ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ສົ່ງການຊ່ອຍເຫຼືອຊຸດໃໝ່ ໃຫ້ແກ່ຢູເຄຣນ ແລະ 18 ປະເທດໃນທະວີບຢູໂຣບ


ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານແອນໂທນີ ບລິງເກັນ (ຂວາ) ພົບປະກັບ ປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ (ຊ້າຍ) ໃນນະຄອນຫຼວງກີຢິບ, ວັນທີ 8 ກັນຍາ 2022.
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານແອນໂທນີ ບລິງເກັນ (ຂວາ) ພົບປະກັບ ປະທານາທິບໍດີ ຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ (ຊ້າຍ) ໃນນະຄອນຫຼວງກີຢິບ, ວັນທີ 8 ກັນຍາ 2022.

ສະຫະລັດ ໄດ້ກ່າວໃນວັນພະຫັດວານນີ້ ວ່າ ຕົນວາງແຜນທີ່ຈະສົ່ງການຊ່ອຍເຫຼືອດ້ານທະຫານໄລຍະຍາວ ມູນຄ່າ 2.2 ຕື້ໂດລາ ໄປໃຫ້ຢູເຄຣນ ແລະອີກ 18 ປະເທດໃນຢູໂຣບ ກໍໄດ້ຖືກຂົ່ມຂູ່ ໃນການຮຸກຮານໂດຍຣັດເຊຍ ແລະສະ ຫະລັດ ຈະສົ່ງການຊ່ອຍເຫຼືອອີກຊຸດນຶ່ງຂອງອາວຸດໃໝ່ ມູນຄ່າ 675 ລ້ານໂດລາ ໄປໃຫ້ລັດຖະບານກີຢິບ ໂດຍກົງ ເພື່ອຕໍ່ສູ້ຕ້ານຢັນການບຸກລຸກຂອງມົສກູ.

ລັດຖະມົນຕີການຕ່າງປະເທດ ທ່ານແອນໂທນີ ບລິງເກັນ ກ່ອນໜ້ານີ້ ໄດ້ເດີນ ທາງໄປຢ້ຽມຢາມກີຢິບ ໂດຍບໍ່ໄດ້ແຈ້ງໃຫ້ຊາບ ເພື່ອປະກາດການຊ່ອຍເຫຼືອດັ່ງ ກ່າວ ແລະສົນທະນາກັບປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່ຽວກັບສົງຄາມຕໍ່ຕ້ານຣັດເຊຍ ຊຶ່ງໃນປັດຈຸບັນນີ້ໄດ້ກ້າວເຂົ້າເດືອນທີເຈັດແລ້ວ.

“ພວກທະຫານປ້ອງກັນປະເທດຢູ່ເຂດແນວໜ້າຂອງຢູເຄຣນ ທີ່ໜ້າສັນລະເສີນ ສືບຕໍ່ສູ້ຢ່າງກ້າຫານເພື່ອເສລີພາບຂອງປະເທດພວກເຂົາເຈົ້າ” ທ່ານບລິງເກັນ​ໄດ້ກ່າວໃນຖະແຫລງການ ຫຼັງຈາກທີ່ໄດ້ພົບປະກັບທ່ານເຊເລັນສກີ. ນັກການທູດຂັ້ນສູງຂອງສະຫະລັດ ໄດ້ກ່າວຢືນຢັນອີກເທື່ອນຶ່ງ ເຖິງຄຳໝັ້ນໝາຍຂອງປະທານາທິບໍດີໂຈ ໄບເດັນ ທີ່ຈະສະໜັບສະໜຸນຢູເຄຣນ “ດົນເທົ່າໃດກໍໄດ້.”

ທ່ານບລິງເກັນ ໄດ້ກ່າວອີກວ່າ “ຂ້າພະເຈົ້າ ໄດ້ກ່າວຢ້ຳຂໍ້ຄວາມນີ້ ໃຫ້ແກ່ປະທານາທິບໍດີ ເຊເລັນສກີ ແລະທີມງານຂອງທ່ານ ຢູ່ນະຄອນຫຼວງກີຢິບ ໃນມື້ນີ້ ຊຶ່ງຍັງຄົງຢູ່ ແລະຈະຍັງຄົງຢູ່ - ນະຄອນຫຼວງທີ່ມີອະທິປະໄຕ ເປັນຢູເຄຣນທີ່ ມີເອກະລາດ.”

ບົດລາຍງານຂອງກຸ່ມສື່ມວນຊົນ ໄດ້ກ່າວວ່າ ທ່ານບລິງເກັນ “ໄດ້ເຂົ້າໄປໃນຕຶກຄະນະລັດຖະບານ ປະທານາທິບໍດີຂອງຢູເຄຣນທີ່ໄດ້ຖືກປ້ອງກັນຢ່າງໜາແໜ້ນ ໂດຍຜ່ານເຂົ້າໄປໃນຮ່ອມທາງຍ່າງມືດມິດ ທີ່ມີຖົງຊາຍກອງຊ້ອນກັນ ຕັນປ່ອງ ຢ້ຽມຕ່າງໆ ຊຶ່ງໃນທີ່ສຸດ ນຳໄປສູ່ຫ້ອງສີຂາວທີ່ປະດັບດ້ວຍລາຍຂອບຄຳ ແລະໂຄມໄຟແກ້ວຫຼາຍດອກ.”

ທ່ານເຊເລັນສກີ ໄດ້ທັກທາຍທ່ານບລິງເກັນ ເປັນພາອັງກິດ ຫຼັງຈາກນັ້ນບໍ່ດົນ ກໍໄດ້ມອບຫຼຽນໄຊໃຫ້ແກ່ທ່ານທີ່ເອີ້ນວ່າ Order of Prince Yaroslav the Wise ສຳລັບການປະກອບສ່ວນຕໍ່ຢູເຄຣນ. ທ່ານບລິງເກັນ ໄດ້ກ່າວວ່າ “ຂ້າ ພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ.”

ທ່ານເຊເລັນສກີ ໄດ້ສະແດງຄວາມຂອບອົກຂອບໃຈ ສຳລັບ “ການສະໜັບສະໜຸນອັນໃຫຍ່ຫຼວງ” ທີ່ສະຫະລັດໄດ້ສົ່ງໃຫ້ຢູເຄຣນ ໂດຍຍ້ອງຍໍທ່ານໄບເດັນ ແລະລັດຖະສະພາສະຫະລັດ ສຳລັບການຊ່ອຍເຫຼືອຢູເຄຣນ “ເອົາເຂດນ້ຳແດນດິນຂອງພວກເຮົາຄືນມາ.”

ໂດຍລວມແລ້ວ ຊຸດການຊ່ອຍເຫຼືອໃໝ່ຂອງສະຫະລັດ ຈະນຳເອົາການຊ່ອຍເຫຼືອທີ່ກ່ຽວຂ້ອງກັບຢູເຄຣນລວມທັງໝົດໃນຈຳນວນເຖິງ 15.2 ຕື້ໂດລາ ນັບຕັ້ງທ່ານໄບເດັນ ໄດ້ເຂົ້າຮັບຕຳແໜ່ງ ໃນເດືອນມັງກອນປີກາຍນີ້. ສ່ວນການຊ່ອຍເຫຼືອດ້ານທະຫານ ມູນຄ່າ 675 ລ້ານໂດລາ ປະກອບດ້ວຍ ອາວຸດໜັກ ລູກປືນ ແລະລົດຫຸ້ມເກາະ ຈຳນວນນຶ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG