ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສົ່ງຢາ hydroxychoroquine 2 ລ້ານໂດສ ໄປໃຫ້ບຣາຊິລ ເພື່ອຕ້ານໄວຣັສໂຄໂຣນາ


ຮູບຢາ hydroxychloroquine.
ຮູບຢາ hydroxychloroquine.

ທຳນຽບຂາວໄດ້ປະກາດໃນວັນອາທິດວານນີ້ວ່າ ຕົນໄດ້ສົ່ງຢາ hydroxychloroquine
ຫຼື HCQ 2 ລ້ານໂດສ ໄປບຣາຊິລ ເພື່ອຊ່ວຍປະເທດອາເມຣິກາໃຕ້ ດັ່ງກ່າວຕໍ່ສູ້ກັບໄວ
ຣັສໂຄໂຣນາ.

ທຳນຽບຂາວກ່າວຢູ່ໃນຖະແຫຼງການໃນວັນອາທິດວານນີ້ວ່າ ຢາ “HCQ ແມ່ນ ຢາໃຊ້
ເພື່ອຊ່ວຍປ້ອງກັນພະຍາດໃຫ້ແກ່ບັນດາພະຍາບານຂອງບຣາຊິລ ນາຍແພດ ແລະບັນ
ດາຜູ້ໃຫ້ການດູແລສຸຂະພາບຕ້ານໄວຣັສ. ນອກນັ້ນ ຍັງຈະໃຊ້ ປິ່ນປົວສຳລັບຊາວບຣາ
ຊິລ ຜູ້ທີ່ໄດ້ຕິດພະຍາດ.”

ຢາ HCQ ເປັນຢາປົວໄຂ້ມາເລເລຍທີ່ໃຊ້ກັນຢ່າງກວ້າງຂວາງ. ປະທານາທິບໍດີດໍໂນລ
ທຣໍາ ໃນການເຄື່ອນໄຫວທີ່ເປັນການໂຕ້ແຍ້ງນັ້ນ ບໍ່ຫົວຊາກັບບັນດາຜູ້ ແນະນຳດ້ານ
ສຸຂະພາບສຳລັບສາທາລະນະຊົນ ແລະໄດ້ຊຸກຍູ້ໃຫ້ໃຊ້ຢາດັ່ງກ່າວ ຕ້ານໄວຣັສໂຄໂຣ
ນາເຖິງແມ່ນວ່າບໍ່ມີຫລັກຖານທີ່ໄດ້ຜົນໃນການຕ້ານແກ່ໄວຣັສ ກໍຕາມ.

ປະທານາທິບໍດີທຣໍາ ໄດ້ປະກາດວ່າ ທ່ານໄດ້ໃຊ້ຢາ HCQ ໄປເທື່ອນຶ່ງແລ້ວ.

ຖະແຫຼງການຍັງກ່າວວ່າ ສອງປະເທດໄດ້ເຂົ້າຮ່ວມ “ໃນຄວາມພະຍາຍາມຄົ້ນຄວ້າທີ່
ຈະຮວມທັງການທົດລອງຄວບຄຸມຢູ່ໃນຫ້ອງລົດທອງ. ບັນດາການທົດ ລອງດັ່ງກ່າວນີ້
ຈະຊ່ວຍຊັ່ງຊາໄປໜ້າກ່ຽວກັບຄວາມປອດໄພ ແລະການໄດ້ຜົນຂອງຢາ HCQ ສຳລັບ
ທັງການເອົາມາດຕະການປ້ອງກັນ ແລະການປິ່ນປົວແຕ່ ຫົວທີສຳລັບໄວຣັສໂຄໂຣນາ.”

ມີການຕິດພະຍາດຢູ່ໃນສະຫະລັດ ແລະບຣາຊີລ ຫຼາຍກວ່າແຫ່ງອື່ນໆ. ສະຫະລັດ ມີ
1 ລ້ານ 7 ແສນກໍລະນີ ໃນຂະນະທີ່ບຣາຊິລ ຊຶ່ງໄດ້ກາຍມາເປັນຈຸດ ຮ້ອນແຮງໃນການ
ລະບາດຂອງໄວຣັສທີ່ມີຫຼາຍກວ່າ 514,000 ກໍລະນີອີງຕາມ ມະຫາວິທະຍາໄລ Johns Hopkins.

ບັນດາເຈົ້າໜ້າທີ່ສາທາລະນະສຸກສະຫະລັດ ກ່າວວ່າ ເຂົາເຈົ້າພວມກຽມຮັບມືກັບການ
ຕິດໄວຣັສໂຄໂຣນາເພີ້ມຂຶ້ນ ຫຼັງຈາກມີການປະທ້ວງຢູ່ໃນທົ່ວປະເທດ ກ່ຽວກັບການຕາຍ
ຂອງທ້າວຈອຣຈ໌ ຟລອຍ ທີ່ເປັນຜູ້ຊາຍຊາວອາເມຣິກັນເຊື້ອ ສາຍອາຟຣິກາ ຈາກເຈົ້າໜ້າ
ທີ່ຕຳຫຼວດ ໃນເມືອງມິນນິອາໂປລິສ ທີ່ໄດ້ຖືກກ່າວ ຫາເອົາຫົວເຂົ່າຂອງລາວໜີບໃສ່ຄໍ
ຂອງທ້້າວຟຣອຍ ໃນຂະນະທີ່ລາວໃສ່ກັບມື ນອນຢູ່ພື້ນດິນ.

ພວກປະທ້ວງຈຳນວນນຶ່ງພາກັນໃສ່ໜ້າກາກ ແລະອີກຈຳນວນນຶ່ງບໍ່ໄດ້ໃສ່ ທີ່ເຮັດໃຫ້
ການຢູ່ຫ່າງກັນໃນສັງຄົມນັ້ນເກືອບເປັນໄປບໍ່ໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG