ກອງທັບສະຫະລັດ ອີກຄັ້ງນຶ່ງ ໄດ້ເພີ້ມແສນຍານຸພາບ ທາງທະຫານຂອງຕົນ ໃນພາກຕາເວັນອອກກາງ ເພື່ອຮັບມືກັບໄພຂົ່ມຂູ່ຂອງອີຣ່ານ ໂດຍປະກາດ ໃນວັນສຸກວານນີ້ ກ່ຽວກັບການສົ່ງລູກສອນໄຟ Patriot ແລະກຳປັ່ນລົບ Arlington ທີ່ໃຊ້ສຳລັບການໂຈມຕີແບບສະເທີນນ້ຳສະເທີນບົກ ໄປຍັງຂົງເຂດ.
ການເຄື່ອນໄຫວດັ່ງກ່າວ ມີ້ຂຶ້ນນຶ່ງມື້ ຫຼັງຈາກກຸ່ມກຳປັ່ນໂຈມຕີ ທີ່ນຳພາໂດຍກຳປັ່ນ ບັນທຸກເຮືອບິນ Abraham Lincoln ແລະເຮືອບິນຖິ້ມລະເບີດ B-52 ສີ່ລຳ ໄດ້ໄປເຖິງພາກຕາເວັນອອກາງ ເພື່ອຮັບມືກັບຄວາມເປັນຫ່ວງທີ່ວ່າ ອີຣ່ານອາດພວມວາງແຜນທຳການໂຈມຕີຕໍ່ເປົ້າໝາຍຂອງອາເມຣິກັນ.
ທ່ານແພັດ ແຊນາແຮນ (Pat Shanahan) ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດກ່າວໃນວັນສຸກວານນີ້ວ່າ “ມັນເປັນເລື້ອງສຳຄັນທີ່ອີຣ່ານເຂົ້າໃຈວ່າ ການໂຈມຕີຕໍ່ຊາວອາເມຣິກັນ ຫຼືຜົນປະໂຫຍດຂອງອາເມຣິກັນ ຈະໄດ້ຮັບການຕອບໂຕ້ທີ່ເໝາະສົມ. ທ່ານກ່າວຕື່ມວ່າ “ພວກເຮົາມາພາກຕາເວັນອອກກາງ ເພື່ອປາບພວກກໍ່ການຮ້າຍ ສູ້ລົບແລະສ້າງຄວາມໝັ້ນຄົງ ແຕ່ພວກເຮົາຈະປ້ອງກັນໂຕເອງ.”
ການຂົ່ມຂູ່ຂອງອີຣ່ານແມ່ນມີຂຶ້ນ ທັງ “ທາງພາກດິນແລະທະເລ” ຮວມທັງເຮືອສິນຄ້າ ທີ່ກຳລັງພິທັກປະຕິວັດອິສລາມ ຊຶ່ງເປັນຂະແໜງການນຶ່ງຂອງກອງທັບອີຣ່ານ ໃຊ້ລຳລຽງ ທີ່ອາດຮວມທັງລູກສອນໄຟ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ອະວຸໂສທາງທະຫານ ທີ່ກ່າວຕໍ່ພວກນັກຂ່າວຢູ່ທຳນຽບຫ້າແຈ.
ກຳປັ່ນລົບ Arlington ຈະໄປແທນກຳປັ່ນລົບ Fort McHenry ເພື່ອສະໜອງ “ຄວາມສາມາດເພີ້ມຕື່ມ ໃນການບັງຄັບບັນຊາແລະຄວບຄຸມຢູ່ໃນຂົງເຂດ” ຊຶ່ງຈະເລັ່ງລັດ “ເພີ້ມ ຄວາມສາມາດໃນການຕອບໂຕ້ຄືນ” ຕໍ່ການຂົ່ມຂູ່ໃດໆກໍຕາມ.
ເຈົ້າໜ້າທີ່ທຳນຽບຫ້າແຈບໍ່ໄດ້ໃຫ້ຄວາມເຫັນໃດໆກ່ຽວກັບການສົ່ງລູກສອນໄຟ Patriot ໄປຍັງພາກຕາເວັນອອກກາງ. ລະບົບປ້ອງກັນທາງອາກາດດັ່ງກ່າວຈະໃຊ້ຮັບມືກັບລູກສອນໄຟຂີປະນາວຸດ ລູກສອນໄຟຄຣູສ ແລະເຮືອບິນ.
ເຖິງແມ່ນໄດ້ມີການເພີ້ມແສນຍານຸພາບທາງທະຫານກໍຈິງ ແຕ່ທຳນຽບຫ້າແຈກໍໄດ້ພະຍາຍາມບໍ່ໄດ້ໃຫ້ຄວາມສຳຄັນ ຕໍ່ເລື້ອງຄວາມເປັນເຫັນຫ່ວງຕໍ່ການກຽມເຮັດສົງຄາມກັບອີຣ່ານ.
ທຳນຽບຫ້າແຈໄດ້ກ່າວຢູ່ໃນຖະແຫຼງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນສຸກວານນີ້ວ່າ “ສະຫະລັດບໍ່ຕ້ອງການຢາກໃຫ້ມີບັນຫາຂັດແຍ້ງກັບອີຣ່ານ ແຕ່ພວກເຮົາແມ່ນໄດ້ກະກຽມ ແລະກໍພ້ອມແລ້ວ ທີ່ຈະປ້ອງກັນ ກຳລັງແລະຜົນປະໂຫຍດຂອງສະຫະລັດຢູ່ໃນຂົງເຂດ.”
ອົງການຄຸ້ມຄອງທາງທະເລຂອງສະຫະລັດ ໄດ້ອອກຄຳເຕືອນໃຫ້ເຮືອສິນຄ້າ ຮວມທັງກຳປັ່ນບັນທຸກນ້ຳມັນ ທີ່ແລ່ນຜ່ານເຂດນ່ານນ້ຳທີ່ສຳຄັນໆຂອງພາກຕາເວັນອອກາງນັ້ນ ອາດຈະຕົກເປັນເປົ້າຂອງອີຣ່ານ.