ມີ​ຈຳນວນ​ທັງ​ໝົດ 242 ຄົນ ​ເວລາ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ຂຶ້ນດຳລົງ​ຕຳ​ແໜ່​ ໃນ​ປີ 2009 ນັ້ນ ​ແລະ​ໄດ້​ຄ່ອຍໆ​ຫລຸດນ້ອຍ​ລົງ​ເທື່ອລະ​ຂັ້ນ​ ​ໂດຍ ມີ​ຈຳນວນ​ທັງ​ໝົດ 132 ຄົນ ​ໃນປັດຈຸບັນ​ນີ້.

ທ່ານ​ນາງ Marie Hart ​ໂຄສົກ​ປະຈຳ​ກະຊວງ​ການ​ຕ່າງປະ​ເທດ​ສະ ຫະລັດ ກ່າວ​ວ່າ 64 ຄົນ​ໃນ​ຈຳນວນ​ທີ່​ຍັງ​ຖືກ​ກັກ​ຂັງ​ຢູ່​ໃນ​ເວລາ​ນີ້ ​ໄດ້ ຮັບ​ການອະນຸມັດ​ໃຫ້​ໂອນ​ໄປ​ຢູ່​ບ່ອນ​ອື່ນ​ແລ້ວ. ທ່ານ​ນາງກ່າວ​ຕື່ມ​ວ່າ ສະຫະລັດ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ລັດຖະບານ​ອັຟກາ​ນິສ
ຖານ ສຳລັບການຊ່ອຍ​ເຫຼືອເພື່ອ​ຮວມ​ເອົາ ​ພວກ​ອະດີດ​ນັກ​ໂທດ​ເຫລົ່າ​ນີ້ ​ກັບ​ຄື​ນເຂົ້າ​ໃນ​ສັງຄົມ​ອັຟກາ​ນິສຖານ ອັນ​ເປັນ​ບາດກ້າວ​ນຶ່ງ​ອີກ ​ໄປ​ສູ່​ເປົ້າ​ໝາຍ​ຂອງ​ປະທານາທິບໍດີ​
ໂອ​ບາ​ມາ ທີ່​ຈະ​ອັດ​ຄຸກ​ໃນ​ອ່າວ Guantanamo ລົງ​ນັ້ນ.

XS
SM
MD
LG