ສະຫະລັດ ຈະເພີ້ມຂຶ້ນເປັນຫລາຍກ່ວາສອງເທົ່າໂຕ ກອງ
ກຳລັງປະຕິບັດງານພິເສດຂອງຕົນ ທີ່ສົ່ງໄປຊ່ວຍຊອກຫາ
ຂຸນເສິກ Josep Kony ໃນປະເທດຢູການດານັ້ນ.
ປະທານາທິບໍດີ Barack Obama ໄດ້ສັ່ງໃຫ້ສົ່ງທະຫານ
ອີກ ປະມານ 150 ຄົນ ແລະ ເຮືອບິນ CV-22 ຢ່າງໜ້ອຍ
ສີ່ລຳ ໄປຍັງຢູການດາ ໃນວັນອາທິດວານນີ້ ຊຶ່ງເປັນຄັ້ງ
ທຳ ອິດທີ່ ສະຫະລັດໄດ້ສົ່ງເຮືອບິນທະຫານ ໄປຊອກຫາ
ນາຍ Kony ແລະພວກນັກລົບຂອງເຂົາ.
ການຊອກຫາ ໄດ້ເນັ້ນໜັກໃສ່ເຂດປ່າດົງ ທີ່ກວມບໍລິເວນ
ຊາຍແດນລະຫວ່າງ ປະເທດຊູດານໃຕ້ ສາທາລະນະລັດອາຟຣິກາກາງ ແລະສາທາ
ລະນະລັດປະຊາ ທິປະໄຕຄອງໂກ.
ໃນເບື້ອງຕົ້ນ ທ່ານ Obama ໄດ້ສົ່ງກຳລັງທະຫານພິເສດ ປະມານ 100 ຄົນ ໄປຍັງ
ຂົງເຂດນັ້ນ ໃນປີ 2011 ບ່ອນທີ່ເຂົາເຈົ້າໄດ້ໃຫ້ການສະໜັບສະໜຸນແກ່ ໜ່ວຍງານ
ສະເພາະກິດປະຈຳຂົງເຂດ ຂອງສະຫະພາບອາຟຣິກາ ທີ່ມີຈຳນວນພົນ 5,000 ຄົນນັ້ນ.
ທຳນຽບຫ້າແຈ ກ່າວວ່າ ກອງກຳລັງຂອງສະຫະລັດ ມີໜ້າທີ່ ສະໜອງຂໍ້ມູນ ແລະຊ່ວຍ
ເຫລືອ ແລະຕິດອາວຸດພໍພຽງແຕ່ສຳຫລັບປ້ອງກັນໂຕເທົ່ານັ້ນ.
ນາຍ Kony ເປັນທີ່ຕ້ອງການໂຕຂອງສານອາຍາສາກົນ ໃນຂໍ້ຫາ 33 ກະໂທງ ທີ່ພົວພັນ
ກັບການກໍ່ອາຊະຍາກຳສົງຄາມ ແລະອາຊະຍາກຳຕ້ານມະນຸດຊາດ.
ນາຍ Kony ໄດ້ທຳສົງຄາມກອງໂຈນທີ່ໂຫດຮ້າຍທາລຸນ ຕ້ານລັດຖະບານ ຢູການດາ
ເປັນເວລາເກືອບ 20 ປີ ກ່ອນຫລົບໝີໄປກັບພວກນັກລົບຂອງເຂົາໄປຍັງເຂດປ່າດົງຕຶບ
ໃນພາກກາງຂອງອາຟຣິກາ ປະມານປີ 2005. ເຊື່ອກັນວ່າ ເວລານີ້ ຜູ້ກ່ຽວມີລູກນ້ອງ
ຍັງຫລືອຢູ່ ບໍ່ກາຍສອງສາມຮ້ອຍຄົນ.