ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ​​ສົ່ງທະຫານ 3 ພັນຄົນ ໄປຍັງ ອາ​ຟຣິກາ ຕາ​ເວັນຕົກ ​ເພື່ອຮັບມື ກັບ​​​ອີ​ໂບລາ (ວີດີໂອ/ສະໄລດ໌)


Ebola VO
please wait
Embed

No media source currently available

0:00 0:01:31 0:00

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ມີກຳນົດ
ທີ່ຈະ​ທຳ​ການ​ປະກາດ​ກ່ຽວກັບ ແຜນການ​ຍຸດ​ທະ​ສາດ​ໃໝ່
ໃນ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ຊ່ອຍ​ຕໍ່ສູ້ໃນການຮັບມື​ກັບການ
ລະບາດຂອງ​ອີ​ໂບລາທີ່​ຮ້າຍ​ແຮງ​ສຸດ ​ໃນ​ອາ​ຟຣິກາຕາ​ເວັນ
​ຕົກ ​ຮວມທັງການສົ່ງກຳລັງ​ທະຫານສະຫະລັດ 3 ພັນຄົນ
​ໄປ​ຍັງ​ຂົງ​ເຂດດັ່ງກ່າວ.

ຖະແຫຼງຂ່າວ​ສະບັບ​ນຶ່ງ ​ຂອງ​ທຳນຽບຂາວ ທີ່ໃຫ້ລາຍລະອຽດ
ກ່ຽວກັບ​ໂຄງການ​ດັ່ງກ່າວ ເວົ້າວ່າ ກອງກຳລັງທີ່​ວ່າ​ນີ້ຈະ​ຖືກ
​ສົ່ງ​ໄປ​ຍັງ​ກອງບັນຊາການໃໝ່ ໃນ​ນະຄອນຫຼວງ Monrovia
ຂອງ Liberia ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ຈະ​ຊ່ອຍ​ໃນ​ການຂົນສົ່ງ
ອຸບ​ປະກອນ​ການ​ແພດ​ແລະ​ເຄື່ອ​ງໃຊ້​ຂອງ​ສອຍ​ຕ່າງໆ ຕະຫຼອດທັງ​ຝ່າຍ​ບຸກຄົນ​ນຳດ້ວຍ.


ສະຫະລັດຈະ​ສ້າງ​ຕັ້ງ​ສູນ​ກາງ ແລະສະໜອງພະນັກງານ ​ເພື່ອ​ປິ່ນປົວ​ຮັກສາ​ພວກທີ່ຕິດອີ​ໂບ
ລາ ​ແລະ​ຈັດ​ຕັ້ງສະຖານທີ່ ເພື່ອຝຶກອົບຮົມພະນັກງານ​ສາທາລະນະສຸກຈຳນວນ 500 ຄົນ
ຕໍ່​ອາທິ​ດ.

ທຳນຽບຂາວ​ກ່າວ​ວ່າ ຈຸດປະສົງ​ຂອງ​ໂຄງການ​ນີ້ ​ແມ່ນ​ເພື່ອ​ຄວບ​ຄຸມ ​ການລະບາດຂອງ​ອີ​ໂບ
ລາ ​ຢູ່ແຫຼ່ງທີ່ມາຂອງ​ມັນ ເພື່ອຈະ​ຊ່ອຍ​ຫລຸດຜ່ອນ ຄວາມເສຍຫາຍທາງ​ດ້ານ​ເສດ​ຖະກິດ​ແລະ​ການ​ເມືອງ​ທີ່ພະຍາດດັ່ງກ່າວມີຕໍ່ຂົງ​ເຂດ ແລະ​ສ້າງ​ຕັ້ງ “ໂຄງ​ລ່າງ​ພື້ນຖານຄວາມໝັ້ນ​ຄົງດ້ານສາທາລະນະສຸກຂອງ​ໂລກ” ຢູ່​ໃນ​ເຂດອາ​ຟຣິກາ​ຕາ​ເວັນ​ຕົກ​ແລະ​ກວ້າງ​ອອກ​ໄປ​ກ່ວາ​ນັ້ນ.

ອົງ​ການ​ໃຫ້ຄວາມຊ່ອຍ​ເຫຼືອດ້ານພັດທະນາ​ນາໆ​ຊາດຂອງສະຫະລັດ ຫຼື USAID ຍັງຈະ​ທຳ
ການປຸກລະດົມ ​ໃນ​ການ​ແຈກ​ຈ່າຍອຸບປະກອນເຄື່ອງມື ​ແລະ​ຝຶກ​ອົບຮົມ​ໃຫ້​ຜູ້​ຄົນ ​ຮູ້ຈັກ​ປ້ອງ
ກັນຕົນ​ເອງ​ແລະ​ຄອບຄົວ​ຂອງ​ພວກ​ເຂົາ​ເຈົ້າ​ນຳ ຊຶ່ງ​ໂຄງການ​ດັ່ງກ່າວ​ໃນຂັ້ນຕົ້ນມີ​ເປົ້າ​ໝາຍ
ແນໃສ່ 4 ​ແສນ​ຄອບ​ຄົວ ທີ່ຕົກຢູ່ໃນສະພາບ​ຫຼໍ່​ແຫຼມ​ທີ່​ສຸດ ​ໃນ Liberia ​ແລະຫລັງ ຈາກນັ້ນ ​
ກໍ​ຈະ​ຂະຫຍາຍ​ອອກ​ໄປ​ທົ່ວ Liberia ​ແລະ​ທົ່ວຂົງ​ເຂດ.

XS
SM
MD
LG